ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ບໍ່ເຄີຍທົງບັງເກີດ ໃນຊັ້ນສຸດທາວາສ ໒

ສາຣີບຸຕ ! ສະມະນະພຣາມພວກໜຶ່ງ ມີຖ້ອຍຄໍາ ມີຄວາມເຫັນວ່າ “ຄວາມບໍຣິສຸດ ມີໄດ້ເພາະການທ່ອງທ່ຽວໃນສັງສາຣະວັຕ” ສາຣີບຸຕ ! ກໍສັງສາຣະວັຕ ທີ່ເຮົາບໍ່ເຄີຍທ່ອງທ່ຽວມາແລ້ວແຕ່ກ່ອນກີ້ ຕະຫຼອດກາລຍືດຍາວນານນັ້ນ ຫາໄດ້ບໍ່ງ່າຍເລີຍ, ເວັ້ນເສຍແຕ່ໃນໝູ່ເທບຊັ້ນສຸດທາວາສ. ສາຣີບຸຕ ! ຖ້າເຮົາທ່ອງທ່ຽວໄປໃນໝູ່ເທບເຫຼົ່າສຸດທາວາສ, ກໍຍ່ອມຈະບໍ່ມາສູ່ໂລກນີ້ໄດ້ເລີຍ, (ຍ່ອມປະຣິນິບພານໃນພົບນັ້ນ).

໑. ບາລີ ມຫາວາຣ. ສັງ. ໑໙/໕໔໑/໑໖໙໘. ຕຣັດແກ່ພິກຂຸ ທ. ທີ່ໂກຕິຄາມ ແຄວ້ນວັຊຊີ.

໒. ບາລີ ມະຫາສີຫະນາທະສູຕ ມູ. ມ. ໑໒/໑໒໖/໑໘໗. ຕຣັດແກ່ພຣະສາຣີບຸຕ ທີ່ວະນະສັນ

ໃກ້ເມືອງເວສາລີ.

ການບໍາເພັນປາຣະມີໃນອະດີດຕະຊາດ ໕໘໓

ສາຣີບຸຕ ! ສະມະນະພຣາມພວກໜຶ່ງ ມີຖ້ອຍຄໍາ ມີຄວາມເຫັນວ່າ “ຄວາມບໍຣິສຸດ ມີໄດ້ເພາະການອຸບັດ (ບັງເກີດ)” ສາຣີບຸຕ ! ກໍການບັງເກີດ ທີ່ເຮົາບໍ່ເຄີຍບັງເກີດມາແລ້ວ ແຕ່ກ່ອນກີ້ ຕະຫຼອດກາລຍືດຍາວນານນັ້ນ ຫາໄດ້ບໍ່ງ່າຍເລີຍ ເວັ້ນເສຍແຕ່ການບັງເກີດໃນໝູ່ເທບຊັ້ນສຸດທາວາສ. ສາຣີບຸຕ ! ຖ້າເຮົາບັງເກີດໃນໝູ່ເທບຊັ້ນສຸດທາວາສ ກໍຍ່ອມຈະບໍ່ມາສູ່ໂລກນີ້ໄດ້ເລີຍ, (ຍ່ອມປະຣິນິບພານໃນພົບນັ້ນ).

ສາຣີບຸຕ ! ສະມະນະພຣາມພວກໜຶ່ງ ມີຖ້ອຍຄໍາ ມີຄວາມເຫັນວ່າ “ຄວາມບໍຣີສຸດ ມີໄດ້ເພາະພົບເປັນທີ່ຢູ່ອາໄສ” ສາຣີບຸຕ ! ກໍພົບ ທີ່ເຮົາບໍ່ເຄີຍຢູ່ອາໄສມາແລ້ວແຕ່ກ່ອນກີ້ ຕະຫຼອດກາລຍືດຍາວນານນັ້ນ ຫາໄດ້ບໍ່ງ່າຍເລີຍ ເວັ້ນເສຍແຕ່ການຢູ່ອາໄສໃນໝູ່ເທບຊັ້ນສຸດທາວາສ. ສາຣີບຸຕ ! ຖ້າເຮົາຢູ່ອາໄສໃນໝູ່ເທບຊັ້ນສຸດທາວາສ ກໍຍ່ອມຈະບໍ່ມາສູ່ໂລກນີ້ໄດ້ເລີຍ, (ຍ່ອມປະຣິນິບພານໃນພົບນັ້ນ).

ໃນວັຕຕະສົງສາຣທີ່ຜ່ານມາແລ້ວ

ເຄີຍທົງບູຊາຍັນ ແລະບູຊາໄຟແລ້ວຢ່າງມາກລົ້ນ ໑

ສາຣີບຸຕ ! ສະມະນະພຣາມພວກໜຶ່ງ ມີຖ້ອຍຄໍາ ມີຄວາມເຫັນວ່າ “ຄວາມບໍຣິສຸດ ມີໄດ້ເພາະການບູຊາຍັນ” ສາຣີບຸຕ ! ກໍຍັນ ທີ່ເຮົາບໍ່ເຄີຍບູຊາມາແລ້ວແຕ່ກ່ອນກີ້ ຕະຫຼອດກາລຍືດຍາວນານ ເປັນກະສັດດ້ວຍ ເປັນກະສັດຜູ້ໄດ້ມຸນທາພິເສກດ້ວຍ ເປັນພຣາມມະຫາສານດ້ວຍ ນັ້ນ, ຫາໄດ້ບໍ່ງ່າຍເລີຍ.

ສາຣີບຸຕ ! ສະມະນະພຣາມພວກໜຶ່ງ ມີຖ້ອຍຄໍາ ມີຄວາມເຫັນວ່າ “ຄວາມບໍຣິສຸດ ມີໄດ້ເພາະການບູຊາໄຟ” ສາຣີບຸຕ ! ກໍໄຟ ທີ່ເຮົາຍັງບໍ່ເຄີຍບູຊາມາແລ້ວແຕ່ກ່ອນກີ້ ຕະຫຼອດການທ່ອງທ່ຽວອັນຍືດຍາວນານ ເປັນກະສັດດ້ວຍ ເປັນກະສັດຜູ້ໄດ້ມຸນທາພິເສກດ້ວຍ ເປັນພຣາມມະຫາສານດ້ວຍ ນັ້ນ, ຫາໄດ້ບໍ່ງ່າຍເລີຍ.

໑. ບາລີ ມະຫາສີຫະນາທະສູຕ ມູ. ມ. ໑໒/໑໒໖/໑໙໐. ຕຣັດແກ່ພຣະສາຣີບຸຕ ທີ່ວະນະສັນ

ໃກ້ເມືອງເວສາລີ.

໕໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໖

ທິດຖານຸຄະຕິແຫ່ງຄວາມດີ

ທີ່ທົງສັ່ງສົມໄວ້ແຕ່ພົບກ່ອນໆ ໑

ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ ໃນພົບກ່ອນ ໃນທີ່ຢູ່ອາໄສກ່ອນ, ໄດ້ເປັນຜູ້ບາກບັ່ນໃນຕະກູນ ຖືໝັ້ນໃນກາຍະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ, ໃນການບໍຣິຈາກທານ ການສະມາທານສີລ ການຮັກສາອຸໂປສົດ ການປະຕິບັດມານດາບິດາ ການປະຕິບັດສະມະນະພຣາມ ການອ່ອນນ້ອມຕໍ່ຜູ້ຈະເຣີນໃນຕະກູນ ແລະ ໃນອະທິກຸສົລກັມຢ່າງອື່ນໆ ເພາະໄດ້ເຮັດ ໄດ້ສັ່ງສົມ ໄດ້ເພີ່ມພູນ ໄດ້ເສບສົມກັມນັ້ນໆໄວ້ ພາຍຫຼັງແຕ່ການຕາຍ ເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ