ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ບໍ່ບຽດບຽນສັຕທັງຫຼາຍ ດ້ວຍມືກໍຕາມ ດ້ວຍກ້ອນດິນກໍຕາມ ທ່ອນໄມ້ກໍຕາມ ສາສຕຣາກໍຕາມ. ໄດ້ເປັນຜູ້ບໍ່ຂຶງຕາ ບໍ່ເຫຼືອກຂຶ້ນລົງ ບໍ່ຈ້ອງລັບຫຼັງ, ເປັນຜູ້ສົດຊື່ນແຈ່ມໃສ ມອງເບິ່ງກົງໆ ເບິ່ງຜູ້ອື່ນດ້ວຍສາຍຕາອັນສະແດງຄວາມຮັກ. ໄດ້ເປັນຫົວໜ້າຂອງຊົນໝູ່ໃຫຍ່ ໃນກຸສົລທັງຫຼາຍ ໄດ້ເປັນປະທານຂອງໝູ່ຊົນ ຜູ້ປະກອບກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ໃນການຈໍາແນກທານ ການສະມາທານຄື ການຢູ່ອຸໂປສົດ ການປະພຶດເກື້ອກູນແກ່ມານດາບິດາ ສະມະນະພຣາມ. ການນອບນ້ອມຕໍ່ຜູ້ຈະເຣີນໃນຕະກູນ, ໃນອະທິກຸສົລກັມເຍື່ອງໃດເຍື່ອງໜຶ່ງ. ໄດ້ເປັນຜູ້ລະເວັ້ນຈາກມຸສາວາດ, ເວົ້າຄໍາຈິງ ເປັ່ງຄໍາສັຈ ທ່ຽງແທ້ ຊື່ຕົງ ບໍ່ຫຼອກລວງໂລກ ໆລໆ.

ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ລະເວັ້ນວາຈາສໍ່ສຽດ (ຄືເວົ້າຍຸແຍ່ໃຫ້ເຂົາແຕກກັນ), ຄືບໍ່ຟັງຈາກຝ່າຍນີ້ ແລ້ວໄປບອກຝ່າຍນັ້ນ ເພື່ອທໍາລາຍຝ່າຍນີ້ ບໍ່ຟັງຈາກຝ່າຍນັ້ນແລ້ວມາບອກຝ່າຍນີ້ ເພື່ອທໍາລາຍຝ່າຍນັ້ນ, ແຕ່ເປັນຜູ້ທີ່ສະໝານພວກທີ່ແຕກກັນແລ້ວ ໃຫ້ກັບຄືນດີກັນ ແລະສົ່ງເສີມພວກທີ່ພ້ອມພຽງກັນໆ. ໄດ້ເປັນຜູ້ລະເວັ້ນການກ່າວຄໍາຫຍາບ, ກ່າວແຕ່ວາຈາທີ່ບໍ່ມີໂທດ ເປັນສຸຂແກ່ຫູ ເປັນທີ່ຕັ້ງແຫ່ງຄວາມຮັກຊາບຊຶ້ງເຖິງໃຈ ເປັນຄໍາເວົ້າຂອງຊາວເມືອງ ເປັນທີ່ພໍໃຈ ແລະຖືກໃຈຂອງຊົນທັງຫຼາຍ ໆລໆ.

ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ລະເວັ້ນການເວົ້າໂລເລ, ເປັນຜູ້ກ່າວຄວນແກ່ເວລາ ກ່າວຄວາມຈິງ ກ່າວເປັນທັມ ກ່າວມີອັດຖະ ກ່າວເປັນລະບຽບ ກ່າວມີທີ່ຕັ້ງ ມີຫຼັກຖານ ມີທີ່ສຸດ ປະກອບດ້ວຍປະໂຍຊນ໌ໆ. ໄດ້ເປັນຜູ້ລະມິດສາຊີບ, ມີການລ້ຽງຊີບຖືກຕ້ອງ ເວັ້ນຈາກການສໍ້ໂກງ ການຫຼອກລວງຄົດໂກງດ້ວຍເຄື່ອງຊັ່ງ ເຄື່ືອງຕວງ ເຄື່ອງວັດ, ເວັ້ນຈາກການຕັດ ການຂ້າ ການຜູກມັດ ການທຳລາຍ ການປຸ້ນ ໆລໆ.

ການບໍາເພັນປາຣະມີໃນອະດີຕຕະຊາດ ໕໘໗

ເຄີຍທົງບັງເກີດເປັນມະຫາພຣົມ ສັກກະ ໆລໆ ໑

ພິກຂຸ ທ. ! ແຕ່ຊາດທີ່ແລ້ວມາແຕ່ອະດີດ ຕະຖາຄົຕໄດ້ເຄີຍຈະເຣີນເມຕຕາພາວະນາຕະຫຼອດ ໗ ປີ ຈຶ່ງບໍ່ເຄີຍມາບັງເກີດໃນໂລກມະນຸສນີ້ ຕະຫຼອດ ໗ ສັງວັຕຕະກັບ ແລະວິວັຕຕະກັບ. ໃນລະຫວ່າງກາລະອັນເປັນສັງວັຕຕະກັບນັ້ນ ເຮົາໄດ້ບັງເກີດໃນອາພັດສະຣະພຣົມ ໃນລະຫວ່າງກາລະອັນເປັນວິວັຕຕະກັບນັ້ນ ເຮົາໄດ້ຢູ່ໃນພຣົມວິມານອັນວ່າງເປົ່າແລ້ວ.

ພິກຂຸ ທ. ! ໃນກັບນັ້ນເຮົາໄດ້ເຄີຍເປັນພຣົມ ໄດ້ເຄີຍເປັນມະຫາພຣົມຜູ້ຍິ່ງໃຫຍ່ ບໍ່ມີໃຜຄອບງໍາໄດ້ ເປັນຜູ້ເຫັນສິ່ງທັງປວງໂດຍເດັດຂາດ ເປັນຜູ້ມີອໍານາດສູງສຸດ.

ພິກຂຸ ທ. ! ເຮົາເຄີຍໄດ້ເປັນສັກກະ ຜູ້ເປັນຈອມແຫ່ງເທວະດານັບໄດ້ ໓໖ ຄັ້ງ. ເຮົາໄດ້ເຄີຍເປັນຣາຊາຈັກກະພັດຜູ້ປະກອບດ້ວຍທັມ ເປັນພຣະຣາຊາໂດຍທັມ ມີເຂດແຄວ້ນຈໍາມະຫາສະມຸດທັງສີ່ເປັນທີ່ສຸດ ເປັນຜູ້ຊະນະແລ້ວຢ່າງດີ ມີຊົນນະບົດອັນບໍຣິບູນ ປະກອບດ້ວຍແກ້ວເຈັດປະການ ນັບດ້ວຍຮ້ອຍໆຄັ້ງ. ເຫດໃດຈຶ່ງຈະຕ້ອງກ່າວເຖິງ ຄວາມເປັນພຽງຣາຊາຕາມທໍາມະດາດ້ວຍ.

ພິກຂຸ ທ. ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ ຜົລວິບາກແຫ່ງກັມອັນໃດຂອງເຮົາໜໍ. ທີ່ເຮັດໃຫ້ເຮົາເປັນຜູ້ມີຣິດຫຼາຍເຖິງປານນີ້ ມີອານຸພາບແຮງຫຼາຍເຖິງປານນີ້ ໃນຄັ້ງນັ້ນໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ