ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ເຈົ້າຈົ່ງເຂົ້າໄປໃນເມືອງກຸສິນາຣາ ຈົ່ງບອກແກ່ມັນລະກະສັດ ທ. ແຫ່ງເມືອງກຸສິນາຣາວ່າ “ດູຣາກະສັດຜູ້ວາເສຕຖະໂຄຕ ທ. ! ໃນຍາມສຸດທ້າຍແຫ່ງຣາຕຣີວັນນີ້ ການປະຣິນິບພານຂອງພຣະຕະຖາຄົຕເຈົ້າຈະມີ. ເຊີນທ່ານ ທ. ຮີບໄປ, ຂໍຢ່າຕ້ອງເດືອດຮ້ອນໃນພາຍຫຼັງວ່າ ການປະຣິນິບພານຂອງພຣະຕະຖາຄົຕເຈົ້າ ໄດ້ມີແລ້ວໃນຄາມເຂດຂອງພວກເຮົາ ແຕ່ພວກເຮົາບໍ່ໄດ້ເຫັນພຣະຕະຖາຄົຕເຈົ້າ ເປັນຄັ້ງສຸດທ້າຍ”. (ພຣະອານົນທ໌ຜູ້ດຽວ ເຂົ້າໄປແຈ້ງແກ່ມັນລະກະສັດ ມັນລະກະສັດຄໍ່າຄວນ ໂດຍນັຍດຽວກັບພວກເທວະດາທີ່ກ່າວມາແລ້ວ ພາກັນອອກມາເຝົ້າ ພຣະອົງຄ໌. ພຣະອານົນທ໌ ຈັດໃຫ້ເຝົ້າໂດຍຂານຊື່ຖວາຍເທື່ອລະພວກ ແລ້ວກ່ອນປະຖົມມະຍາມ. ຕໍ່ຈາກນີ້ສຸພັດທະປະຣິບພາຊົກ ມີໂອກາດເຂົ້າເຝົ້າ ທູນຖາມຄວາມຜິດຫຼືຖືກຂອງລັດທິອື່ນໆ. ຕຣັດຫ້າມເສຍ ແລ້ວຕຣັດເຖິງເລື່ອງສະມະນະທີ່ແທ້ຈິງ ມີສະເພາະໃນສາສນາທີ່ມີອະຣິຍະມັກຄະປະກອບດ້ວຍອົງຄ໌ແປດ, ບໍ່ມີໃນສາສນາທີ່ບໍ່ມີອະຣິຍະມັກຄະມີອົງຄ໌ແປດ).

ການປະຣິນິບພານ ໕໗໓

ສຸພັດທະ ! ເຮົາເມື່ອມີວັຍ ໒໙ ປີບວດແລ້ວສະແຫວງຫາຢູ່ວ່າອັນໃດເປັນກຸສົລໆ, ນັບແຕ່ບວດແລ້ວໄດ້ ໕໑ ປີ ຄວາມເປັນໄປແຫ່ງທັມມະປະເທດເຄື່ອງຕຣັສຮູ້ ບໍ່ໄດ້ມີພາຍນອກຈາກທັມວິນັຍນີ້, ແມ່ນວ່າສະມະນະ (ສະມະນະທີ ໑ ຄື ໂສດາບັນ) ກໍບໍ່ໄດ້ມີພາຍນອກຈາກທັມວິນັຍນີ້ ແມ່ນວ່າສະມະນະ ທີ ໒, ທີ ໓, ທີ ໔, ກໍບໍ່ໄດ້ມີ. ວາທະເຄື່ອງສອນຂອງຜູ້ອື່ນ ວ່າງຈາກສະມະນະຂອງພວກອື່ນ, ສຸພັດທະ ! ກໍພິກຂຸ ທ. ເຫຼົ່ານີ້ ຍ່ອມຢູ່ໂດຍຖືກຕ້ອງເຖີ້ນ ໂລກກໍຈະບໍ່ຫວ່າງເປົ່າຈາກພຣະອໍຣະຫັນຕ໌ທັງຫຼາຍ. (ຕໍ່ຈາກນີ້ ສຸພັດທະທູນສັນລະເສີນເທສນາ ຂໍບັນພະຊາອຸປະສົມບົດ ໄດ້ຮັບຍົກເວັ້ນບໍ່ຕ້ອງຢູ່ຕິດຖິຢະປະຣິວາສກ່ອນອຸປະສົມບົດ, ຕໍ່ມາບໍ່ດົນໄດ້ບັນລຸອະຣະຫັຕຕະຜົລ. (ເພິ່ນເປັນສາວົກອົງສຸດທ້າຍໃນບັນດາສາວົກທີ່ທັນເຫັນພຣະພຸດທະອົງຄ໌), ຕໍ່ຈາກນີ້ໄດ້ຕຣັດພຣະໂອວາດທີ່ສໍາຄັນໆ ຕ່າງໆ ອີກ ໔ - ໕ ເລື່ອງ).

ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າເຊັ່ນນີ້ວ່າ ທັມວິນັຍຂອງພວກເຮົາມີ ພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້. ອານົນທ໌ ! ພວກເຈົ້າຢ່າຄິດເຊັ່ນນັ້ນ. ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັດແລ້ວແກ່ພວກເຈົ້າ ທ. ທັມວິນັຍນັ້ນ ຈັກເປັນອົງສາສດາຂອງພວກເຈົ້າ ທ. ໂດຍກາລທີ່ເຮົາລ່ວງລັບໄປແລ້ວ.

ອານົນທ໌ ! ເວລານີ້ ພວກພິກຂຸທົ່ວໄປ ເອີ້ນກັນດ້ວຍຄໍາວ່າ ອາວຸໂສ໑ແກ່ກັນແລະກັນ (ທັງແກ່ທັງອ່ອນ) ; ໂດຍກາລທີ່ເຮົາລ່ວງລັບໄປແລ້ວ ບໍ່ຄວນຮຽກເອີ້ນກັນດັ່ງນັ້ນ ຜູ້ແກ່ກວ່າ ຈົ່ງຮຽກຜູ້ອ່ອນ ໂດຍຊື່ ຫຼື ໂດຍນາມສະກຸນ ຫລືໂດຍຄໍາວ່າ ອາວຸໂສ, ຜູ້ອ່ອນກວ່າ ຈົ່ງເອີ້ນຮຽກຜູ້ແກ່ກວ່າ ວ່າ ພັນເຕ ຫຼື ອາຍັດສະມາ.

ອານົນທ໌ ! ໂດຍກາລທີ່ເຮົາລ່ວງລັບໄປແລ້ວ ສົງຄ໌ຈົ່ງເລີກຖອນສິກຂາບົດເລັກນ້ອຍໄດ້, ຖ້າຕ້ອງການ.

໑. ອາວຸໂສ ເປັນຄໍາເວົ້າຜູ້ທີ່ສະເໝີກັນ ບໍ່ສະແດງຄວາມເຄົາຣົບ ແລະເປັນທີ່ບອກວ່າຕົນສູງກວ່າຜູ້ຟັງດ້ວຍ.

໕໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ອານົນທ໌ ! ໂດຍການທີ່ເຮົາລ່ວງລັບໄປແລ້ວ ສົງຈົ່ງລົງພຣົມມະທັນແກ່ພິກຂຸສັນນະ, ຄື ພິກຂຸສັນນະຈົ່ງກ່າວອັນໃດໄດ້ຕາມພໍໃຈ, ພິກຂຸທັງຫຼາຍບໍ່ຕ້ອງວ່າກ່າວຕັກເຕືອນສັ່ງສອນລາວ. (ຕໍ່ຈາກນີ້ຕຣັດປະທານໂອກາດຄັ້ງສຸດທ້າຍ ໃຫ້ຜູ້ນັ້ນກ່າວອອກມາໄດ້ ຖ້າໃຜຍັງລັງເລສົງໄສອັນໃດແດ່ ໃນພຣະພຸດ ພຣະທັມ ພຣະສົງຄ໌).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ