ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ທ່ານຜູ້ຈະເຣີນ ! ຂ້າພະເຈົ້າເປັນໃຜແຕ່ໃສມາ ທີ່ຈະບໍ່ເຫຼື້ອມໃສຢ່າງຍິ່ງໃນ ພຣະສະມະນະໂຄດົມ. ເລື່ອງນີ້ປຽບເໝືອນນັກລ່າຊ້າງຜູ້ສະຫຼາດ ເຂົ້າໄປໃນປ່າຊ້າງ ໄດ້ເຫັນຮອຍຕີນຊ້າງໃນປ່ານັ້ນ ໂດຍຍາວກໍຍາວຫຼາຍ ໂດຍກວ້າງກໍກວ້າງຫຼາຍ, ເຂົາກໍເຖິງຄວາມແນ່ໃຈໄດ້ວ່າ ຊ້າງໂຕນີ້ໃຫຍ່ ຂໍ້ນີ້ເຊັ່ນໃດ ຂ້າພະເຈົ້ານີ້ກໍເຊັ່ນນັ້ນ, ໃນກາລໃດໄດ້ເຫັນເຄື່ອງຢືນຢັນ ໔ ປະການໃນພຣະສະມະນະໂຄດົມ, ໃນກາລນັ້ນຂ້າພະເຈົ້າກໍເຖິງຄວາມແນ່ໃຈວ່າ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຕຣັສຮູ້ຖືກຕ້ອງດ້ວຍພຣະອົງຄ໌ເອງ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້ານັ້ນຕຣັດໄວ້ຖືກຕ້ອງແລ້ວ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັດດີແລ້ວ ດັ່ງນີ້.

໕໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

“ທ່ານຜູ້ຈະເຣີນ ! ເຄື່ອງຢືນຢັນ ໔ ປະການນັ້ນເປັນແນວໃດໜໍ ? ຄື (໑) ຂ້າພະເຈົ້າໄດ້ເຫັນ ຂັຕຕິຢະບັນດິຕ ບາງພວກ ມີປັນຍາລະອຽດສຸຂຸມ ເຄີຍເຮັດການໂຕ້ວາທະມາຢ່າງຊ່ຽວຊານ ມີປັນຍາຄົມກ້າປານວ່າຈະແທງຂົນກວາງໄດ້ ຫາທ່ຽວທໍາລາຍຄວາມຄິດເຫັນຂອງຜູ້ອື່ນຢູ່ດ້ວຍປັນຍາຂອງຕົນ ບັນດິຕເຫຼົ່ານັ້ນໄດ້ຟັງຂ່າວວ່າ ພຣະສະມະນະໂຄດົມປະທັບຢູ່ທີ່ໝູ່ບ້ານຫຼືເມືອງຊື່ນັ້ນໆ ເຂົາພາກັນຜູກບັນຫາຕຽມໄວ້ທຸກແງ່ທຸກທາງວ່າ ຖ້າເຮົາຖາມບັນຫານີ້ກັບພຣະສະມະນະໂຄດົມ ຖ້າພຣະສະມະນະໂຄດົມແກ້ແນວນີ້ ເຮົາຈະໂຕ້ແຍ້ງແບບນັ້ນ, ຖ້າແກ້ແນວນັ້ນເຮົາຈະໂຕ້ແຍ້ງແບບນີ້ ແລ້ວພາກັນໄປສູ່ໝູ່ບ້ານຫຼືເມືອງ ທີ່ພຣະສະມະນະໂຄດົມ ປະທັບຢູ່ ຄັນໄປເຖິງແລ້ວໄດ້ເຂົ້າໄປເຝົ້າພຣະສະມະນະໂຄດົມເຖິງທີ່ປະທັບ. ພຣະສະມະນະໂຄດົມໄດ້ສະແດງທັມມິກະຖາ ໄດ້ປຸກໃຈຂັຕຕິຢະບັນດິຕເຫຼົ່ານັ້ນ ໃຫ້ມີກໍາລັງໃຈກ້າຫານລ່າເລີງດ້ວຍທັມມິກະຖາ, ບັນດິຕເຫຼົ່ານັ້ນ ຖືກຊີ້ແຈງປຸກໃຈໃຫ້ມີກໍາລັງໃຈກ້າຫານລ່າເລີງເຊັ່ນນັ້ນແລ້ວ ກໍບໍ່ໄດ້ຖາມບັນຫາ, ແລ້ວຈະເວົ້າອັນໃດກັນ ເຖິງການໂຕ້ແຍ້ງຕາມທີ່ຄິດກັນໄວ້. ເຂົາພາກັນກາຍເປັນສາວົກຂອງພຣະສະມະນະ ໂຄດົມນັ້ນເອງ ໝົດສ້ຽງບໍ່ມີເຫຼືອ. ທ່ານຜູ້ຈະເຣີນ ! ໃນກາລໃດຂ້າພະເຈົ້າໄດ້ເຫັນເຄື່ອງຢືນຢັນປະການທີ ໑ ນີ້ ໃນພຣະສະມະນະໂຄດົມ ໃນກາລນັ້ນຂ້າພະເຈົ້າກໍເຖິງຄວາມແນ່ໃຈວ່າ “ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຕຣັສຮູ້ຖືກຕ້ອງດ້ວຍພຣະອົງຄ໌ເອງ. ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້ານັ້ນ ຕຣັດໄວ້ຖືກຕ້ອງແລ້ວ. ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ປະຕິບັດດີແລ້ວ” ດັ່ງນີ້.

“ທ່ານຜູ້ຈະເຣີນ ! (໒) ຂ້າພະເຈົ້າໄດ້ເຫັນ ພຣາມມະນະບັນດິຕ ບາງພວກ ມີປັນຍາລະອຽດສຸຂຸມ ເຄີຍເຮັດການໂຕ້ວາທະ ມາຢ່າງຊ່ຽວຊານ ...(ໆລໆ)... (ມີຂໍ້ຄວາມຮູບແບແດຽວກັບຂໍ້ທີ ໑ ທຸກຢ່າງຈົນຕະຫຼອດທັງຂໍ້).

“ທ່ານຜູ້ຈະເຣີນ ! (໓) ຂ້າພະເຈົ້າໄດ້ເຫັນ ຄະຫະບໍດີບັນດິຕ ບາງພວກ ມີປັນຍາລະອຽດສຸຂຸມ ເຄີຍເຮັດການໂຕ້ວາທະ ມາຢ່າງຊ່ຽວຊານ ...(ໆລໆ)... (ມີຂໍ້ຄວາມຮູບແບດຽວກັບຂໍ້ທີ ໑ ທຸກຢ່າງຈົນຕະຫຼອດທັງຂໍ້).

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໑໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ