ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຈະເປັນບໍຣິສັດແຫ່ງກະສັດ ພຣາມ ຄະຫະບໍດີ ຫຼືສະມະນະກໍຕາມ ນີ້ເປັນຂໍ້ທີ ໓, ຍ່ອມຫຼົງລືມ ທໍາກາລະ (ຕາຍ) ນີ້ເປັນຂໍ້ທີ ໔, ແລະ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ນີ້ເປັນຂໍ້ທີ ໕ ດັ່ງນີ້. (ແລ້ວຕຣັດອານິສົງຂອງຄວາມເຖິງພ້ອມດ້ວຍສີລໂດຍນັຍກົງກັນຂ້າມ).
ສະເດັດບ້ານໂກຕິຄາມ ໑
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ບ້ານໂກຕິຄາມ. (ສະເດັດສູ່ບ້ານນີ້ ໂດຍຂ້າມແມ່ນໍ້າຄົງຄາດ້ວຍປາຕິຫາຣ ຄືບໍ່ໃຊ້ເຮືອແພ ທົງຫາຍຈາກຝັ່ງນີ້ ແລ້ວປາກົດທີ່ຝັ່ງນັ້ນ, ທີ່ບ້ານນີ້ໄດ້ທົງສະແດງ ອະຣິຍະສັຈ ແລະສີລ-ສະມາທິ-ປັນຍາ). ພິກຂຸ ທ. ! ເພາະການບໍ່ຮູ້ແຈ້ງແທງຕະຫຼອດອະຣິສັຈສີ່ປະການ ຈຶ່ງເຮັດໃຫ້ເຮົາ ແລະພວກເຈົ້າທ່ອງທ່ຽວໄປໃນສົງສາຣຊົ່ວສິ້ນກາລະນານ, ໆລໆ.
ສະເດັດໝູ່ບ້ານນາທິກະ ໒
ອານົນທ໌ ! ມາເຖີ້ນ, ເຮົາຈະໄປໝູ່ບ້ານນາທິກະ (ນະ ທີ່ບ່ອນນີ້ປະທັບທີ່ບ້ານພັກ ອັນກໍ່ດ້ວຍອິດ ໄດ້ຕຣັດຕອບຄໍາຖາມຂອງພຣະອານົນທ໌ ເຖິງເລື່ອງຄະຕິໃນພົບໜ້າຂອງໝູ່ຊົນທັງຫຼາຍ ຜູ້ທໍາກາລະແລ້ວໃນໝູ່ບ້ານນັ້ນ). ອານົນທ໌ ! ພິກຂຸສາຫະ (ມໍຣະນະພາບແລ້ວໃນບ້ານນາທິກະນີ້) ຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະ ທ. ລາວເຮັດໃຫ້ແຈ້ງເຈໂຕວິມຸດ ປັນຍາວິມຸດ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ແລ້ວແລຢູ່ແລ້ວ (ບັນລຸພຣະອະຣະຫັນຕ໌ແລ້ວ).
ອານົນທ໌ ! ພິກຂຸນີນັນທາເປັນຜູ້ໂອປະປາຕິກະ ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ໃນເບື້ອງຕໍ່າ ໕ ຢ່າງ ຈະປະຣິນິບພານໃນພົບ (ສຸດທາວາສ) ນັ້ນ ບໍ່ກັບມາຈາກໂລກນັ້ນເປັນທໍາມະດາອີກ (ຄືເປັນອະນາຄາມີ).
໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໐໖/໘໖.
໒. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໐໘/໘໙.
໕໖໐ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ອານົນທ໌ ! ອຸປາສົກສຸທັດຕະ ເປັນສະກະທາຄາມີ ເພາະໝົດສັງໂຍຊນ໌ສາມຢ່າງ ແລະມີຣາຄະ-ໂທສະ-ໂມຫະບາງເບົາ, ຈະມາສູ່ໂລກນີ້ອີກເທື່ອດຽວ ແລ້ວເຖິງທີ່ສຸດແຫ່ງທຸກຂ໌.
ອານົນທ໌ ! ອຸປາສິກາສຸຊາຕາ ເປັນໂສດາບັນ ເພາະໝົດສັງໂຍຊນ໌ສາມຢ່າງ ມີຄວາມບໍ່ຕົກຕໍ່າ (ລົງອະບາຍ) ເປັນທໍາມະດາ ເປັນຜູ້ທ່ຽງ (ຕໍ່ນິບພານ) ເປັນຜູ້ມີການຕຣັສຮູ້ໃນເບື້ອງໜ້າ.
ອານົນທ໌ ! ອຸປາສົກກະກຸທະ ອຸປາສົກກາຣະລິມະພະ ອຸປາສົກນິກະຕະ ອຸປາສົກກະຕິສສະຫະ ອຸປາສົກຕຸຕຖະ ອຸປາສົກສັນຕຸຕຖະ ອຸປາສົກພະຕະ ອຸປາສົກສຸພະຕະ ແລະອຸປາສົກອີກ ໕໐ ກວ່າຄົນ ທຸກຄົນລ້ວນແຕ່ເປັນ ໂອປະປາຕິກະ ເພາະຄວາມດັບສິ້ນໄປແຫ່ງສັງໂຍຊນ໌ ໃນເບື້ອງຕໍ່າຫ້າຢ່າງ ຈະປະຣິນິບພານໃນພົບ (ສຸດທາວາສ) ນັ້ນ ບໍ່ກັບມາຈາກໂລກນັ້ນເປັນທໍາມະດາອີກ (ຄືເປັນອະນາຄາມີ).
ອານົນທ໌ ! ອຸປາສົກອີກ ໙໖ ຄົນ ໃນບ້ານນາທິກະ ທີ່ທໍາກາລະແລ້ວ, ພວກເຂົາເປັນສະກະທາຄາມິ ເພາະໝົດສັງໂຍຊນ໌ສາມຢ່າງ ແລະມີຣາຄະ-ໂທສະ -ໂມຫະບາງເບົາ, ຈະມາສູ່ໂລກນີ້ອີກເທື່ອດຽວ ແລ້ວເຖິງທີ່ສຸດແຫ່ງທຸກຂ໌.
ອານົນທ໌ ! ອຸປາສົກອີກ ໕໑໐ ຄົນ ໃນບ້ານນາທິກະ ທີ່ທໍາກາລະແລ້ວ, ພວກເຂົາເປັນພຣະໂສດາບັນ ເພາະໝົດສັງໂຍຊນ໌ສາມຢ່າງ, ມີອັນບໍ່ຕົກຕໍ່າເປັນທໍາມະດາ ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ໃນເບື້ອງໜ້າ. (ຕໍ່ຈາກນີ້ ໄດ້ຕຣັດເຄື່ອງວັດສໍາລັບຕົນເອງວ່າເປັນຜູ້ບັນລຸໂສດາບັນຫຼືບໍ່, ວັດດ້ວຍ ການມີຄວາມເຊື່ອ ຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນພຣະພຸດ-ພຣະທັມ-ພຣະສົງຄ໌-ແລະມີສີລບໍຣິສຸດ ຢ່າງຍິ່ງ).
ການປະຣິນິບພານ ໕໖໑
ສະເດັດເມືອງເວສາລີ ໑
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ເມືອງເວສາລີ. (ນະ ທີ່ບ່ອນນີ້ ປະທັບທີ່ສວນປ່າອັມພະປາລີວັນ, ຕຣັດສະຕິປັຕຖານທັງສີ່ແກ່ພິກຂຸ ທ. ນາງອັມພະປາລີເຂົ້າເຝົ້າທູນໃຫ້ຮັບນິມົນສັນເສຍກ່ອນພວກເຈົ້າລິດສະວີ ແລ້ວເຍາະເຢີ້ຍເຈົ້າລິດສະວີ ດ້ວຍການຂັບລົດຕໍາດາດໆ, ນາງອັມພະປາລີໄດ້ຖວາຍສວນນັ້ນເປັນຂອງສົງຄ໌ ທົງປະທັບພໍຄວນ, ແລະໄດ້ຕຣັດ ສີລ-ສະມາທິ-ປັນຍາ ໂດຍນັຍດຽວກັບທີ່ສວນອັມພະລັຕຖິກາ).
ສະເດັດບ້ານເວລຸວະຄາມ ໒








