ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ນີ້ເປັນມະຫາປຸຣິສະລັກຂະນະ ໓໒ ປະການຂອງມະຫາບຸຣຸດ.
ປຸບພະກັມຂອງການໄດ້ມະຫາປຸຣິສະລັກຂະນະ ໑
...ພິກຂຸ ທ. ! ພວກຣືສີພາຍນອກ ຈໍາມົນມະຫາປຸຣິສະລັກຂະນະໄດ້ກໍຈິງແລ ແຕ່ຫາຮູ້ບໍ່ວ່າ ການທີ່ມະຫາບຸຣຸດໄດ້ລັກສະນະອັນນີ້ໆ ເພາະສ້າງກັມເຊັ່ນນີ້ໆ :
(ກ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ໃນພົບທີ່ຢູ່ອາໄສກ່ອນ ໄດ້ເປັນຜູ້ບາກບັ່ນໃນກຸສົລ ຖືໝັ້ນໃນກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ, ໃນການບໍຣິຈາຄທານ ການສະມາທານສີລ ການຮັກສາອຸໂປສົດ ການປະຕິບັດມານດາ ບິດາ ການປະຕິບັດສະມະນະພຣາມ ການອ່ອນນ້ອມຕໍ່ຜູ້ຈະເຣີນໃນຕະກູນ ແລະໃນອະທິກຸສົລທັມອື່ນ. ເພາະໄດ້ເຮັດ ໄດ້ສ້າງສົມ ໄດ້ພອກພູນ ໄດ້ເສບສຸມກັມນັ້ນໆໄວ້, ພາຍຫຼັງແຕ່ການຕາຍ ເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ຕະຖາຄົຕນັ້ນຖືເອົາຍິ່ງກວ່າ ໃນເທບເຫຼົ່າອື່ນໂດຍ ຖານະ ໑໐ ຄືອາຍຸທິບ ວັນນະທິບ ສຸຂທິບ ຍົສທິບ ອະທິິບໍດີທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ສັມຜັສທິບ ; ຄັນຈຸຕິຈາກພົບນັ້ນ ມາສູ່ຄວາມເປັນມະນຸສຢ່າງນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີຝ່າບາທາສະເໝີ ຢຽບລົງກໍສະເໝີ ຍົກຂຶ້ນກໍສະເໝີ ຝ່າບາທາຖືກພື້ນພ້ອມກັນ... (ລັກສະນະທີ ໑), ຍ່ອມເປັນຜູ້ບໍ່ຫວາດຫວັ່ນຕໍ່ຂ້າເສິກ
໑. ບາລີ ລັກຂະນະສູຕ ປາ. ທີ. ໑໑/໑໕໙-໑໙໓/໑໓໐--໑໗໑.
໓໔ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ທັງພາຍໃນແລະພາຍນອກ ຄື ຣາຄະ ໂທສະ ໂມຫະກໍຕາມ ສະມະນະພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ທີ່ເປັນສັດຕູ.
(ຂ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ...໑ ໄດ້ເປັນຜູ້ນໍາເອົາສຸຂມາໃຫ້ແກ່ມະຫາຊົນ ເປັນຜູ້ບັນເທົາພັຍ ຄືຄວາມແຕກຕື່ນຫວາດສຽວ ຈັດການຄຸ້ມຄອງຮັກສາໂດຍທັມ ໄດ້ຖວາຍທານມີເຄື່ອງບໍຣິວານ. ເພາະໄດ້ສ້າງ... ກັມນັ້ນໆໄວ້... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ພາຍໃຕ້ຝ່າບາທາມີຈັກທັງຫຼາຍເກີດຂຶ້ນ ມີດິ້ວຕັ້ງພັນ ພ້ອມດ້ວຍກົງແລະດຸມ ບໍຣິບູນດ້ວຍອາການທັງປວງ ມີລະຍະອັນຈັດໄວ້ດ້ວຍດີ... (ລັກສະນະທີ ໒) ຍ່ອມເປັນຜູ້ມີບໍຣິວານຫຼາຍ : ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸສ ອະສູນ ນາຄ ຄົນທັນ ຍ່ອມເປັນບໍຣິວານຂອງຕະຖາຄົຕ.
(ຄ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ເວັ້ນຈາກປານາຕິບາຕ ວາງແລ້ວຊຶ່ງສາສຕຣາ ແລະອາຊະຍາ ມີຄວາມລະອາຽອິດູ ກະຣຸນາ ເກື້ອກູນແກ່ສັຕທີ່ມີຊີວິຕທັງປວງ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະທັງ ໓ ຂໍ້ນີ້ຄື ມີສົ້ນບາທາຍາວ ມີຂໍ້ນິ້ວຍາວ ມີກາຍຕົງດຸດດັ່ງກາຍພຣົມ... (ລັກສະນະ ທີ ໓, ໔, ໑໕) ຍ່ອມເປັນຜູ້ມີຊົນມາຍຸຍືນຍາວຕະຫຼອດກາລະນານ ; ສະມະນະຫຼືພຣາມ ເທວະດາ ມາຣ ພຣົມ ກໍຕາມ ຫຼືໃຜໆທີ່ເປັນສັດຕູ ບໍ່ສາມາດປົງຊີວິຕຕະຖາຄົຕເສຍໃນລະຫວ່າງໄດ້.
(ງ) ພິກຂຸ ທ. ! ເມື່ອຕະຖາຄົຕເກີດເປັນມະນຸສໃນຊາດກ່ອນ... ໄດ້ເປັນຜູ້ໃຫ້ທານຂອງຄວນຄ້ຽວ ຄວນບໍຣິໂພກ ຄວນຊິມລອງ ຄວນຈິບ ຄວນດື່ມ ມີຣົສອັນປານີຕ. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸສເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກ້າມຊີ້ນນູນເຕັມໃນທີ່ ໗ ແຫ່ງຄື ທີ່ມືທັງສອງ ທີ່ບາທາທັງສອງ ທີ່ບ່າທັງສອງ ແລະທີ່ຄໍ... (ລັກສະນະທີ ໑໖) ຍ່ອມໄດ້ຂອງຄວນຄ້ຽວ ຄວນບໍຣິໂພກ ຄວນຊິມລອງ ຄວນຈິບ ຄວນດື່ມ ອັນມີຣົສປານີຕ.
໑. ທີ່ປະໄວ້ດ້ວຍຈໍ້າສາມເມັດດັ່ງນີ້ ທຸກແຫ່ງໝາຍຄວາມວ່າ ຄໍາທີ່ປະໄວ້ນັ້ນຊໍ້າກັນເໝືອນໃນຂໍ້ ໑ ເບື້ອງເທິງ.
ເຕີມເອົາເອງກໍໄດ້ ແມ່ນວ່າບໍ່ເຕີມກໍໄດ້ຄວາມໝາຍເທົ່າກັນ.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໓໕








