ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ນໍາສຸຂມາສູ່ມະຫາຊົນ ເປັນຜູ້ບັນເທົາພັຍຄືຄວາມສະດຸ້ງຫວາດສຽວ ຈັດການຄຸ້ມຄອງຮັກສາໂດຍທັມ ໄດ້ຖວາຍທານພ້ອມທັງບໍຣິວານໆ. --- ໄດ້ເປັນຜູ້ເວັ້ນຈາກປານາຕິບາຕ ວາງເສຍຊຶ່ງສາດຕຣາແລະອາຊະຍາ ມີຄວາມລະອາຍແລະເອັນດູ ກະຣຸນາເກື້ອກູນແກ່ສັຕມີຊີວິຕທັງປວງໆ. --- ໄດ້ເປັນຜູ້ໃຫ້ທານດ້ວຍຂອງຄວນຄ້ຽວ ຄວນບໍຣິໂພກ ຄວນຊີມ ຄວນຈິບ ຄວນດື່ມ ອັນມີຣົສປານີດໆ. --- ໄດ້ສົງເຄາະຜູ້ອື່ນດ້ວຍການສົງເຄາະທັງສີ່ ຄືການໃຫ້ສິ່ງຂອງ, ວາຈາທີ່ອ່ອນຫວານ, ການປະພຶດປະໂຍຊນ໌ທ່ານ, ແລະຄວາມວາງຕົນສະເໝີກັນໆ. --- ໄດ້ເປັນຜູ້ກ່າວວາຈາປະກອບດ້ວຍອັຕຖະ ດ້ວຍທັມ ແນະນໍາຊົນທັງຫຼາຍ, ເປັນຜູ້ນໍາປະໂຍຊນ໌ສຸຂມາສູ່ຊົນທັງຫຼາຍ ຕົນເອງກໍເປັນຜູ້ບູຊາທັມ ເພາະໄດ້ເຮັດ ໄດ້ສັ່ງສົມພອກພູນ ເສບສຸມກຸສົລກັມນັ້ນໆໄວ້ ພາຍຫຼັງແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.
໑. ບາລີ ລັກຂະນະສູຕ ປາ. ທີ. ໑໑/໑໕໙/໑໓໑. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ ໃກ້ເມືອງສາວັຕຖີ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໕໘໕
ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ສອນສິລະປະວິທະຍາການ ຂໍ້ປະຕິບັດແລະລັດທິກັມ, ດ້ວຍຄວາມເຄົາຣົບ ດ້ວຍຫວັງວ່າສັຕເຫຼົ່ານັ້ນ ຈົ່ງຮູ້ໄດ້ວ່ອງໄວ ຈົ່ງປະຕິບັດໄດ້ວ່ອງໄວ ບໍ່ຕ້ອງໂສກເສົ້າຊົ່ວກາລະນານໆ. ...ໄດ້ເປັນຜູ້ເຂົ້າໄປຫາສະມະນພຣາມແລ້ວ ສອບຖາມວ່າ ທ່ານຜູ້ຈະເຣີນ ! ອັນໃດເປັນກຸສົລ ອັນໃດເປັນອະກກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ, ອັນໃດຄວນເສບ, ອັນໃດບໍ່ຄວນເສບ, ເຮັດແນວໃດບໍ່ມີປະໂຍຊນ໌ ເປັນທຸກຂ໌ໄປດົນ ເຮັດແນວໃດມີປະໂຍຊນ໌ ເປັນສຸຂໄປດົນໆ. ...ໄດ້ເປັນຜູ້ບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນ, ແມ່ນວ່າຊົນທັງຫຼາຍດ່າຮ້າຍເອົາ ກໍບໍ່ເອົາໃຈໃສ່ ບໍ່ໂກດ ບໍ່ພະຍາບາດ ບໍ່ຄຽດແຄ້ນ, ບໍ່ສະແດງຄວາມໂກດ ຄວາມໂຫດຮ້າຍ ຄວາມເສຍໃຈໃຫ້ປາກົດ. ທັງເປັນຜູ້ໃຫ້ທານຜ້າ ທີ່ເຮັດດ້ວຍເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕ ສໍາລັບປູ ແລະນຸ່ງຫົ່ມ ອັນມີແພເນື້ອລະອຽດ, ໆລໆ.
ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ສະໝານຍາດມິຕ ສະຫາຍໝູ່ພວກ ຜູ້ເຫີນຫ່າງແຍກກັນໄປດົນ, ໄດ້ສະໝານໄມຕຣີ ລະຫວ່າງມານດາກັບບຸຕ ບຸຕກັບມານດາ, ບິດາກັບບຸຕ ບຸຕກັບບິດາ, ອ້າຍນ້ອງຊາຍກັບເອື້ອຍນ້ອງຍິງ ເອື້ອຍນ້ອງຍິງກັບອ້າຍນ້ອງຊາຍ, ຄັນສ້າງຄວາມສາມັກຄີໄດ້ແລ້ວ ກໍໄດ້ຊື່ນຊົມຍິນດີດ້ວຍ. ໄດ້ເປັນຜູ້ສັງເກດຊັ້ນເຊີງຂອງມະຫາຊົນ ຮູ້ໄດ້ສະໝ່ຳສະເໝີຮູ້ໄດ້ເອງ ຮູ້ຈັກບຸຣຸສທໍາມະດາ ຮູ້ຈັກບຸຣຸສພິເສດ ວ່າຜູ້ນີ້ໆຄວນແກ່ສິ່ງນີ້ໆ, ໄດ້ເປັນຜູ້ບໍາເພັນປະໂຍຊນ໌ຢ່າງພິເສດ ໃຫ້ແກ່ຊົນເຫຼົ່ານັ້ນໆ. ໄດ້ເປັນຜູ້ໃຝ່ຕໍ່ປະໂຍຊນ໌ ຕໍ່ຄວາມເກື້ອກູນ ຄວາມຜາສຸກ ຄວາມກະເສມຈາກໂຢຄະແກ່ຊົນຫຼວງຫຼາຍພາຍມາກ ວ່າຈັ່ງໃດໜໍ ຊົນເຫຼົ່ານີ້ ຈົ່ງຈະເຣີນດ້ວຍ ສັດທາ ສີລ ການສຶກສາ ຄວາມຮູ້ຄວາມເຜື່ອແພ່ ທັມ ປັນຍາ ຊັບແລະ ຂ້າວເປືອກ ນາແລະສວນ ສັຕສອງຕີນ ສີ່ຕີນ ບຸຕພັນຣະຍາ ທາດ ກັມມະກອນ ແລະດ້ວຍຍາດມິຕ ໝູ່ພວກ. ໆລໆ.
໕໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໖








