ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ທ່ານຜູ້ຈະເຣີນ ! (໔) ຂ້າພະເຈົ້າໄດ້ເຫັນ ສະມະນະບັນດິຕ ບາງພວກ ມີປັນຍາລະອຽດສຸຂຸມ ເຄີຍເຮັດການໂຕ້ວາທະມາຢ່າງຊ່ຽວຊານ ...(ໆລໆ)... ແລ້ວຈະເວົ້າອັນໃດກັນ ເຖິງການໂຕ້ແຍ້ງຕາມທີ່ຄິດກັນໄວ້. ເຂົາພາກັນທູນຂໍໂອກາດກັບ ພຣະສະມະນະໂຄດົມ ເພື່ອການບັນພະຊາ ບວດຈາກເຮືອນເຖິງຄວາມບໍ່ມີເຮືອນ ໝົດສ້ຽງບໍ່ມີເຫຼືອ. ພຣະສະມະນະໂຄດົມຍ່ອມໃຫ້ບັນພະຊາແກ່ບັນດິຕທັງຫຼາຍເຫຼົ່າ ນັ້ນ. ບັນດິຕເຫຼົ່ານັ້ນ ຄັນບວດແລ້ວໃນທັມວິນັຍນັ້ນ ເປັນຜູ້ຫຼີກອອກສູ່ທີ່ງຽບສະງົບ ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປໃນສະມາທິພາວະນາຢູ່ເປັນປົກກະຕິ. ບໍ່ດົນເລີຍ ກໍເຮັດໃຫ້ແຈ້ງໄດ້ ຊຶ່ງທີ່ສຸດແຫ່ງພຣົມມະຈັນ ອັນບໍ່ມີພຣົມມະຈັນອື່ນຍິ່ງກວ່າ ອັນເປັນທີ່ປາຖນາຂອງກຸລະບຸຕທັງຫຼາຍ ຜູ້ອອກຈາກເຮືອນບວດເປັນຜູ້ບໍ່ມີເຮືອນ, ໄດ້ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງສຸຂອັນເກີດແຕ່ພຣົມມະຈັນນັ້ນ ແລ້ວແລຢູ່. ທ່ານເຫຼົ່ານັ້ນໄດ້ພາກັນກ່າວວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີຍ ! ເຮົາບໍ່ຢຽບຢໍ່າຫົວໃຈຂອງເຮົາອີກຕໍ່ໄປ. ເຮົາບໍ່ຢໍ່າຢີຫົວໃຈຂອງເຮົາອີກຕໍ່ໄປ. ກ່ອນໜ້ານີ້ ພວກເຮົາບໍ່ເປັນສະມະນະ ກໍປະຕິນຍາວ່າຕົນເປັນສະມະນະ, ບໍ່ເປັນພຣາມ ກໍປະຕິນຍາວ່າຕົນເປັນພຣາມ, ບໍ່ເປັນອະຣະຫັນຕ໌ ກໍປະຕິນຍາວ່າຕົນເປັນອະຣະຫັນຕ໌, ບັດນີ້ພວກເຮົາເປັນສະມະນະແລ້ວ, ບັດນີ້ພວກເຮົາເປັນພຣາມແລ້ວ, ບັດນີ້ພວກເຮົາເປັນອະຣະຫັນຕ໌ແລ້ວ”. ດັ່ງນີ້. ທ່ານຜູ້ຈະເຣີນ ! ໃນກາລໃດຂ້າພະເຈົ້າໄດ້ເຫັນເຄື່ອງຢືນຢັນປະການ ໔ ນີ້ ໃນພຣະສະມະນະໂຄດົມ, ໃນກາລນັ້ນຂ້າພະເຈົ້າກໍເຖິງ ຄວາມແນ່ໃຈວ່າ “ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຕຣັສຮູ້ຖືກຕ້ອງດ້ວຍພຣະອົງຄ໌ເອງ. ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້ານັ້ນ ຕຣັດໄວ້ຖືກຕ້ອງແລ້ວ ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້ານັ້ນ ປະຕິບັດດີແລ້ວ” ດັ່ງນີ້.

“ທ່ານຜູ້ຈະເຣີນ ! ໃນກາລໃດຂ້າພະເຈົ້າໄດ້ເຫັນເຄື່ອງຢືນຢັນທັງ ໔ ປະການເຫຼົ່ານີ້ ໃນພຣະສະມະນະໂຄດົມ, ໃນກາລນັ້ນ ຂ້າພະເຈົ້າກໍເຖິງຄວາມແນ່ໃຈວ່າ “ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຕຣັສຮູ້ຖືກຕ້ອງດ້ວຍພຣະອົງຄ໌ເອງ.

໕໑໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້ານັ້ນ ຕຣັດໄວ້ຖືກຕ້ອງແລ້ວ ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້ານັ້ນ ປະຕິບັດດີແລ້ວ” ດັ່ງນີ້.

ລໍາດັບນັ້ນ ຊານຸດໂສນີພຣາມໄດ້ລົງຈາກລົດ ຄຸມຜ້າຫົ່ມສະບ່ຽງບ່າ ປະນົມມືນົບອັນຊະລີໄປທາງທິສທີ່ພຣະຜູ້ມີພຣະພາຄເຈົ້າປະທັບຢູ່ ກ່າວອຸທານນີ້ຂຶ້ນ ໓ ຄັ້ງວ່າ :-

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ !

ແລະວ່າ ເມື່ອໃດໜໍເຮົາຍ່ອມຈະພົບປະ ສະມາຄົມກັບພຣະສະມະນະໂຄດົມນັ້ນ, ເຮັດຈັ່ງໃດໜໍ ຈະໄດ້ສົນທະນາເລື່ອງຕ່າງໆ ກັບພຣະສະມະນະໂຄດົມນັ້ນ ດັ່ງນີ້.

ຕາມສຽງຂອງປິງຄິຢານີພຣາມ ໑

: ທົງຢູ່ເໜືອຄໍາສັນລະເສີນຂອງຄົນທໍາມະດາ

(ການສົນທະນາລະຫວ່າງ ກາຣະນະປາລີພຣາມ ກັບປີງຄິຢານີພຣາມ ປາຣົບພຣະຜູ້ມີພຣະພາຄ ດັ່ງຕໍ່ໄປນີ້ :-)

“ທ່ານປີງຄິຢານີຜູ້ຈະເຣີນ ! ທ່ານສໍາຄັນຄວາມຮອບຮູ້ແລະຄວາມສຽບແຫຼມຂອງພຣະສະມະນະໂຄດົມ ວ່າເປັນແນວໃດ ; ເຫັນຈະເປັນບັນດິຕ ພຸ້ນເນາະ !”

“ທ່ານຜູ້ຈະເຣີນ ! ຂ້າພະເຈົ້າ ຈະຮູ້ເຖິງຄວາມຮອບຮູ້ ແລະຄວາມສຽບແຫຼມຂອງພຣະສະມະນະໂຄດົມ ແນວໃດໄດ້ ; ຜູ້ທີ່ຈະຮູ້ໄດ້ ກໍຕ້ອງເປັນເໝືອນດັ່ງ ພຣະສະມະນະໂຄດົມເທົ່ານັ້ນ.”

“ໄດ້ຍິນວ່າ ທ່ານປິງຄິຢານີ ຍ່ອມສັນລະເສີນພຣະສະມະນະໂຄດົມ ດ້ວຍຄໍາສັນລະເສີນອັນຍິ່ງໃຫຍ່”

໑. ປັນຈກ. ອັງ. ໒໒/໒໖໓/໑໙໔. ຄໍາຕອບຂອງປິງຄິຢານີພຣາມ ແກ່ກາຣະນະປາລີພຣາມຜູ້ຈໍ້ຈີ້ດ້ວຍຄວາມ

ບໍ່ຫວັງດີໃນພຣະຜູ້ມີພຣະພາຄໃນຕອນຕົ້ນ ຕອນຫຼັງເຫຼື້ອມໃສ ປະກາດຮັບນັບຖືພຣະຜູ້ມີພຣະພາຄ

ໃນຂະນະທີ່ກໍາລັງຄວບຄຸມຄົນງານໃຫ້ເຮັດວຽກຢູ່ໃນເດີ່ນຂອງພຣະຣາຊາ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໑໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ