ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເມື່ອຂວັ້ນພົ້ວໝາກມ່ວງຂາດແລ້ວ ໝາກມ່ວງທັງຫຼາຍເຫຼົ່າໃດທີ່ເນື່ອງຂວັ້ນດຽວກັນ ໝາກມ່ວງເຫຼົ່ານັ້ນທັງໝົດ ຍ່ອມເປັນຂອງຕົກ ຫຼົ່ນຕາມໄປດ້ວຍກັນ ນີ້ເຊັ່ນໃດ, ພິກຂຸ ທ. ! ກາຍຂອງຕະຖາຄົຕກໍເຊັ່ນນັ້ນ ກາຍຂອງຕະຖາຄົຕ ມີຕັນຫາເຄື່ອງນໍາໄປສູ່ພົບ ຖືກຕະຖາຄົຕຖອນຂຶ້ນເສຍໄດ້ແລ້ວ, ດໍາຣົງຢູ່. ກາຍນີ້ຍັງດໍາຣົງຢູ່ພຽງໃດ ເທວະດາແລະມະນຸສທັງຫຼາຍ ຍັງຄົງເຫັນ ຕະຖາຄົຕຢູ່ຊົ່ວເວລາເທົ່ານັ້ນ. ເພາະການທໍາລາຍແຫ່ງກາຍ, ຫຼັງຈາກການຄວບຄຸມກັນຢູ່ໄດ້ຂອງຊີວິຕ ເທວະດາແລະມະນຸສທັງຫຼາຍຈັກບໍ່ເຫັນຕະຖາຄົຕເລີຍ.

(ອະທິບາຍວ່າເມື່ອເປັນອະຣະຫັນຕະສັມມາສັມພຸດທະແລ້ວ ການໝົດເຊື້ອທີ່ຈະນໍາໄປສູ່ພົບໃໝ່ ຄືການເກີດອີກ ຄົງຕັ້ງຢູ່ຊົ່ວເວລາທີ່ຍັງບໍ່ແຕກດັບ. ຄັນແຕກດັບແລ້ວ ເຖິງຄວາມເປັນຊ່ອງຫວ່າງ ບໍ່ມີອັນໃດເຫຼືອ. ສ່ວນຜະສົມຂອງກາຍສໍາລັບພົບຕໍ່ໄປ ລວມຂົ້ວຢູ່ທີ່ຕັນຫາທີ່ເປັນເຄື່ອງນໍາໄປສູ່ພົບ, ເພາະສະນັ້ນຈຶ່ງຕຣັດໄວ້ດັ່ງນີ້).

ການປະຣິນິບພານຂອງພຣະອົງຄ໌ຄືຄວາມທຸກຂ໌ຮ້ອນ

ຂອງມະຫາຊົນ ໑

ພິກຂຸ ທ. ! ການທໍາກາລະກິຣິຍາຂອງບຸກຄົນເອກ ຍ່ອມເປັນຄວາມທຸກຂ໌ຮ້ອນ ຂອງມະຫາຊົນຢ່າງຫຼວງຫຼາຍ. ການທໍາກາລະກິຣິຍາຂອງບຸກຄົນເອກເຫຼົ່າໃດໜໍ ? ຄືການທໍາກາລະກິຣິຍາຂອງພຣະຕະຖາຄົຕ ຜູ້ເປັນພຣະອະຣະຫັນຕ໌ ຕຣັສຮູ້ຖືກຕ້ອງດ້ວຍພຣະອົງຄ໌ເອງ.

ພິກຂຸ ທ. ! ການທໍາກາລະກິຣິຍາຂອງບຸກຄົນເອກນີ້ແລ ຍ່ອມເປັນຄວາມທຸກຂ໌ຮ້ອນ ຂອງມະຫາຊົນຢ່າງຫຼວງຫຼາຍ.

໑. ບາລີ ເອກ. ອັງ. ໒໐/໒໙/໑໔໒. ຕຣັດແກ່ພິກຂຸ ທ.

ການປະຣິນິບພານ ໕໗໗

ສັງເວຊະນິຢະສະຖານພາຍຫຼັງພຸດທະປະຣິນິບພານ ໑

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ແຕ່ກ່ອນນີ້ ພິກຂຸທັງຫຼາຍທີ່ຈໍາພັນສາໃນທິສຕ່າງໆ ແລ້ວຍ່ອມມາເຝົ້າພຣະຜູ້ມີພຣະພາຄເຈົ້າ. ພວກຂ້ານ້ອຍທັງຫຼາຍ ໄດ້ມີໂອກາດເຫັນພິກຂຸທັງຫຼາຍ ຜູ້ໜ້າຈະເຣີນໃຈເຫຼົ່ານັ້ນ ໄດ້ມີໂອກາດເຂົ້າພົບເຫັນພິກຂຸທັງຫຼາຍ ຜູ້ໜ້າຈະເຣີນໃຈເຫຼົ່ານັ້ນ. ຄັນພຣະຜູ້ມີພຣະພາຄເຈົ້າລ່ວງລັບໄປແລ້ວ ພວກຂ້ານ້ອຍທັງຫຼາຍຍ່ອມໝົດໂອກາດທີ່ຈະໄດ້ເຫັນຫຼືໄດ້ເຂົ້າພົບພໍ້ພິກຂຸທັງຫຼາຍ ຜູ້ໜ້າຈະເຣີນໃຈເຫຼົ່ານັ້ນອີກຕໍ່ໄປ”. - ພຣະອານົນທ໌ຂາບທູນພຣະຜູ້ມີພຣະພາຄເຈົ້າໃນວັນປະຣິນິບພານ.

ດູຣາອານົນທ໌ ! ສະຖານທີ່ທີ່ຄວນເຫັນ ແລະຄວນເກີດຄວາມສັງເວຊແກ່ກຸລະບຸຕ ຜູ້ມີສັດທາ ມີຢູ່ ໔ ເຂດ. ໔ ເຂດອັນໃດໜໍ ? ດູຣາອານົນທ໌ ! ສະຖານທີ່ທີ່ຄວນເຫັນ ແລະຄວນເກີດຄວາມສັງເວຊ ແກ່ກຸລະບຸຕຜູ້ມີສັດທາ ວ່າ ພຣະຕະຖາຄົຕປະສູດແລ້ວ ນະ ບ່ອນນີ້ ໑, ສະຖານທີ່ ທີ່ຄວນເຫັນແລະຄວນເກີດຄວາມສັງເວຊແກ່ກຸລະບຸຕຜູ້ມີສັດທາ ວ່າ ພຣະຕະຖາຄົຕໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານແລ້ວ ນະ ບ່ອນນີ້ ໑, ສະຖານທີ່ ທີ່ຄວນເຫັນແລະຄວນເກີດຄວາມສັງເວຊແກ່ກຸລະບຸຕຜູ້ມີສັດທາວ່າ ພຣະຕະຖາຄົຕ ໄດ້ປະກາດອະນຸດຕະຣະທັມມະຈັກໃຫ້ເປັນໄປແລ້ວ ນະ ບ່ອນນີ້ ໑, ສະຖານທີ່ທີ່ຄວນເຫັນ ແລະຄວນເກີດຄວາມສັງເວຊແກ່ກຸລະບຸຕຜູ້ມີສັດທາ ວ່າ ພຣະຕະຖາຄົຕປະຣິນິບພານ ດ້ວຍອະນຸປາທິເສສະນິບພານທາດແລ້ວ ນະ ບ່ອນນີ້ ໑, ອານົນທ໌ ! ສະຖານທີ່ທີ່ຄວນເຫັນແລະຄວນເກີດຄວາມສັງເວຊແກ່ກຸລະບຸຕຜູ້ມີສັດທາ ມີ ໔ ເຂດເຫຼົ່ານີ້ແລ.

໑. ບາລີ ມະຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໖໓/໑໓໑. ຕຣັດແກ່ພຣະອານົນທ໌ ທີ່ລະຫວ່າງຕົ້ນສາລະຄູ່

ໃນບ່ອນທີ່ປະຣິນິບພານ.

໕໗໘ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ອານົນທ໌ ! ພິກຂຸທັງຫຼາຍ ຫຼືພິກຂຸນີທັງຫຼາຍ ຫຼືອຸປາສົກທັງຫຼາຍ ຫຼືອຸປາສິກາ ທັງຫຼາຍ ຜູ້ມີສັດທາ ຈະພາກັນມາສູ່ສະຖານທີ່ ໔ ເຂດເຫຼົ່ານີ້ ໂດຍໝາຍໃຈວ່າ ພຣະຕະຖາຄົຕ ໄດ້ປະສູດແລ້ວ ນະ ບ່ອນນີ້ແດ່, ພຣະຕະຖາຄົຕໄດ້ຕຣັສຮູ້ ອະນຸດຕະຣະສັມມາສັມໂພທິຍານແລ້ວ ນະ ບ່ອນນີ້ແດ່, ພຣະຕະຖາຄົຕໄດ້ປະກາດອະນຸດຕະຣະທັມມະຈັກໃຫ້ເປັນໄປແລ້ວ ນະ ບ່ອນນີ້ແດ່, ພຣະຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາດ ນະ ບ່ອນນີ້ແດ່ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ