ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ບັດນີ້ ເຮົາມີສະຕິສັມປະຊັນຍະປົງອາຍຸສັງຂາຣແລ້ວ ນະ ປາວາລເຈດີ ນີ້. (ພຣະອານົນທ໌ໄດ້ສະຕິຈຶ່ງທູນຂໍໃຫ້ດໍາຣົງພຣະຊົນຊີບ ຢູ່ດ້ວຍອິດທິບາດພາວະນາກັບໜຶ່ງ ຫຼືຍິ່ງກວ່າກັບ ; ທົງປະຕິເສດ), ອານົນທ໌ ! ຢ່າເລີຍ, ຢ່າວິງວອນຕະຖາຄົຕເລີຍ ບໍ່ແມ່ນ ເວລາຈະວິງວອນຕະຖາຄົຕເສຍແລ້ວ. (ພຣະອານົນທ໌ ທູນວິງວອນອີກຈົນຄົບສາມຄັ້ງ ໄດ້ຮັບພຣະດໍາລັດຕອບແນວດຽວກັນ, ຕຣັດວ່າເປັນຄວາມຜິດຂອງພຣະອານົນທ໌ຜູ້ດຽວ, ແລ້ວທົງຈາລະໄນສະຖານທີ່ ໑໖ ແຫ່ງ ທີ່ເຄີຍໃຫ້ໂອກາດແກ່ພຣະອານົນທ໌ໃນເລື່ອງນີ້ ແຕ່ພຣະອານົນທ໌ຮູ້ບໍ່ທັນຈັກຄັ້ງດຽວ). ອານົນທ໌ ! ໃນບ່ອນນັ້ນໆ ຖ້າເຈົ້າວິງວອນຕະຖາຄົຕ ຕະຖາຄົຕຈະຫ້າມເສຍສອງຄັ້ງ ແລ້ວຈະຮັບຄໍາຂໍໃນຄັ້ງທີສາມ, ອານົນທ໌ ! ເພາະ ສະນັ້ນ ໃນເລື່ອງນີ້ ຈຶ່ງເປັນຄວາມຜິດພາດຂອງເຈົ້າຜູ້ດຽວ.
ອານົນທ໌ ! ຕະຖາຄົຕໄດ້ບອກແລ້ວບໍ່ແມ່ນຫຼື ວ່າ ສັຕຈະຕ້ອງພັດພາກຈາກຂອງຮັກຂອງພໍໃຈທັງໝົດ, ສັຕຈະໄດ້ຕາມປາຖນາ ໃນສັງຂາຣນີ້ ແຕ່ບ່ອນໃດໜໍ, ຂໍ້ທີ່ສັຕຈະຫວັງເອົາສິ່ງທີ່ເກີດແລ້ວ ເປັນແລ້ວ ມີປັດຈັຍປຸງແຕ່ງແລ້ວ ມີການແຕກດັບເປັນທໍາມະດາ ວ່າ ສິ່ງນີ້ຢ່າຈິບຫາຍເລີຍ ດັ່ງນີ້ ຍ່ອມບໍ່ເປັນຖານະທີ່ມີໄດ້ເປັນໄດ້.
ອານົນທ໌ ! ສິ່ງໃດທີ່ຕະຖາຄົຕ ພົ້ນແລ້ວ ຄາຍແລ້ວ ປ່ອຍແລ້ວ ລະແລ້ວ ສະລັດແລ້ວ ສິ່ງນັ້ນ ຄືອາຍຸສັງຂາຣ ທີ່ຕະຖາຄົຕປົງແລ້ວ, ຕະຖາຄົຕກ່າວວາຈາຕາຍໂຕແລ້ວ ວ່າຈະມີການປະຣິນິບພານໃນບໍ່ດົນ, ຕະຖາຄົຕຈະປະຣິນິບພານເມື່ອຄົບສາມເດືອນຈາກນີ້, ການທີ່ຈະຄືນຄໍານັ້ນ ແມ່ນວ່າເພາະເຫດຈະຕ້ອງເສຍຊີວິຕ ກໍບໍ່ເປັນສິ່ງຈະເປັນໄປໄດ້ເລີຍ.
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໓໔/໑໐໒.
໕໖໔ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ແຜ່ນດິນໄຫວເນື່ອງດ້ວຍການປົງອາຍຸສັງຂາຣ ໑
ອານົນທ໌ ! ເຫດປັດຈັຍທີ່ເຮັດໃຫ້ປາກົດການໄຫວແຫ່ງແຜ່ນດິນອັນໃຫຍ່ຫຼວງ ມີຢູ່ ໘ ປະການ. ---
ອານົນທ໌ ! ໃນກາລໃດ ຕະຖາຄົຕ ມີສະຕິ ສັມປະຊັນຍະ ປົງອາຍຸສັງຂາຣ ; ໃນກາລນັ້ນ ແຜ່ນດິນຍ່ອມຫວັ່ນໄຫວ ຍ່ອມສັ່ນສະເທືອນ ຍ່ອມສັ່ນສະທ້ານ. ອານົນທ໌ ! ນີ້ເປັນເຫດທີ ໗ ເປັນປັດຈັຍທີ ໗ ແຫ່ງການເກີດປາກົດການໄຫວຂອງແຜ່ນດິນອັນໃຫຍ່ຫຼວງ.
ສະເດັດປ່າມະຫາວັນ ໒
ອານົນທ໌ ! ມາເຖີ້ນ, ເຮົາຈະໄປສູ່ປ່າມະຫາວັນ, ເຮົາຈະໄປຍັງກູຕາຄາຣສາລາ. ອານົນທ໌ ! ເຈົ້າຈົ່ງໃຫ້ພິກຂຸທຸກອົງຄ໌ ບັນດາອາໄສຢູ່ເມືອງເວສາລີ ມາປະຊຸມພ້ອມກັນ ທີ່ອຸປັຕຖານະສາລາເຖີ້ນ. (ຄັນພິກຂຸປະຊຸມພ້ອມກັນແລ້ວ ໄດ້ຕຣັດອະພິນຍາເທສິຕະທັມ ດັ່ງນີ້ ) :
ພິກຂຸ ທ. ! ທັມເຫຼົ່າໃດທີ່ເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ, ທັມເຫຼົ່ານັ້ນ ພວກເຈົ້າຈົ່ງຮຽນເອົາໃຫ້ດີ ຈົ່ງເສບໃຫ້ທົ່ວເຖິງ ຈົ່ງຈະເຣີນຝຶກໃຫ້ຫຼາຍ ໂດຍອາການທີ່ພຣົມມະຈັນ (ຄືສາສນາ) ນີ້ ຈະໝັ້ນຄົງ ຕັ້ງຢູ່ໄດ້ຕະຫຼອດກາລະນານ, ຂໍ້ນັ້ນຈະເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສ ທ. ພິກຂຸ ທ. ! ທັມເຫຼົ່າໃດໜໍ ທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ໆລໆ, ຄື ສະຕິປັຕຖານສີ່ ສັມມັບປະທານສີ ອິດທິບາດສີ່ ອິນຊີຫ້າ ພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັກຄະມີອົງຄ໌ແປດ.
໑. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໒໖,໑໒໗/໙໘ ; ປັນຈກ. ອັງ. ໒໓/໓໒໒,໓໒໓/໑໖໗.
ຕຣັດແກ່ພຣະອານົນທ໌ ທີ່ປາວາລະເຈດີ ເມືອງເວສາລີ.
໒. ບາລີ ມຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໓໙/໑໐໖.
ການປະຣິນິບພານ ໕໖໕
ພິກຂຸ ທ. ! ບັດນີ້ເຮົາຈັກເຕືອນເຈົ້າທັງຫຼາຍ : ສັງຂາຣທັງຫຼາຍ ມີຄວາມເສື່ອມໄປເປັນທໍາມະດາ ພວກເຈົ້າຈົ່ງຍັງປະໂຍຊນ໌ຕົນປະໂຍຊນ໌ທ່ານໃຫ້ເຖິງພ້ອມດ້ວຍຄວາມບໍ່ປະມາດເຖີ້ນ, ການປະຣິນິບພານຂອງຕະຖາຄົຕ ຈະມີໃນກາລບໍ່ດົນເລີຍ, ຕະຖາຄົຕຈະປະຣິນິບພານ ໂດຍກາລຜ່ານໄປແຫ່ງສາມເດືອນຈາກນີ້.








