ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເພາະຕະຖາຄົຕເກີດຂຶ້ນ ຫຼືເພາະຕະຖາຄົຕບໍ່ໄດ້ເກີດຂຶ້ນ ກໍຕາມ, ສິ່ງທີ່ຊົງໂຕຢູ່ໄດ້ເອງ (ທັມມະທາຕຸ) ຊຶ່ງເປັນຄວາມຕັ້ງຢູ່ຕາມທໍາມະດາ ຄືຄວາມເປັນກົດຕາຍໂຕຂອງທໍາມະດາ, ນັ້ນ ຍ່ອມຕັ້ງຢູ່ຢ່າງຄົງໂຕ ວ່າ “ທັມທັງຫຼາຍທັງປວງ ເປັນອະນັຕຕາ”, ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງສິ່ງນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມວາງຫຼັກເກນ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ເພື່ອໃຫ້ຮູ້ທົ່ວກັນວ່າ “ທັມທັງຫຼາຍທັງປວງ ເປັນອະນັຕຕາ” ດັ່ງນີ້.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໖໓
(໒. ການທົງສະແດງປະຕິຈຈະສະມຸບບາດ ໑)
ພິກຂຸ ທ. ! ເພາະຕະຖາຄົຕເກີດຂຶ້ນ ຫຼືເພາະຕະຖາຄົຕບໍ່ໄດ້ເກີດຂຶ້ນ ກໍຕາມ, ສິ່ງທີ່ຊົງໂຕຢູ່ໄດ້ເອງ (ທັມມະທາຕຸ) ຊຶ່ງເປັນຄວາມຕັ້ງຢູ່ຕາມທໍາມະດາ (ທັມມັຕ ຖິຕະຕາ) ຄືຄວາມເປັນກົດຕາຍໂຕຂອງທໍາມະດາ (ທັມມະນິຢາມະຕາ) ໄດ້ແກ່ຄວາມທີ່ ເມື່ອມີສິ່ງນີ້ສິ່ງນີ້ເປັນປັດຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ (ອິທັບປັຈຈະຢະຕາ), ນັ້ນ ຍ່ອມຕັ້ງຢູ່ຢ່າງຄົງໂຕ. ພິກຂຸ ທ. ! ຕະຖາຄົຕ ຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງສິ່ງນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ, ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມວາງຫຼັກເກນ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ແລະໄດ້ກ່າວແລ້ວໃນບັດນີ້ວ່າ “ພິກຂຸ ທ. ! ເຈົ້າ ທ. ຈົ່ງມາເບິ່ງ : ເພາະຊາດເປັນປັດຈັຍ ຊະຣາມໍຣະນະຍ່ອມມີ”໒ ດັ່ງນີ້.
ພິກຂຸ ທ. ! ເພາະເຫດດັ່ງນີ້ແລ ທັມມະທາດໃດ ໃນກໍລະນີນັ້ນ ອັນເປັນ ຕະຖະຕາ ຄືຄວາມເປັນເຊັ່ນນັ້ນ, ເປັນອະວິຕະຖະຕາ ຄືຄວາມບໍ່ຜິດໄປຈາກຄວາມເປັນເຊັ່ນນັ້ນ, ເປັນອະນັນຍະຖະຕາ ຄືຄວາມບໍ່ເປັນໄປໂດຍປະການອື່ນ, ເປັນ ອິທັບປັຈຈະຢະຕາ ຄືຄວາມທີ່ ເມື່ອມີສິ່ງນີ້ສິ່ງນີ້ເປັນປັຈຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ.
ພິກຂຸ ທ. ! ທັມນີ້ ເຮົາເອີ້ນວ່າ ປະຕິຈຈະສະມຸບບາດ ຄື ທັມອັນເປັນທັມມະຊາດ ອາໄສກັນແລ້ວເກີດຂຶ້ນ.
(ເມື່ອໄດ້ຕຣັດໃນກໍລະນີທີ່ ຊະຣາມໍຣະນະມີເພາະຊາດເປັນປັດຈັຍ ຈົບລົງດັ່ງນີ້ແລ້ວ ກໍໄດ້ຕຣັດເຖິງໃນກໍລະນີທີ່ ຊາດມີເພາະພົບເປັນປັດຈັຍ, ພົບມີເພາະອຸປາທານເປັນປັດຈັຍ, ໆລໆ ຈົນເຖິງ ສັງຂາຣທັງຫຼາຍມີເພາະອະວິຊຊາເປັນປັດຈັຍ, ດ້ວຍລະບຽບ ແລະ ຂໍ້ຄວາມທີ່ຄືກັນທຸກໂຕອັກສອນ ກັບໃນກໍລະນີແຫ່ງຊະຣາມໍຣະນະມີເພາະຊາດເປັນປັດຈັຍ ດັ່ງທີ່ໄດ້ກ່າວໄວ້ໃນເບື້ອງເທິງນີ້, ຕ່າງກັນແຕ່ພຽງຊື່ແຫ່ງຫົວຂໍ້ໜຶ່ງໆ ຂອງປະຕິຈຈະສະມຸບບາດ ເທົ່ານັ້ນ).
໑. ບາລີ ສູຕທີ ໑໐ ອາຫາຣວັກຄະ ນິທານສັງຢຸຕ ນິທານ. ສັງ. ໑໖/໓໐/໖໑. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໒. ນີ້ເປັນຫົວຂໍ້ແຫ່ງປະຕິຈຈະສະມຸບບາດ ຂໍ້ທີໜຶ່ງ ຊຶ່ງຕໍ່ໄປຈະມີອີກ ໑໐ ຫົວຂໍ້ ຕາມລໍາດັບແຫ່ງເລື່ອງ
ຂອງປະຕິຈຈະສະມຸບບາດ ຊຶ່ງຮູ້ກັນຢູ່ເປັນຢ່າງດີແລ້ວ, ພິມໄວ້ເຕັມແຕ່ພຽງຂໍ້ທໍາອິດຂໍ້ດຽວເທົ່ານັ້ນ
ສ່ວນຂໍ້ທີ່ເຫຼືອແຕ່ລະຂໍ້ໆ ກໍມີໃຈຄວາມເຕັມເໝືອນດັ່ງຂໍ້ທີໜຶ່ງນີ້.
໔໖໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງແນະນໍາການບູຊາຍັນໃນພາຍໃນ ໑
ພຣາມ ! ທ່ານຢ່າສໍາຄັນຄວາມບໍຣິສຸດນັ້ນອັນເປັນພາຍນອກ ມົວຈູດເຜົາໄມ້ບູຊາຍັນຢູ່ເລີຍ; ຜູ້ສະຫລາດ ບໍ່ກ່າວວ່າບໍຣິສຸດໄດ້ດ້ວຍການເຮັດເຊັ່ນນັ້ນ ຈະກາຍເປັນຜູ້ປາຖນາຄວາມບໍຣິສຸດໂດຍພາຍນອກໄປເສຍ.
ພຣາມ ! ເຮົາເວັ້ນການຈູດເຜົາໄມ້ ແຕ່ກໍ່ໄຟໃຫ້ລຸກຮຸ່ງຢູ່ໃນພາຍໃນ ມີໄຟຢູ່ເນື່ອງນິດ ມີຕົນຕັ້ງໝັ້ນຢູ່ເນື່ອງນິດ ເຮົາເປັນອະຣະຫັນຕ໌ ປະພຶດພຣົມມະຈັນ.
ພຣາມ ! ກິເລສຄືມານະ ເປັນເໝືອນດັ່ງຫາບບໍຣິຂາຣຍັນຂອງທ່ານ ; ຄວາມໂກດເປັນເໝືອນດັ່ງຄວັນ, ການກ່າວຄໍາມຸສາເປັນເໝືອນດັ່ງ ຂີ້ເຖົ່າ, ຂອງທ່ານ. (ສ່ວນຂອງເຮົານັ້ນ) ລີ້ນ ເປັນເໝືອນດັ່ງຍັນບໍຣິຂາຣ ; ຫົວໃຈເປັນແທ່ນກໍ່ໄຟ ; ຕົວຕົນທີ່ຝຶກດີແລ້ວເປັນຄວາມຮຸ່ງຂອງບຸຣຸສ.








