ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣາມເອີຍ ! ທັມມະ ເໝືອນວັງນໍ້າ ມີສີລເປັນບັນໄດຂຶ້ນລົງ ມີນໍ້າບໍ່ຂຸ້ນມົວ ເປັນທີ່ສັນລະເສີນຂອງສັຕບຸຣຸສທັງປວງ ເປັນທີ່ສັນລະເສີນຂອງຜູ້ເຖິງຊຶ່ງເວດ ; ເນື້ອໂຕບໍ່ຕ້ອງປຽກກໍຂ້າມຝັ່ງໄປໄດ້.
ພຣາມເອີຍ ! ສັຈຈະ ທັມມະ ຄວາມສັງລວມ ພຣົມມະຈັນ ການເຖິງຊຶ່ງພຣົມ ມີໄດ້ເພາະອາໄສທາງສາຍກາງ. ທ່ານຈົ່ງປະກອບຄວາມນອບນ້ອມ ໃນຜູ້ເປັນຄົນຊື່ຕົງ ມີສະຕິ, ເຖີ້ນ. ເຮົາເອີ້ນບຸກຄົນເຊັ່ນນັ້ນ ວ່າເປັນ “ທັມມະສາຣີ” (ແລ່ນໄປໃນທັມ) ດັ່ງນີ້.
໑. ບາລີ ສຄາ. ສັງ. ໑໕/໒໔໘/໖໖໕. ຕຣັດແກ່ສຸນດຣິກະພາຣະດະວາຊະພຣາມ ທີ່ຝັ່ງແມ່ນໍ້າສຸນດະຣິກາ
ແຄວ້ນໂກສົລ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໖໕
ການທົງສະແດງເຫດຂອງຄວາມຈະເຣີນ ໑
ພຣາມ ! ຄັ້ງໜຶ່ງ ເຮົາຢູ່ທີ່ສາຣັນທະເຈດີເມືອງເວສາລີ, ນະ ບ່ອນນັ້ນ ເຮົາໄດ້ກ່າວທັມທີ່ເປັນໄປເພື່ອຄວາມບໍ່ເສື່ອມ ໗ ປະການເຫຼົ່ານີ້ ແກ່ພວກເຈົ້າວັຊຊີ ; ພຣາມ ! ຖ້າທັມ ທັງເຈັດຢ່າງນັ້ນ ຄົງຕັ້ງຢູ່ໃນພວກເຈົ້າວັຊຊີ ກໍຫຼືເຈົ້າວັຊຊີ ຈະຕັ້ງຕົນຢູ່ໃນທັມທັງເຈັດເຫຼົ່ານັ້ນແລ້ວ, ພຣາມ ! ອັນນັ້ນ ຍ່ອມເປັນໄປເພື່ອຄວາມຈະເຣີນຝ່າຍດຽວ ຫາຄວາມເສື່ອມບໍ່ໄດ້. (ຕໍ່ໄປນີ້ ເປັນໂຕທັມມະເຈັດປະການ ທີ່ຕຣັດແກ່ພຣະອານົນທ໌ ຊຶ່ງວັດສະກາຣະພຣາມ ກໍນັ່ງຟັງຢູ່ດ້ວຍ).
ອານົນທ໌ ! ພວກເຈົ້າວັຊຊີປະຊຸມກັນເລື້ອຍໆ ປະຊຸມກັນໂດຍຫຼາຍ …
ອານົນທ໌ ! ພວກເຈົ້າວັຊຊີພ້ອມພຽງກັນປະຊຸມ ພ້ອມພຽງກັນເລີກປະຊຸມ ແລະພ້ອມພຽງປະກອບກິດທີ່ພວກເຈົ້າວັຊຊີ ຈະຕ້ອງເຮັດ…
ອານົນທ໌ ! ພວກເຈົ້າວັຊຊີບໍ່ໄດ້ບັນຍັດຂໍ້ທີ່ບໍ່ໄດ້ບັນຍັດໄວ້ ບໍ່ໄດ້ຖອນຂໍ້ທີ່ບັນຍັດໄວ້ແລ້ວ, ແຕ່ປະພຶດຢູ່ໃນວັຊຊີທັມຕາມທີ່ໄດ້ບັນຍັດໄວ້…
ອານົນທ໌ ! ພວກເຈົ້າວັຊຊີ ສັກກາຣະ ເຄົາຣົບ ນັບຖື ບູຊາ ທ່ານຜູ້ເປັນປະທານຂອງເຈົ້າວັຊຊີ ຕັ້ງໃຈຟັງຄໍາສັ່ງສອນຂອງຜູ້ນັ້ນ…
ອານົນທ໌ ! ພວກເຈົ້າວັຊຊີ ບໍ່ໄດ້ລົບລູ່ດູໝິ່ນສະຕຣີ ທີ່ເປັນເຈົ້າຍິງ ຫຼືກຸມາຣີ ໃນຕະກູນ…
ອານົນທ໌ ! ພວກເຈົ້າວັຊຊີ ສັກກາຣະ ເຄົາຣົບ ນັບຖື ບູຊາ ເຈດີທັງພາຍໃນແລະພາຍນອກ ບໍ່ໄດ້ປ່ອຍປະລະເລີຍ ໃຫ້ທານທີ່ເຄີຍໃຫ້ ໃຫ້ກິດທີ່ເຄີຍເຮັດແກ່ເຈດີເຫຼົ່ານັ້ນ ແລະໃຫ້ພລີກັມທີ່ປະກອບດ້ວຍທັມ, ໃຫ້ເສື່ອມເສຍໄປ…
໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໘໙/໖໙. ຕຣັດແກ່ວັສສະກາຣະພຣາມ ມະຫາອາມາຕມະຄົດ
ທີ່ພູເຂົາຄິຊຊະກູຕ.
໔໖໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ອານົນທ໌ ! ພວກເຈົ້າວັຊຊີຕຽມເຄື່ອງຕ້ອນຮັບໄວ້ພ້ອມ ເພື່ອພຣະອະຣະຫັນຕ໌ ທ. ວ່າ “ພຣະອະຣະຫັນຕ໌ ທ. ທີ່ຍັງບໍ່ໄດ້ມາ ຈົ່ງມາສູ່ເຂດແຄວ້ນນີ້, ທີ່ມາແລ້ວຈົ່ງຢູ່ສຸຂສໍາລານເຖີ້ນ” ດັ່ງນີ້…
ອານົນທ໌ ! ເຫຼົ່ານີ້ (ແຕ່ລະຢ່າງໆ, ທີ່ຕຣັດເທື່ອລະຢ່າງ) ລ້ວນແຕ່ເປັນຄວາມຈະເຣີນແກ່ເຈົ້າວັຊຊີ ຝ່າຍດຽວ ຫາຄວາມເສື່ອມບໍ່ໄດ້.
ທົງສະແດງທີ່ເພິ່ງໄວ້ສໍາລັບເມື່ອທົງລ່ວງລັບໄປແລ້ວ ໑
ອານົນທ໌ ! ໃນກາລນີ້ກໍດີ ໃນກາລລ່ວງລັບໄປແລ້ວແຫ່ງເຮົາກໍດີ ໃຜກໍຕາມ ຈະຕ້ອງເປັນຜູ້ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ; ຄືມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່. ອານົນທ໌ ! ຄົນເຫຼົ່ານັ້ນ ຈະເປັນພິກຂຸຜູ້ ຢູ່ເໜືອຄວາມມືດ ; ໄດ້ແກ່ພວກທີ່ມີຄວາມໃຝ່ໃນສິກຂາ.
ອານົນທ໌ ! ແນວໃດໜໍ ພິກຂຸຜູ້ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ; ຄືມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະເປັນຢູ່ ? ອານົນທ໌ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ ຕາມເຫັນຊຶ່ງກາຍໃນກາຍ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ ຕາມເຫັນຊຶ່ງເວທະນາໃນເວທະນາ ທ. ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ ຕາມເຫັນຊຶ່ງຈິຕໃນຈິຕ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ນໍາອອກຊຶ່ງອະພິຊຊາ ແລະໂທມະນັສໃນໂລກ ເປັນຢູ່ ; ເປັນຜູ້ ຕາມເຫັນຊຶ່ງທັມໃນທັມ ທ. ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ນໍາອອກຊຶ່ງອະພິຊຊາແລະໂທມະນັສໃນໂລກ ເປັນຢູ່.








