ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ບ້ານເວລຸວະຄາມ. (ນະ ທີ່ບ້ານນັ້ນ ຕຣັດໃຫ້ພິກຂຸສົງຄ໌ຈໍາພັນສາ), ພິກຂຸ ທ. ! ເອົາເຖີ້ນ, ພວກເຈົ້າຈົ່ງຈໍາພັນສາໃນເຂດເມືອງເວສາລີໂດຍຮອບໆ ຕາມພວກມິຕສະຫາຍແລະໝູ່ເພື່ອນເຖີ້ນ, ສ່ວນເຮົາຈັກຈໍາພັນສາ ນະ ບ້ານເວລຸວະຄາມນີ້ແລ. (ພິກຂຸ ທ. ຈໍາພັນສາຕາມພໍໃຈແລ້ວ, ໃນພັນສາພຣະອົງຄ໌ປະຊວນໜັກ ເກືອບສິ້ນພຣະຊົນມາຍຸ ແຕ່ທົງມີສະຕິສັມປະຊັນຍະບໍ່ກະວົນກະວາຍ, ທົງດໍາຣິວ່າ ຕ້ອງແຈ້ງໃຫ້ອຸປັຕຖາກ ແລະພິກຂຸສົງຄ໌ ຊາບລ່ວງໜ້າເສຍກ່ອນແລ້ວປະຣິນິບພານຈຶ່ງຈະຄວນ ຄັນຫາຍປະຊວນແລ້ວ ໄດ້ຕຣັດກັບພຣະອານົນທ໌ ຜູ້ທູນສັນລະເສີນເຖິງຄວາມອົດກັ້ນຕໍ່ທຸກຂະເວທະນາຂອງພຣະອົງຄ໌ເອງ, ແລະທ່ານຫວັງວ່າຄົງຍັງບໍ່ຊົງນິບພານກ່ອນແຕ່ຈະຕຣັດເລື່ອງສໍາຄັນອີກ).
ອານົນທ໌ ! ພິກຂຸສົງຄ໌ຈະຍັງຫວັງອັນໃດກັບເຮົາອີກໜໍ, ທັມ ເຮົາໄດ້ສະແດງແລ້ວ ບໍ່ຂາດໄລຍະ ບໍ່ມີອີກນອກຈາກທີ່ສະແດງແລ້ວ ບໍ່ມີກໍາມືໃນທັມ (ຄືທັມທີ່ຍັງກໍາໄວ້ບໍ່ເປີດເຜີຍໃຫ້ເບິ່ງ) ແກ່ຕະຖາຄົຕເລີຍ. ...ໆລໆ...
ອານົນທ໌ ! ບັດນີ້ເຮົາແກ່ເຖົ້າ ເປັນຜູ້ໃຫຍ່ ລ່ວງກາລຜ່ານໄວດົນນານໂດຍລໍາດັບ. ວັຍຂອງເຮົາເປັນມາໄດ້ ໘໐ ປີແລ້ວ. ອານົນທ໌ ! ກາຍຂອງຕະຖາຄົຕເກົ່າແກ່ແລ້ວ ປຽບເໝືອນກວຽນເກົ່າເພ ທີ່ເຂົາສ້ອມແຊມປົວແປງປະທັງໄວ້ດ້ວຍໄມ້ໄຜ່.
໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໑໒/໙໐.
໒. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໑໖/໙໓.
໕໖໒ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ອານົນທ໌ ! ສະໄໝໃດ ຕະຖາຄົຕເຂົ້າສູ່ເຈໂຕສະມາທິ ທີ່ບໍ່ມີນິມິຕ ເພາະບໍ່ນ້ອມນຶກນິມິຕທັງປວງໄວ້ໃນໃຈ ດັບເວທະນາບາງພວກເສຍ ແລ້ວແລຢູ່ ; ອານົນທ໌ ! ກາຍຂອງຕະຖາຄົຕ ຍ່ອມຜາສຸກຍິ່ງແທ້. (ຕໍ່ຈາກນີ້ຕຣັດໃຫ້ມີທັມ ຫຼືຕົນເອງເປັນທີ່ເພິ່ງ, ຄື ສະຕິປັຕຖານສີ່).
ສະເດັດທິວາວິຫາຣ ທີ່ປາວາລເຈດີ ໑
ອານົນທ໌ ! ເຈົ້າຈົ່ງຖືຜ້າປູນັ່ງໄປ ເຮົາຈະໄປສູ່ປາວາລະເຈດີ ເພື່ອນັ່ງພັກຕະຫຼອດ ເວລາກາງເວັນ. (ນະ ທີ່ບ່ອນນີ້ ໄດ້ຕຣັດອານຸພາບຂອງອິທທິບາດສີ່ປະການ ວ່າອາດເຮັດບຸກຄົນຜູ້ຈະເຣີນໄດ້ເຕັມທີ່ ໃຫ້ມີຊີວິຕຢູ່ກັບໜຶ່ງກໍໄດ້ ແຕ່ພຣະອານົນທ໌ບໍ່ໄດ້ທູນຂໍໃຫ້ທົງຢູ່ ເພາະຮູ້ບໍ່ທັນ, ທົງຂັບໄລ່ພຣະອານົນທ໌ໄປແລ້ວ ມາຣໄດ້ຮື້ຟື້ນຄໍາສັນຍາເລື່ອງຈະປະຣິນິບພານ ໃນເມື່ອພຣະສາສນາເປັນປຶກແຜ່ນດີແລ້ວ ພຣະອົງຄ໌ຈຶ່ງທົງຕັດສິນພຣະທັຍໃນການປະຣິນິບພານ ຮຽກວ່າປົງອາຍຸສັງຂາຣ, ແຜ່ນດິນໄຫວແລະຕຣັດເຫດທີ່ແຜ່ນດິນໄຫວ, ຄືລົມກໍາເລີບ, ຜູ້ມີຣິດບັນດານ, ໂພທິສັຕຈຸຕິ, ປະສູດ, ຕຣັສຮູ້, ສະແດງທັມມະຈັກ, ປົງອາຍຸສັງຂາຣ, ປະຣິນິບພານ).
ອານົນທ໌ ! ເມື່ອວ່າງກີ້ນີ້ ມາຣຜູ້ໃຈບາບ ໄດ້ເຂົ້າມາຫາເຮົາ ທີ່ປາວາລເຈດີນີ້, ຢືນຢູ່ ນະ ທີ່ຂ້າງໜຶ່ງ ແລ້ວກ່າວແກ່ເຮົາວ່າ “ພຣະຜູ້ມີພຣະພາຄເຈົ້າ ຈົ່ງປະຣິນິບພານ ເສຍເຖີ້ນ, ບັດນີ້ເຖິງເວລາປະຣິນິບພານຂອງພຣະຜູ້ມີພຣະພາຄເຈົ້າແລ້ວ ເພາະ ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັດໄວ້ແຕ່ກ່ອນວ່າ໒ “ມາຣ, ເຮົາຈະຍັງບໍ່ປະຣິນິບພານ ຈົນກວ່າພວກພິກຂຸສາວົກ ພິກຂຸນີສາວິກາ ອຸປາສົກສາວົກ ອຸປາສິກາສາວິກາ ຈະມີພ້ອມບໍຣິບູນ, ຈົນກວ່າພຣົມມະຈັນ (ຄືສາສນາ) ຈະໝັ້ນຄົງ ຈະເຣີນແພ່ຫຼາຍ ເປັນທີ່ຮູ້ຈັກຂອງມະຫາຊົນ ເປັນປຶກແຜ່ນພໍເພື່ອມະນຸສແລະເທວະດາ ທ. ປະກາດໄດ້ດ້ວຍດີ (ສືບຕໍ່ໄປ)” ດັ່ງນີ້, ພຣະອົງຜູ້ຈະເຣີນ ! ບັດນີ້ພຣົມມະຈັນຂອງພຣະຜູ້ມີ ພຣະພາຄ ໝັ້ນແກ່ນ ໆລໆ ແລ້ວ ຂໍພຣະຜູ້ມີພຣະພາຄຈົ່ງປະຣິນິບພານເຖີ້ນ, ຂໍພຣະສຸຄົຕຈົ່ງປະຣິນິບພານເຖີ້ນ” ດັ່ງນີ້. ເຮົາຕອບວ່າ
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໑໖/໙໔.
໒. ຕຣັດໄວ້ເມື່ອຕຣັສຮູ້ໃໝ່ໆ, ເປີດເບິ່ງພາກ ໓ ຕອນຕຣັສຮູ້ແລ້ວໃໝ່ໆ
ການປະຣິນິບພານ ໕໖໓
“ມາຣຜູ້ໃຈບາບ ! ເຈົ້າບໍ່ຕ້ອງຂົນຂວາຍດອກ, ບໍ່ດົນເລີຍ ຕະຖາຄົຕຈະປະຣິນິບພານ, ອີກສາມເດືອນຈາກນີ້ ຕະຖາຄົຕກໍຈະປະຣິນິບພານ”, ດັ່ງນີ້.
ທົງປົງອາຍຸສັງຂາຣ ໑








