ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
“ທ່ານຜູ້ຈະເຣີນ ! ຂ້າພະເຈົ້າເປັນໃຜແຕ່ໃສມາ ທີ່ຈະສັນລະເສີນພຣະສະມະນະໂຄດົມໄດ້. ພຣະສະມະນະໂຄດົມນັ້ນ ເຂົາສັນລະເສີນກັນແລ້ວສັນລະເສີນກັນອີກ ວ່າເປັນຜູ້ປະເສີດກວ່າເທວະດາແລະມະນຸສ ທ.”
“ກໍທ່ານປີງຄິຢານີຜູ້ຈະເຣີນ ເຫັນຢູ່ຊຶ່ງອໍານາດແຫ່ງປະໂຍຊນ໌ອັນໃດ ໃນພຣະສະມະນະໂຄດົມ ນັ້ນ ຈຶ່ງໄດ້ເຫຼື້ອມໃສຍິ່ງ ເຖິງປານນີ້ ?”
“ທ່ານຜູ້ຈະເຣີນ ! ປຽບເໝືອນບຸຣຸສໄດ້ອີ່ມພໍດ້ວຍຣົສອັນເລີດແລ້ວ ຍ່ອມບໍ່ຢາກທີ່ຈະດື່ມຣົສອັນຂີ້ຮ້າຍຢ່າງອື່ນ, ເຊັ່ນໃດ ; ທ່ານຜູ້ຈະເຣີນເອີຍ ! ບຸກຄົນຟັງທັມຂອງພຣະສະມະນະໂຄດົມໂດຍລັກສະນະໃດໆ ຄື ໂດຍສຸຕຕະ ເຄີຍຢະ ເວີຍຢາກະຣະນະ ອັບພູຕະທັມແລ້ວ, ເຂົາຍ່ອມ ບໍ່ຢາກທີ່ຈະຟັງທັມຂອງສະມະນະທັງຫຼາຍເຫຼົ່າອື່ນ ໂດຍລັກສະນະນັ້ນໆ ເຊັ່ນນັ້ນ.
“ທ່ານຜູ້ຈະເຣີນ ! ຫຼືປຽບເໝືອນບຸຣຸສຜູ້ມີຄວາມຫິວ ອ່ອນເພຍເປັນກໍາລັງ ພົບເຕົ້າແຫ່ງນໍ້າເຜິ້ງ ກໍຍ່ອມຈະຊີມ ໂດຍລັກສະນະທີ່ເຂົາຈະໄດ້ຣົສອັນຊື່ນຫວານບໍ່ເຈືອປົນ, ເຊັ່ນໃດ ; ທ່ານຜູ້ຈະເຣີນເອີຍ ! ບຸກຄົນຟັງທັມຂອງພຣະສະມະນະໂຄດົມ ໂດຍສຸຕຕະ ເຄີຍຢະ ເວີຍຢາກະຣະນະ ອັບພູຕະທັມໃດໆ, ເຂົາຍ່ອມ ໄດ້ຄວາມພໍໃຈ ຍ່ອມໄດ້ຄວາມເຫຼື້ອມໃສແຫ່ງໃຈ ໂດຍລັກສະນະນັ້ນໆ ເຊັ່ນນັ້ນ.
“ທ່ານຜູ້ຈະເຣີນ ! ຫຼືປຽບເໝືອນບຸຣຸສໄດ້ປຸ່ມໄມ້ຈັນ ຂອງໄມ້ຈັນເຫຼືອງ ຫຼືໄມ້ຈັນແດງ ເຂົາດົມກິ່ນທີ່ຕອນລຸ່ມ ຕອນກາງ ຫຼືຕອນເທິງໃດໆ, ເຂົາກໍຍ່ອມໄດ້ຮັບກິ່ນຫອມອັນບໍ່ເຈືອປົນ, ເຊັ່ນໃດ ; ທ່ານຜູ້ຈະເຣີນເອີຍ ! ບຸກຄົນຟັງທັມ ຂອງພຣະສະມະນະໂຄດົມ ໂດຍສຸຕຕະ ເຄີຍຢະ ເວີຍຢາກະຣະນະ ອັບພູຕະທັມມະ ໃດໆ, ເຂົາຍ່ອມປະສົບຄວາມປາໂມຊ ຄວາມໂສມະນັດສະ ໂດຍລັກສະນະນັ້ນໆ ເຊັ່ນນັ້ນ.
໕໑໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
“ທ່ານຜູ້ຈະເຣີນ ! ຫຼືປຽບເໝືອນບຸຣຸສອາພາດ ມີຄວາມທຸກຂ໌ ປ່ວຍໜັກ ໝໍຜູ້ສະຫຼາດກໍາຈັດອາພາດຂອງເຂົາອອກໄປໄດ້ໂດຍຖານະ, ເຊັ່ນໃດ ; ທ່ານຜູ້ຈະເຣີນເອີຍ ! ບຸກຄົນ ຟັງທັມຂອງພຣະສະມະນະໂຄດົມ ໂດຍສຸຕຕະ ເຄີຍຢະ ເວີຍຢາກະຣະນະ ອັບພູຕະທັມມະໃດໆ, ໂສກະ ປະຣິເທວະ ທຸກຂະ ໂທມະນັສອຸປາຍາສະ ຂອງເຂົາຍ່ອມເຖິງຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ໂດຍລັກສະນະນັ້ນໆ ເຊັ່ນນັ້ນ.
“ທ່ານຜູ້ຈະເຣີນ ! ຫຼືວ່າປຽບເໝືອນສະໂບກຂະຣະນີ ມີນໍ້າເປັນປະກາຍ ໜ້າຍິນດີ ເປັນນໍ້າເຢັນ ຂາວຈັບແສງຟ້າ ມີທ່າສະດວກສະບາຍ ໜ້າຊື່ນໃຈ. ບຸຣຸສຄົນໜຶ່ງເດີນທາງມາ ມີໂຕອັ່ງຮ້ອນ ກຸ້ມຢູ່ດ້ວຍຄວາມຮ້ອນ ອິດເມື່ອຍ ໂຕສັ່ນ ກະຫາຍນໍ້າຢູ່, ເຂົາລົງສູ່ສະໂບກຂະຣະນີ ອາບແລ້ວ ດື່ມແລ້ວ ລະງັບຄວາມກະວົນກະວາຍລໍາບາກເອົ້າຮ້ອນທັງປວງໄດ້, ເຊັ່ນໃດ ; ທ່ານຜູ້ຈະເຣີນເອີຍ ! ບຸກຄົນ ຟັງທັມຂອງພຣະສະມະນະໂຄດົມ ໂດຍສຸຕຕະ ເຄີຍຢະ ເວີຍຢາກະຣະນະ ອັບພູຕທັມມະ ໃດໆ, ຄວາມກະວົນກະວາຍ ຄວາມລໍາບາກ ຄວາມເອົ້າຮ້ອນ (ແຫ່ງຈິຕ) ຂອງເຂົາ ຍ່ອມລະງັບໄປ ໂດຍລັກສະນະນັ້ນໆ ເຊັ່ນນັ້ນ.” ດັ່ງນີ້.
(ເມື່ອປິງຄິຢານີພຣາມ ກ່າວດັ່ງນີ້ແລ້ວ ກາຣະນະປາລີພຣາມ ໄດ້ລຸກຂຶ້ນຈາກອາສະນະຕຸ້ມຜ້າຫົ່ມບ່ຽງບ່າເບື້ອງໜຶ່ງ ຂຸເຂົ່າເບື້ອງຂວາລົງຈຸພື້ນດິນ ປະນົມມືອັນຊະລີໄປທາງທິສທີ່ພຣະຜູ້ມີພຣະພາຄປະທັບຢູ່ ໄດ້ກ່າວອຸທານນີ້ຂຶ້ນ ໓ ຄັ້ງ ວ່າ :)
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໑໙
ຕາມສຽງຂອງວັດສະກາຣະພຣາມ ໑
: ທົງມີຄຸນນະທັມສູງ ໔ ປະການ
ພຣະໂຄດົມຜູ້ຈະເຣີນ ! ເລື່ອງນີ້ໜ້າອັດສະຈັນ, ເລື່ອງນີ້ບໍ່ເຄີຍມີມາກ່ອນ, ກໍຕາມທີ່ພຣະອົງຕຣັດນີ້ ຂ້ານ້ອຍຈະຈໍາໄວ້ວ່າ ພຣະອົງຄ໌ປະກອບພ້ອມດ້ວຍທັມ ໔ ປະການນີ້ຄື :-
(໑) ພຣະໂຄດົມຜູ້ຈະເຣີນເປັນຜູ້ປະຕິບັດເພື່ອເກື້ອກູນມະຫາຊົນ ເພື່ອຊັກຊວນມະຫາຊົນທັງຫຼາຍ ໃຫ້ປະດິດສະຖານຢູ່ໃນອະຣິຍະຍາຍະທັມ ຄື ຄວາມເປັນຜູ້ມີທັມງາມ ມີທັມເປັນກຸສົລ.








