ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ຊົນເຫຼົ່າໃດທ່ຽວໄປຕາມເຈດີຢະສະຖານ ຈັກມີຈິຕເຫຼື້ອມໃສ ທໍາກາລະແລ້ວ ຊົນເຫຼົ່ານັ້ນຈະເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ດັ່ງນີ້.

ຈົບພາກ ໕

_____________________

໕໗໙

ພາກ ໖

ເລື່ອງການບໍາເພັນປາຣະມີໃນອະດີດຕະຊາດ

ຊຶ່ງເຕັມໄປດ້ວຍທິດຖານຸຄະຕິອັນສາວົກໃນພາຍຫຼັງຄວນດໍາເນີນຕາມ.

໕໘໐

ພາກ ໖

ມີເລື່ອງ :- ຕ້ອງທ່ອງທ່ຽວມາແລ້ວເພາະບໍ່ຮູ້ອະຣິຍະສັຈ -- ຕະຫຼອດວັຕຕະສົງສາຣຂອງພຣະອົງຄ໌ບໍ່ເຄີຍທົງບັງເກີດໃນຊັ້ນສຸດທາວາສ -- ໃນວັຕຕະສົງສາຣທີ່ຜ່ານມາແລ້ວເຄີຍທົງບູຊາຍັນແລະບູຊາໄຟແລ້ວຢ່າງຫຼວງຫຼາຍ -- ທິຕຖານຸຄະຕິແຫ່ງຄວາມດີທົງສັ່ງສົມໄວ້ແຕ່ພົບກ່ອນໆ -- ເຄີຍທົງບັງເກີດເປັນມະຫາພຣົມ ສັກກະ ໆລໆ -- ຄັ້ງມີພຣະຊາດເປັນໂຊຕິປາລະມານົບ -- ຄັ້ງມີພຣະຊາດເປັນພຣະເຈົ້າມະຫາສຸທັສນ໌ -- ຄັ້ງມີພຣະຊາດເປັນປຸໂຣຫິຕສອນການບູຊາຍັນ -- ຄັ້ງມີພຣະຊາດເປັນພຣະເຈົ້າມະຄະເທວະຣາຊ -- ຄັ້ງມີພຣະຊາດເປັນມະຫາໂຄວິນທະພຣາມ -- ຄັ້ງມີພຣະຊາດເປັນຣະຖະກາຣຊ່າງເຮັດລົດ -- ຄັ້ງມີພຣະຊາດເປັນອະກິຕຕິດາບົດ -- ຄັ້ງມີພຣະຊາດເປັນພຣະຈັນທະກຸມາຣ -- ຄັ້ງມີພຣະຊາດເປັນພຣະເວດສັນດອນ -- ຄັ້ງມີພຣະຊາດເປັນມາຕັງຄະຊະດິນ -- ຄັ້ງມີພຣະຊາດເປັນຈູລະໂພທິ -- ຄັ້ງມີພຣະຊາດເປັນເຈົ້າຊາຍຢຸທັນຊະຢະ -- ທີ່ສຸດແຫ່ງການທ່ອງທ່ຽວຂອງພຣະອົງຄ໌.

໕໘໑

ພາກ ໖

ເລື່ອງການບໍາເພັນປາຣະມີໃນອະດີດຕະຊາດ

ຊຶ່ງເຕັມໄປດ້ວຍທິດຖານຸຄະຕິອັນສາວົກໃນພາຍຫຼັງຄວນດຳເນີນຕາມ.

________

ຄໍາຊີ້ແຈງສະເພາະພາກນີ້

______

ເລື່ອງລາວທີ່ກ່າວເຖິງພຣະຊາດໃນອະດີດຂອງພຣະອົງຄ໌ ຊຶ່ງຂ້າພະເຈົ້າປະມວນມາໄວ້ໃນພາກນີ້ນັ້ນ ເລືອກເກັບແຕ່ເລື່ອງທີ່ມີໃນຄໍາພີຊັ້ນບາລີພຣະໄຕຼປິດົກ, ເວັ້ນເລື່ອງຈໍາພວກທີ່ເຮົາຮຽກກັນວ່າ “ຊາດົກ” ແລະອັຕຖະກະຖາເສຍ, ຈຶ່ງໄດ້ມາບໍ່ຫຼາຍເລື່ອງ. ສໍາລັບພື້ນເລື່ອງຊາດົກ (ອັຕຖະກະຖາຊາດົກ) ທີ່ມີຕອນປະຊຸມກັບຊາດ ເປັນພຣະພຸດທພາສິຕ ດັ່ງທີ່ເຮົາເຄີຍອ່ານກັນທົ່ວໄປນັ້ນ ບໍ່ມີໃນບາລີ ຈຶ່ງບໍ່ໄດ້ນໍາເລື່ອງປະເພດນີ້ມາລວບລວມໄວ້ດ້ວຍ ແລະມີຫຼວງຫຼາຍຈົນເຫຼືອທີ່ຈະລວບລວມມາ.

ອັນໜຶ່ງ ສະເພາະຄໍາພີບາລີຈະຣິຢາປິດົກ ຊຶ່ງມີຢູ່ ໓໕ ເລື່ອງນັ້ນ ໄດ້ປະມວນມາໄວ້ໃນບ່ອນນີ້ພຽງ ໘ ເລື່ອງ ເລືອກເອົາສະເພາະຕ່າງກັນ ແລະຈັດໄວ້ຕອນປາຍຂອງພາກອີກພວກໜຶ່ງ ນອກຈາກເລື່ອງມະຫາສຸທັດສະນະຈະຣິຢາ ຊຶ່ງໃສ່ໄວ້ຕອນກາງ.

ປະການໜຶ່ງ, ການທີ່ນໍາເອົາເລື່ອງບຸບພະຊາດຂອງພຣະອົງຄ໌ມາກ່າວໄວ້ໃນເລື່ອງ “ພຸດທະປະວັດຈາກພຣະໂອຖະ” ນີ້ ມີຄວາມມຸ່ງໝາຍໃຫ້ຜູ້ອ່ານກໍານົດພິຈາຣະນາໃຫ້ເຫັນພຣະພຸດທະຈະຣິຍາ ທີ່ເອີ້ນວ່າການສ້າງປາຣະມີຫຼືສັ່ງສົມຄວາມດີຂອງພຣະອົງຄ໌, ເພື່ອຖືເອົາເປັນທິຕຖານຸຄະຕິເຄື່ອງດໍາເນີນຕາມ ບໍ່ໄດ້ມຸ່ງເລົ່ານິຍາຍ, ເພາະໜັງສືເຫຼັ້ມນີ້ມຸ່ງກ່າວໜັກໄປທາງທັມ ແທນການກ່າວໜັກໄປທາງນິຍາຍ ຫຼືຕໍານານດັ່ງທີ່ເຄີຍປາກົດມາແລ້ວຂ້າງຕົ້ນ ເທົ່ານັ້ນ.

-- ຜູ້ລວບລວມ

໕໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໖

ຕ້ອງທ່ອງທ່ຽວມາແລ້ວເພາະບໍ່ຮູ້ອະຣິຍະສັຈ໑

ພິກຂຸ ທ. ! ເພາະບໍ່ຮູ້ທົ່ວເຖິງ ບໍ່ແທງຕະຫຼອດຊຶ່ງອະຣິຍະສັຈສີ່ຢ່າງ, ເຮົາແລະ ພວກເຈົ້າທັງຫຼາຍ ຈຶ່ງທ່ອງທ່ຽວໄປແລ້ວໃນວັຕຕະສົງສາຣ ຕະຫຼອດກາລຍືດຍາວດົນເຖິງພຽງນີ້. ພິກຂຸ ທ. ! ເພາະບໍ່ຮູ້ທົ່ວເຖິງ ເພາະບໍ່ແທງຕະຫຼອດຊຶ່ງອະຣິຍະສັຈ ສີ່ຢ່າງ ເຫຼົ່າໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຄືທຸກຂ໌, ອະຣິຍະສັຈຄືເຫດໃຫ້ເກີດທຸກຂ໌, ອະຣິຍະສັຈຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ພິກຂຸ ທ. ! ເພາະບໍ່ຮູ້ທົ່ວເຖິງ ເພາະບໍ່ແທງຕະຫຼອດຊຶ່ງອະຣິຍະສັຈສີ່ຢ່າງ ເຫຼົ່ານີ້ແລ, ເຮົາແລະພວກເຈົ້າທັງຫຼາຍ ຈຶ່ງທ່ອງທ່ຽວໄປແລ້ວ ໃນວັຕຕະສົງສາຣ ຕະຫຼອດກາລຍືດຍາວດົນເຖິງປານນີ້. --ໆລໆ--

(ໃນບາລີແຫ່ງອື່ນ ກ່າວອະຣິຍະທັມສີ່ ຄື ອະຣິຍະສີລ ອະຣິຍະສະມາທິ ອະຣິຍະປັນຍາ ອະຣິຍະວິມຸດ ແທນທີ່ອະຣິຍະສັຈສີ່ເບື້ອງເທິງນີ້. - ມຫາ. ທີ ໑໐/໑໔໒/໑໐໘).

ຕະຫຼອດວັຕຕະສົງສາຣຂອງພຣະອົງຄ໌

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ