ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຜົລວິບາກແຫ່ງກັມ ໓ ຢ່າງນີ້ແລ ທີ່ເຮັດໃຫ້ເຮົາມີຣິດຫຼາຍເຖິງປານນີ້ ມີອານຸພາບແຮງຫຼາຍເຖິງປານນີ້. ວິບາກແຫ່ງກັມ ໓ ຢ່າງ ໃນຄັ້ງນັ້ນຄື ຜົລວິບາກແຫ່ງ ທານ ການໃຫ້ ໑. ແຫ່ງ ທະມະ ການບີບບັງຄັບໃຈ ໑. ແຫ່ງ ສັນຍະມະ ການສັງລວມລະວັງ ໑. ດັ່ງນີ້.
໑. ບາລີ ອິຕິວຸ. ຂຸ. ໒໕/໒໔໐/໒໐໐. ຕຣັດແກ່ພິກຂຸ ທ.
໕໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໖
ຄັ້ງມີພຣະຊາດເປັນໂຊຕິປາລະມານົບ ໑
ອານົນທ໌ ! ຄວາມຄິດອາດມີແກ່ເຈົ້າວ່າ ‘ຜູ້ອື່ນຕ່າງຫາກ ທີ່ເປັນໂຊຕິປາລະມານົບໃນສະໄໝນັ້ນ’. ອານົນທ໌ ! ເຈົ້າບໍ່ຄວນເຫັນເຊັ່ນນັ້ນ, ເຮົານີ້ເອງໄດ້ເປັນໂຊຕິປາລະມານົບແລ້ວໃນສະໄໝນັ້ນ......໒
ອານົນທ໌ ! ຄັ້ງເດິກດໍາບັນ ພື້ນທີ່ບ່ອນນີ້ເປັນເຂດເມືອງຊື່ເວພະລິຄະ ຈະເຣີນ ຮຸ່ງເຮືອງ ມີຄົນອັ່ງອໍໜາແໜ້ນ. ອານົນທ໌ ! ພຣະຜູ້ມີພຣະພາຄ ນາມວ່າ ກັດສະປະ ທົງອາໄສຢູ່ ນະ ເຂດເມືອງເວພະລິຄະນີ້. ໄດ້ຍິນວ່າ ອາຣາມຂອງພຣະອົງຄ໌ຢູ່ບ່ອນນີ້ເອງ. ທ່ານປະທັບນັ່ງກ່າວສອນໝູ່ສາວົກ ບ່ອນນີ້.
ອານົນທ໌ ! ໃນເຂດເມືອງເວພະລິຄະ ມີຊ່າງປັ້ນໝໍ້ຊື່ຄະຕິກາຣະ ເປັນອຸປັຕຖາກຜູ້ເລີດຂອງພຣະຜູ້ມີພຣະພາຄກັດສະປະນັ້ນ. ຄະຕິກາຣະມີສະຫາຍຮັກຊື່ໂຊຕິປາລະ. ອານົນທ໌ ! ຄັ້ງນັ້ນ ຄະຕິກາຣະເອີ້ນໂຊຕິປາລະມານົບຜູ້ສະຫາຍມາແລ້ວກ່າວວ່າ “ໝູ່ໂຊຕິປາລະ ! ມາ, ເຮົາໄປນໍາກັນ, ເຮົາຈະໄປເຝົ້າພຣະຜູ້ມີພຣະພາຄອະຣະຫັນຕະ ສັມມາສັມພຸດທະເຈົ້າກັດສະປະ. ການເຫັນພຣະສັມມາສັມພຸດທະເຈົ້ານັ້ນ ບັນດິຕລົງຄວາມເຫັນພ້ອມກັນວ່າ ດີ”.
“ຢ່າເລີຍ. ໝູ່ຄະຕິກາຣະ ! ມີປະໂຍຊນ໌ອັນໃດດ້ວຍການເຫັນສະມະນະຫົວໂລ້ນ”.
“ໝູ່ໂຊຕິປາລະ ! ໄປດ້ວຍກັນເທາະ, ໆລໆ ການເຫັນພຣະສັມມາສັມພຸດທະເຈົ້ານັ້ນ ບັນດິຕລົງຄວາມເຫັນພ້ອມກັນວ່າ ດີ”.
“ຢ່າເລີຍ. ໝູ່ຄະຕິກາຣະ ! ມີປະໂຍຊນ໌ອັນໃດດ້ວຍການເຫັນສະມະນະຫົວໂລ້ນ”. (ໂຕ້ຕອບກັນດັ່ງນີ້ເຖິງສາມຄັ້ງ)
໑. ບາລີ ຄະຕິກາຣະສູຕ ມ. ມ. ໑໓/໓໗໕/໔໐໕. ຕຣັດແກ່ພຣະອານົນທ໌ ທີ່ຣຸກຂະມູນແຫ່ງໜຶ່ງ
ລະຫວ່າງການເດີນທາງ ໃນຊົນນະບົດແຫ່ງໂກສົລ.
໒. ໃຈຄວາມຕອນນີ້ ຢູ່ທ້າຍສູຕ ນໍາມາແຊກທາງໜ້າ, ເພື່ອໃຫ້ເຂົ້າໃຈງ່າຍວ່າຕຣັດເຖິງເລື່ອງໃນຊາດກ່ອນ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໘໙
“ຖ້າເຊັ່ນນັ້ນ ເຮົາເອົາເຄື່ອງອາບນໍ້າ ໄປອາບນໍ້າທີ່ແມ່ນໍ້າກັນເທາະ ໝູ່ !”
ອານົນທ໌ ! ຄັ້ງນັ້ນ ຄະຕິກາຣະແລະໂຊຕິປາລະມານົບ ໄດ້ຖືເຄື່ອງອາບນໍ້າໄປອາບນໍ້າທີ່ແມ່ນໍ້ານໍາກັນແລ້ວ, ຄະຕິກາຣະໄດ້ກ່າວກັບໂຊຕິປາລະມານົບອີກວ່າ “ໝູ່ໂຊຕິປາລະ ! ນີ້ເອງ ວິຫາຣແຫ່ງພຣະຜູ້ມີພຣະພາຄເຈົ້າກັດສະປະຢູ່ບໍ່ໄກເລີຍ, ໄປເທາະໝູ່ ! ເຮົາຈະໄປເຝົ້າພຣະຜູ້ມີພຣະພາຄເຈົ້າດ້ວຍກັນ. ການເຫັນພຣະສັມມາສັມພຸດທະເຈົ້ານັ້ນ ບັນດິຕລົງຄວາມເຫັນພ້ອມກັນວ່າ ດີ”.
“ຢ່າເລີຍ. ໝູ່ຄະຕິກາຣະ ! ມີປະໂຍຊນ໌ອັນໃດດ້ວຍການເຫັນສະມະນະຫົວໂລ້ນນັ້ນ”. (ໂຕ້ຕອບກັນອີກເຖິງ ໓ ຄັ້ງ)
ອານົນທ໌ ! ຄະຕິກາຣະ ໄດ້ກໍາດຶງໂຊຕິປາລະມານົບທີ່ປາຍຜ້າ ແລ້ວກ່່່າວວ່າ “ໝູ່ໂຊຕິປາລະ ບ່ອນນີ້ເອງ ວິຫາຣແຫ່ງພຣະຜູ້ມີພຣະພາຄເຈົ້າກັດສະປະ ຢູ່ບໍ່ໄກເລີຍ, ໄປເທາະໝູ່ ! ເຮົາຈະໄປເຝົ້າພຣະຜູ້ມີພຣະພາຄເຈົ້າດ້ວຍກັນ. ການເຫັນ ພຣະສັມມາສັມພຸດທະເຈົ້ານັ້ນ ບັນດິຕລົງຄວາມເຫັນພ້ອມກັນວ່າ ດີ”.
ອານົນທ໌ ! ຄັ້ງນັ້ນໂຊຕິປາລະ ພະຍາຍາມໂດຍວິທີທີ່ຄະຕິກາຣະຕ້ອງປ່ອຍປາຍຜ້ານັ້ນໄດ້ແລ້ວ ກ່າວວ່າ “ຢ່າເລີຍໝູ່ ຄະຕິກາຣະ ! ປະໂຍຊນ໌ອັນໃດດ້ວຍການເຫັນສະມະນະຫົວໂລ້ນ” ອານົນທ໌ ! ລໍາດັບນັ້ນ ຄະຕິກາຣະກໍາໂຊຕິປາລະ ມານົບຜູ້ອາບນໍ້າສະຫົວຮຽບຮ້ອຍແລ້ວ ທີ່ມວຍຜົມແລ້ວ ກ່າວດັ່ງນັ້ນອີກ.
ອານົນທ໌ ! ໂຊຕິປາລະມານົບ ເກີດຄວາມຄິດຂຶ້ນພາຍໃນໃຈວ່າ “ໜ້າອັດສະຈັນໜໍທ່ານ, ບໍ່ເຄີຍມີເລີຍທ່ານ. ຄືຂໍ້ທີ່ຄະຕິກາຣະຊ່າງໝໍ້ມີຊາດອັນຕໍ່າຕ້ອຍ ມາອາດເອື້ອມຈັບເຮົາ ທີ່ມວຍຜົມຂອງເຮົາ, ເລື່ອງນີ້ເຫັນຈະບໍ່ແມ່ນເລື່ອງເລັກນ້ອຍເສຍແລ້ວໜໍ.” ດັ່ງນີ້. ຈຶ່ງກ່າວກັບຄະຕິກາຣະຊ່າງໝໍ້ :-
໕໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໖








