ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(ຈ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ສົງເຄາະຜູ້ອື່ນດ້ວຍ ສັງຄະຫະວັດຖຸທັງສີ່ ຄື ການໃຫ້ສິ່ງຂອງ ວາຈາທີ່ອ່ອນຫວານ ການປະພຶດປະໂຍຊນ໌ຜູ້ອື່ນ ແລະຄວາມມີຕົນສະເໝີກັນ ເພາະ....ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ນີ້ຄື ມີມືແລະບາທາ ອັນອ່ອນນຸ້ມ, ມີລາຍຝ່າມື ຝ່າບາທາດຸດດັ່ງເສັ້ນຕາຂ່າຍ... (ລັກສະນະທີ ໕, ໖), ຍ່ອມເປັນຜູ້ສົງເຄາະບໍຣິສັດ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ຍ່ອມໄດ້ຮັບຄວາມສົງເຄາະຈາກຕະຖາຄົຕ.

(ສ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ກ່່າວວາຈາປະກອບດ້ວຍອັດຖະ ດ້ວຍທັມ ແນະນໍາຊົນສ່ວນຫຼາຍ ເປັນຜູ້ນໍາປະໂຍຊນ໌ສຸຂມາໃຫ້ແກ່ຊົນທັງຫຼາຍ ຕົນເອງເປັນຜູ້ບູຊາທັມ... ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂໍ້ບາທາ ຢູ່ສູງ, ມີປາຍຂົນຊອນຕັ້ງຂຶ້ນ... (ລັກສະນະທີ ໗, ໑໔), ຍ່ອມເປັນຜູ້ເລີດ ປະເສີດຍອດຢ້ຽມສູງກວ່າສັຕທັງຫຼາຍ.

(ຊ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບອກ ສິລະປະວິທະຍາ ຂໍ້ປະພຶດແລະລັດທິກັມດ້ວຍຄວາມເຄົາຣົບ ດ້ວຍຫວັງວ່າສັຕເຫຼົ່ານັ້ນຈົ່ງຮູ້ໄດ້ວ່ອງໄວ ຈົ່ງປະຕິບັດໄດ້ວ່ອງໄວ ບໍ່ຄວນເສົ້າໝອງຊົ່ວສິ້ນກາລະນານ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ຂໍ້ນີ້ຄື ມີແຂ່ງດັ່ງແຂ່ງກວາງປ່າ (ລັກສະນະທີ ໘), ຍ່ອມໄດ້ວັດຖຸອັນຄວນແກ່ສະມະນະ ເປັນອົງແຫ່ງສະມະນະ ເປັນເຄື່ອງອຸປະໂພກແກ່ສະມະນະ ໂດຍໄວ.

(ຍ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ເຂົ້າໄປຫາສະມະນະພຣາມແລ້ວສອບຖາມວ່າ ທ່ານຜູ້ຈະເຣີນ ! ແມ່ນຫຍັງເປັນກຸສົລ ແມ່ນຫຍັງເປັນອະກຸສົລ ແມ່ນຫຍັງມີໂທດ ແມ່ນຫຍັງບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ເຮັດຈັ່ງໃດບໍ່ມີປະໂຍຊນ໌ ເປັນທຸກຂ໌ໄປດົນ ເຮັດຈັ່ງໃດມີປະໂຍຊນ໌ ເປັນສຸຂໄປດົນ ; ເພາະ...ກັມນັ້ນໆ...

໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໑

ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີຜິວພັນລະອຽດອ່ອນ ທຸລີບໍ່ຕິດຢູ່ໄດ້... (ລັກສະນະທີ ໑໒), ຍ່ອມເປັນຜູ້ມີປັນຍາໃຫຍ່ ມີປັນຍາໜາແໜ້ນ ມີປັນຍາເຄື່ອງພູມໃຈ ປັນຍາແລ່ນ ປັນຍາແຫຼມ ປັນຍາແທງຕະຫຼອດ ບໍ່ມີສັຕອື່ນເທົ່າທຽມ ຫຼືຍິ່ງໄປກວ່າ.

(ດ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນ ແມ່ນວ່າຊົນສ່ວນໃຫຍ່ດ່າວ່າເອົາ ກໍບໍ່ເອົາໃຈ ໃສ່ ບໍ່ໂກດ ບໍ່ພະຍາບາດ ບໍ່ແຄ້ນເຄືອງ ບໍ່ສະແດງຄວາມໂກດ ຄວາມໂຫດຮ້າຍ ຄວາມເສຍໃຈໃຫ້ປາກົດ ທັງເປັນຜູ້ໃຫ້ທານຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕ ສໍາລັບປູແລະນຸ່ງຫົ່ມ ອັນມີແພເນື້ອລະອຽດອ່ອນ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກາຍດຸດດັ່ງທອງຄໍາ ມີຜິວດຸດດັ່ງຄໍາ... (ລັກສະນະທີ ໑໑), ຍ່ອມເປັນຜູ້ໄດ້ຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕ ສໍາລັບປູແລະນຸ່ງຫົ່ມ ອັນມີແພເນື້ອລະອຽດອ່ອນ.

(ຕ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ສະໝານຍາດມິຕ ສ່ຽວກອງໝູ່ເຫີຍ ຜູ້ເຫີນຫ່າງແຍກກັນໄປດົນ, ໄດ້ສະໝານໄມຕຣີມານດາກັບບຸຕ ບຸຕກັບມານດາ ບິດາກັບບຸຕ ບຸຕກັບບິດາ ອ້າຍນ້ອງຊາຍກັບເອື້ອຍນ້ອງຍິງ ເອື້ອຍນ້ອງຍິງກັບອ້າຍນ້ອງຊາຍ, ຄັນສ້າງຄວາມສາມັກຄີແລ້ວ ພອຍຊື່ນຊົມຍິນດີດ້ວຍ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີຄຸຍຫະຖານ (ອະວັຍຍະວະທີ່ລັບ) ຊຸກເຊື່ອງຢູ່ໃນຝັກ... (ລັກສະນະທີ ໑໐), ຍ່ອມເປັນຜູ້ມີບຸຕ (ສາວົກ) ມາກລົ້ນ ມີບຸຕກ້າຫານ ມີແວວແຫ່ງຄວາມກ້າ ອັນເສນາແຫ່ງບຸກຄົນອື່ນຈະຢໍ່າຢີບໍ່ໄດ້ ຫຼາຍພັນຄົນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ