ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ກໍຖ້າມີພິກຂຸແມ່ນວ່າອົງຄ໌ໜຶ່ງ ມີຄວາມລະແວງໃຈ ເຫັນຂັດແຍ້ງໃນພຣະພຸດ, ພຣະທັມ, ພຣະສົງຄ໌, ໃນມັກຄາ ໃນຂໍ້ປະຕິບັດກໍດີ ຈົ່ງຖາມເສຍ, ຢ່າເປັນຜູ້ຕ້ອງເດືອດຮ້ອນໃນພາຍຫຼັງ ວ່າ “ເຮົາຢູ່ສະເພາະຕໍ່ໜ້າພຣະສາສດາແລ້ວ ບໍ່ກ້າຖາມໃນທີ່ສະເພາະຕໍ່ໜ້າ” ດັ່ງນີ້. (ບໍ່ມີພິກຂຸອົງຄ໌ໃດທູນຖາມ ຈົນຮອດເວລາທີ່ທົງເຕືອນຊໍ້າຈົນຄົບສາມຄັ້ງ, ໃນທີ່ສຸດຕຣັດວ່າ ຖ້າບໍ່ກ້າຖາມເອງ ໃຫ້ວານໝູ່ຖາມແທນ, ກໍບໍ່ມີໃຜທູນຖາມ, ພຣະອານົນທ໌ທູນສັນລະເສີນຄວາມທີ່ພິກຂຸສົງຄ໌ແມ່ນແຕ່ອົງຄ໌ດຽວ ກໍບໍ່ມີໃຜລະແວງແຄງໃຈໃນພຣະສາສດາ ຫຼືທັມວິນັຍຂອງຕົນ, ຕຣັດວ່າ ) :

ອານົນທ໌ ! ເຈົ້າກ່າວດ້ວຍຄວາມເຫຼື້ອມໃສ ແລະຢັ່ງເຖິງ. ແທ້ທີ່ຈິງໃນເລື່ອງນີ້ ຄວາມຮູ້ສຶກຂອງຕະຖາຄົຕກໍມີແລ້ວວ່າ ຄວາມລະແວງແຄງໃຈເຫັນຂັດແຍ້ງ ໃນ ພຣະພຸດ ພຣະທັມ ພຣະສົງຄ໌ ໃນມັກຄະ ໃນຂໍ້ປະຕິບັດ ຂອງພິກຂຸແມ່ນແຕ່ອົງຄ໌ດຽວ ໃນພິກຂຸສົງຄ໌ນີ້ບໍ່ມີເລີຍ, ອານົນທ໌ ! ເພາະວ່າໃນບັນດາພິກຂຸ ໕໐໐ ອົງຄ໌ ເຫຼົ່ານີ້ ອົງຄ໌ໃດທີ່ຕໍ່າທີ່ສຸດກວ່າເຂົາທັງປວງ ອົງຄ໌ນັ້ນ ກໍຍັງເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທໍາມະດາ ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ໃນເບື້ອງໜ້າ, (ໃນທີ່ສຸດໄດ້ທົງເຕືອນເປັນຄັ້ງສຸດທ້າຍວ່າ ) :

ພິກຂຸ ທ. ! ບັດນີ້ ເຮົາຈະເຕືອນພວກເຈົ້າ ທ. ວ່າ “ສັງຂາຣທັງຫຼາຍມີຄວາມເສື່ອມໄປເປັນທໍາມະດາ. ພວກເຈົ້າ ທ. ຈົ່ງຍັງປະໂຍຊນ໌ຕົນແລະທ່ານ ໃຫ້ເຖິງພ້ອມດ້ວຍຄວາມບໍ່ປະມາດເຖີ້ນ” ດັ່ງນີ້. ນີ້ເປັນວາຈາຄັ້ງສຸດທ້າຍຂອງຕະຖາຄົຕ.

ການປະຣິນິບພານ ໕໗໕

(ຕໍ່ຈາກນີ້ ທົງນິ້ງງຽບ ເຂົ້າປະຖົມມະຊານ,໑ ທຸຕິຢະຊານ, ຕະຕິຢະຊານ, ຈະຕຸຕຖະຊານ, ອາກາສານັນຈາຢະຕະນະ, ວິນຍານັນຈາຢະຕະນະ, ອາກິນຈັນຍາຢະຕະນະ, ເນວະສັນຍານາສັນຍາຢະຕະນະ, ສັນຍາເວທະຢິຕະນິໂຣດ, ແລ້ວຢ້ອນກັບລົງມາຕາມລໍາດັບ ຈົນເຖິງປະຖົມມະຊານ ແລ້ວທວນກັບຂຶ້ນອີກໂດຍລໍາດັບໆ ຈົນເຖິງຈະຕຸຸຕຖະຊານ ສະເດັດປະຣິນິບພານ ໃນເມື່ອອອກຈາກຈະຕຸຕຖະຊານນັ້ນແລ້ວ).

(ເລື່ອງຫຼັງຈາກການປະຣິນິບພານແລ້ວຕໍ່ໄປນີ້ ເປັນຂໍ້ຄວາມທີ່ຕຣັດໄວ້ກ່ອນການປະຣິນິບພານ ໃນບ່ອນຕ່າງໆກັນ. ໄດ້ນໍາມາຮຽງລໍາດັບໄວ້ຕອນນີ້ ກໍເພື່ອໃຫ້ເປັນພື້ນເລື່ອງປະວັດທີ່ເຂົ້າຮູບກັນ, ຜູ້ອ່ານບໍ່ຕ້ອງສົງໄສວ່າພຣະພຸດທະອົງຄ໌ປະຣິນິບພານແລ້ວ ເປັນຫຍັງຍັງມາຕຣັດເລົ່າໄດ້ອີກ)

ແຜ່ນດິນໄຫວ ເນື່ອງດ້ວຍການປະຣິນິບພານ ໒

ອານົນທ໌ ! ໃນກາລໃດ ຕະຖາຄົຕ ປະຣິນິບພານດ້ວຍອະນຸປາທິເສສະນິບພານທາດ, ໃນກາລນັ້ນ ປະຖະວີ ຍ່ອມໄຫວ ຍ່ອມສັ່ນ ຍ່ອມສະເທືອນ. ອານົນທ໌ ! ນີ້ເປັນເຫດທີແປດ ເປັນປັດຈັຍທີແປດ ແຫ່ງການປາກົດການໄຫວຂອງແຜ່ນດິນອັນໃຫຍ່ຫຼວງ.໓

ເຮົາເຫັນພຣະອົງຄ໌ໄດ້ຊົ່ວເວລາທີ່ຍັງປາກົດພຣະກາຍ ໔

ພິກຂຸ ທ. ! ກາຍຂອງຕະຖາຄົຕນີ້ ມີຕັນຫາອັນເປັນເຄື່ອງນໍາໄປສູ່ພົບ ຖືກ ຕະຖາຄົຕຖອນຂຶ້ນເສຍໄດ້ແລ້ວ, ດໍາຣົງຢູ່. ກາຍນີ້ຍັງດໍາຣົງຢູ່ພຽງໃດ ເທວະດາ ແລະມະນຸສທັງຫຼາຍ ຍັງຄົງໄດ້ເຫັນຕະຖາຄົຕນັ້ນຢູ່ພຽງນັ້ນ. ເພາະການທໍາລາຍແຫ່ງກາຍ, ຫຼັງຈາກການຄວບຄຸມກັນຢູ່ໄດ້ຂອງຊີວິຕ ເທວະດາແລະມະນຸສທັງຫຼາຍຈັກບໍ່ເຫັນຕະຖາຄົຕນັ້ນເລີຍ.

໑. ຈົ່ງຊາບວ່າ ອອກຈາກຊານນັ້ນໆ ເສຍກ່ອນແລ້ວຈຶ່ງເລື່ອນຂຶ້ນຊານຕໍ່ໄປໄດ້ໂດຍລໍາດັບ.

໒. ບາລີ ຈາລະວັກຄະ ອັຕຖກ. ອັງ. ໒໓/໓໒໓/໑໖໗. ຕຣັດແກ່ພຣະອານົນທ໌.

໓. ແຜ່ນດິນໄຫວ ເພາະເຫດແປດຢ່າງຄື ລົມກໍາເລີບ, ຜູ້ມີຣິດບັນດານ, ໂພທິສັຕລົງສູ່ຄັນ, ປະສູດ, ຕຣັສຮູ້,

ພຣະຕະຖາຄົຕສະແດງທັມມະຈັກ, ປົງອາຍຸສັງຂາຣ ແລະ ນິບພານ.

໔. ບາລີ ພຣັມມະຊາລະສູຕ ສີ. ທີ. ໙/໕໙/໙໐. ຕຣັດແກ່ພິກຂຸ ທ. ທີ່ອຸທະຍານອັມພະລັຕຖິກາ ລະຫວ່າງ

ເມືອງຣາຊະຄຶກັບເມືອງນາລັນທາ.

໕໗໖ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ