ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(໒) ພຣະໂຄດົມຜູ້ຈະເຣີນຈໍານົງຈະນຶກຕຶກເລື່ອງໃດ ກໍນຶກຕຶກເລື່ອງນັ້ນໄດ້ ບໍ່ຈໍານົງຈະນຶກຕຶກເລື່ອງໃດ ກໍບໍ່ນຶກຕຶກເລື່ອງນັ້ນໄດ້, ຈໍານົງຈະດໍາຣິເລື່ອງໃດ ກໍດໍາຣິເລື່ອງນັ້ນໄດ້ ບໍ່ຈໍານົງຈະດໍາຣິເລື່ອງໃດ ກໍບໍ່ດໍາຣິເລື່ອງນັ້ນໄດ້, ເຊັ່ນນີ້ເປັນເພາະພຣະໂຄດົມເປັນຜູ້ມີອໍານາດເໜືອຈິຕ ໃນຄອງແຫ່ງຄວາມຕຶກທັງຫຼາຍ.

(໓) ພຣະໂຄດົມຜູ້ຈະເຣີນເປັນຜູ້ໄດ້ຕາມຕ້ອງການ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກ ຊຶ່ງຊານທັງ ໔ ອັນເປັນທັມເຄື່ອງຢູ່ເປັນສຸຂໃນພົບປັດຈຸບັນນີ້ ອັນເປັນທັມເປັນໄປໃນທາງຈິຕ ຊັ້ນສູງ.

(໔) ພຣະໂຄດົມຜູ້ຈະເຣີນເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນບໍ່ມີ ອາສະວະແລ້ວ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວ ແລະຢູ່ໃນວິຫາຣທັມນັ້ນ ໃນພົບເປັນປັດຈຸບັນນີ້ ດັ່ງນີ້.

໑. ຈຕຸກກ. ອັງ. ໒໑/໔໗/໓໕. ຄໍາຂອງວັດສະກາຣະພຣາມ ມະຫາອາມາຕແຫ່ງມະຄົດ ທູນສັນລະເສີນເຖິງ

ການບັນຍັດບຸກຄົນ ທີ່ເປັນມະຫາບຸຣຸສ ມະຫາປຣາຊ ຂອງພຣະຜູ້ມີພຣະພາຄເຈົ້າ ນະ ທີ່ເວລຸວັນ

ໃກ້ເມືອງຣາຊະຄຶ.

໕໒໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຕາມສຽງຂອງອັຕຖະກາມະເທບ ໑

: ທົງຊາບມຸດທາແລະມຸດທາທິບາຕ

ດູຣາພຣາມ ! ແມ່ນວ່າຂ້າພະເຈົ້າ ກໍບໍ່ຊາບເລື່ອງນັ້ນ ຄວາມຮູ້ເລື່ອງນັ້ນຂອງຂ້າພະເຈົ້າ ບໍ່ມີ, ເພາະວ່າ ເລື່ອງມຸດທາແລະມຸດທາທິບາຕນັ້ນ, ເປັນທັມມະທັດສະນະສໍາລັບທ່ານຜູ້ເປັນຊິນະ ເທົ່ານັ້ນ. …

(ແຕ່ວ່າ) ມີພຣະສະມະນະສາກະຢະບຸຕ ຜູ້ເປັນເຊື້ອສາຍແຫ່ງພຣະເຈົ້າ ໂອກກາກະຣາຊ ອອກຜະນວດແລ້ວຈາກນະຄອນກະບິລະພັດ ເປັນຜູ້ນໍາແຫ່ງຊາວໂລກ ເປັນຜູ້ສ້າງຄວາມສະຫວ່າງແກ່ມະຫາຊົນ ເປັນຜູ້ຕຣັສຮູ້ເອງ ເຖິງຝັ່ງແຫ່ງທັມທັງປວງ ບັນລຸຊຶ່ງອະພິນຍາແລະພະລະຄົບຖ້ວນ ມີຈັກຂຸໃນທັມທັງຫຼາຍ ເຖິງແລ້ວແຫ່ງຄວາມດັບສິ້ນໄປແຫ່ງກັມທັງປວງ ຫຼຸດພົ້ນແລ້ວໃນທັມເປັນເຄື່ອງດັບສິ້ນໄປແຫ່ງອຸປະທິ ເປັນພຣະພຸດທະເຈົ້າ ຜູ້ມີພັກຄະຢະທັມໃນໂລກ ມີພຸດທະຈັກຂຸ ທົງສະແດງທັມຢູ່ແລ້ວ. ທ່ານຈົ່ງໄປທູນຖາມເຖີ້ນ, ພຣະອົງຄ໌ຈະທົງສະແດງຊຶ່ງມຸດທາແລະມຸດທາທິບາຕ໒ ນັ້ນ ແກ່ທ່ານ.

໑. ວັຕຖຸກະຖາ ປາຣາຍະນະວັກຄະ ສຸຕຕ. ຂຸ. ໒໕/໕໒໕/໔໒໔. ຄໍາຂອງອັຕຖະກາມະເທບ ກ່າວແກ່ພຣາມ

ພາວະຣີ.

໒. (ວັຕຖຸກະຖາ ປາຣາຍະນະວັກຄະ ສຸຕຕ. ຂຸ. ໒໕/໕໒໙/໔໒໔). ປາກົດຕາມພຣະພຸດທະພາສິຕທີ່ຕຣັດຕອບ

ໃນເລື່ອງນີ້ ວ່າ ມຸດທາ ຄື ອະວິຊຊາ ແລະ ມຸດທາທິບາຕ ຄຶ ວິຊຊາອັນປະກອບດ້ວຍສັດທາ ສະຕິ

ສະມາທິ ສັນທະ ວິຣິຢະ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໒໑

ຕາມສຽງຂອງຫັຕຖະກະເທວະບຸຕ ໑

: ທົງແອອັດຢູ່ດ້ວຍບໍຣິສັດນານາຊະນິດ

ຂ້າແຕ່ພຣະອົງຜູ້ຈະເຣີນ ! ທັມເຫຼົ່າໃດທີ່ຂ້ານ້ອຍເຄີຍປະພຶດ ເມື່ອຄັ້ງເປັນມະນຸສ ທັມເຫຼົ່ານັ້ນຂ້ານ້ອຍກໍຍັງປະພຶດຢູ່ບັດນີ້ ແຖມຍັງປະພຶດທັມ ທີ່ບໍ່ເຄີຍປະພຶດເມື່ອຄັ້ງເປັນມະນຸສອີກດ້ວຍ.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ບັດນີ້ ພຣະຜູ້ມີພຣະພາຄເຈົ້າຖືກແວດລ້ອມແອອັດຢູ່ດ້ວຍ ໝູ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ພວກພຣະຣາຊາ ມະຫາອາມາດ ພວກເດຍຣະຖີ ແລະສາວົກເດຍຣະຖີ, ຂໍ້ນີ້ເຊັ່ນໃດ ; ຂ້ານ້ອຍຕາມປົກກະຕິກໍອັ່ງອໍຢູ່ດ້ວຍເທວະບຸຕທັງຫຼາຍ ເຊັ່ນນັ້ນເໝືອນກັນ. ເທວະບຸຕທັງຫຼາຍມາແມ່ນແຕ່ບ່ອນໄກໆ ຕັ້ງໃຈວ່າ “ເຮົາທັງຫຼາຍຈະຟັງທັມ ໃນສໍານັກຫັຕຖະກະເທວະບຸຕ” ດັ່ງນີ້.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ບໍ່ອີ່ມບໍ່ເບື່ອຂອງ ໓ ຢ່າງຈົນຕາຍ. ຂອງ ໓ ຢ່າງ ແນວໃດກັນໜໍ ? ໓ ຢ່າງຄື :-

ຂ້ານ້ອຍບໍ່ອີ່ມບໍ່ເບື່ອການເຫັນພຣະຜູ້ມີພຣະພາຄເຈົ້າ ຈົນຕາຍ.

ຂ້ານ້ອຍບໍ່ອີ່ມບໍ່ເບື່ອການໄດ້ຟັງພຣະສັດທັມ ຈົນຕາຍ.

ຂ້ານ້ອຍບໍ່ອີ່ມບໍ່ເບື່ອການໄດ້ອຸປັດຖາກພຣະສົງຄ໌ ຈົນຕາຍ.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ບໍ່ອີ່ມບໍ່ເບື່ອຂອງ ໓ ຢ່າງນີ້ແລ ຈົນຕາຍ.

໑. ຕິກ. ອັງ. ໒໐/໓໕໙/໕໖໗. ຕາມສຽງຂອງຫັຕຖະກະເທວະບຸຕ ເຊິ່ງເມື່ອເຂົ້າເຝົ້າພຣະຜູ້ມີພຣະພາຄ

ທີ່ເຊຕະວະນາຣາມ ໃກ້ເມືອງສາວັຕຖີ ຖືກພຣະຜູ້ມີພຣະພາຄເຈົ້າຖາມເຖິງການປະພຶດທັມ

ເມື່ອຄັ້ງເປັນມະນຸສ ວ່າດຽວນີ້ຍັງປະພຶດຢູ່ຄືເກົ່າຫຼືບໍ່ ?.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ