ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໑. ບາລີ ມຫາວາຣ. ສັງ. ໑໙/໒໐໕/໗໑໒-໓. ຕຣັດແກ່ພຣະອານົນທ໌ ທີ່ເວລຸຄາມ ເມືອງເວສາລີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໖໗
ອານົນທ໌ ! ເຊັ່ນນີ້ແລ ພິກຂຸຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ : ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່.
ການຕຣັດເລື່ອງ “ທຸກຂ໌ນີ້ໃຜເຮັດໃຫ້” ໑
ອານົນທ໌ ! ຄັ້ງໜຶ່ງເຮົາຢູ່ທີ່ປ່າໄຜ່ ເປັນບ່ອນໃຫ້ເຫຍື່ອແກ່ກະແຕ ໃກ້ເມືອງ ຣາຊະຄຶ ນີ້ແຫຼະ. ຍາມນັ້ນ ເວລາເຊົ້າເຮົາຫົ່ມຈີວອນຖືບາຕ ເພື່ອໄປບິນດະບາຕໃນເມືອງຣາຊະຄຶ ຄິດຂຶ້ນມາວ່າ ຍັງເຊົ້າຫຼາຍຢູ່ສໍາລັບການບິນດະບາຕ ໃນເມືອງຣາຊະຄຶ ຖ້າຈັ່ງໃດ ເຮົາເຂົ້າໄປສູ່ອາຣາມຂອງປະຣິບພາຊົກ ຜູ້ເປັນເດຍຣະຖີເຫຼົ່າອື່ນເຖີ້ນ. ເຮົາໄດ້ເຂົ້າໄປສູ່ອາຣາມຂອງປະຣິບພາຊົກ ຜູ້ເປັນເດຍຣະຖີເຫຼົ່າອື່ນ ເຮັດສັມໂມທະນີຢະກະຖາ ແກ່ກັນແລະກັນ ນັ່ງລົງ ນະ ທີ່ຄວນເບື້ອງໜຶ່ງ.
ອານົນທ໌ ! ປະຣິບພາຊົກເຫຼົ່ານັ້ນໄດ້ກ່າວກັບເຮົາຜູ້ນັ່ງແລ້ວ ແນວນີ້ວ່າ “ທ່ານໂຄຕະມະ ! ມີສະມະນະພຣາມບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັດຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ມີສະມະນະພຣາມອື່ນບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັດຄວາມທຸກຂ໌ ວ່າເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ມີສະມະນະພຣາມອື່ນບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັດຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອງແດ່ແລະຜູ້ອື່ນເຮັດໃຫ້ນໍາ, ມີສະມະນະພຣາມອື່ນບາງພວກ ທີ່ກ່າວສອນເລື່ອງກັມ ຍ່ອມບັນຍັດຄວາມທຸກຂ໌ ວ່າເປັນສິ່ງທີ່ ບໍ່ແມ່ນເຮັດເອງຫຼືໃຜເຮັດໃຫ້ກໍເກີດຂຶ້ນໄດ້.
໑. ບາລີ ອະພິສະມະຢະສັງຢຸຕ ນິທານ. ສັງ. ໑໖/໔໑/໗໖. ທົງເລົ່າແກ່ພຣະອານົນທ໌ ທີ່ເວລຸວັນ.
໔໖໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ໃນເລື່ອງນີ້ ທ່ານໂຄຕະມະຂອງພວກເຮົາ໑ ກ່າວສອນຢູ່ແນວໃດ ? ແລະພວກເຮົາກ່າວຢູ່ແນວໃດ ຈຶ່ງຈະເປັນອັນກ່າວຕາມຄໍາທີ່ທ່ານໂຄຕະມະກ່າວແລ້ວ, ບໍ່ເປັນການກ່າວຕູ່ດ້ວຍຄໍາບໍ່ຈິງ ແຕ່ເປັນການກ່າວໂດຍຖືກຕ້ອງ ແລະສະຫະທັມມິກບາງຄົນທີ່ກ່າວຕາມ ຈະບໍ່ພອຍກາຍເປັນຜູ້ຄວນຖືກຕິຕຽນໄປດ້ວຍ ?” ດັ່ງນີ້.
ອານົນທ໌ ! ເຮົາໄດ້ກ່າວກັບປະຣິບພາຊົກທັງຫຼາຍເຫຼົ່ານັ້ນວ່າ ທ່ານ ! ເຮົາກ່າວວ່າ ທຸກຂ໌ ອາໄສເຫດປັດຈັຍ (ຂອງມັນເອງເປັນລໍາດັບໆ)໒ ເກີດຂຶ້ນ. ມັນອາໄສເຫດປັດຈັຍອັນໃດໜໍ ? ອາໄສປັດຈັຍຄື ຜັສສະ. ຜູ້ກ່າວດັ່ງນີ້ແລ ຊື່ວ່າກ່າວຕົງຕາມທີ່ເຮົາກ່າວ.
ການສົນທະນາກັບພຣະອານົນທ໌ເລື່ອງກັນລະຍານະມິຕ ໓
ມະຫາຣາຊ ! ຄັ້ງໜຶ່ງ ອາຕະມາພາບພັກຢູ່ທີ່ເຂດແຫ່ງພວກສາກະຍະຊື່ວ່າ ນະຄະຣະກະ ໃນແຄວ້ນສັກກະ. ມະຫາຣາຊ ! ຄັ້ງນັ້ນແລ ພິກຂຸອານົນທ໌ເຂົ້າໄປຫາອາຕະມາພາບເຖິງບ່ອນຢູ່ ອະພິວາດແລ້ວນັ່ງຢູ່ ນະ ທີ່ຄວນ. ມະຫາຣາຊ ! ພິກຂຸອານົນທ໌ໄດ້ກ່າວຄໍານີ້ກັບອາຕະມາພາບວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄວາມມີມິຕດີ ຄວາມມີສະຫາຍດີ ຄວາມມີໝູ່ເພື່ອນຜູ້ແວດລ້ອມດີ ນີ້ເປັນເຄິ່ງໜຶ່ງຂອງພຣົມມະຈັນ ຂ້ານ້ອຍ !” ດັ່ງນີ້.
ມະຫາຣາຊ ! ເມື່ອພິກຂຸອານົນທ໌ໄດ້ກ່າວເຊັ່ນນີ້ແລ້ວ ອາຕະມາພາບໄດ້ກ່າວກັບລາວແນວນີ້ວ່າ “ອານົນທ໌ ! ເຈົ້າຢ່າກ່າວດັ່ງນັ້ນເລີຍ. ອານົນທ໌ ! ຂໍ້ນີ້ເປັນພຣົມມະຈັນ ທັງໝົດທັງສິ້ນໂດຍແທ້ ຄື ຄວາມມີມິຕດີ ຄວາມມີສະຫາຍດີ ຄວາມມີໝູ່ເພື່ອນຜູ້ແວດລ້ອມດີ.
໑. ໂວຫາຣເວົ້າກັນຢ່າງໝູ່ເພື່ອນ ຊຶ່ງເປັນທໍາມະດາທີ່ພວກປະຣິບພາຊົກ ເດຍຣະຖີອື່ນເວົ້າກັບພຣະອົງຄ໌.
໒. ເບິ່ງລໍາດັບຂອງປະຕິຈຈະສະມຸບບາດ ແຕ່ໃນບ່ອນນີ້ ທົງຍົກມາສະເພາະຜັສສະ.
໓. ບາລີ ສຄາ. ສັງ. ໑໕/໑໒໗/໓໘໒. ຕຣັດແກ່ພຣະເຈົ້າປະເສນທິໂກສົລ ທີ່ເຊຕະວັນ ໃກ້ເມືອງສາວັຕຖີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໖໙
ອານົນທ໌ ! ພຣົມມະຈັນທັງໝົດນັ້ນ ເປັນສິ່ງທີ່ພິກຂຸຜູ້ມີມິຕດີຍ່ອມຫວັງໄດ້. ເມື່ອເປັນຜູ້ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນຜູ້ແວດລ້ອມດີ ເຂົານັ້ນຈະເຮັດອະຣິຍະມັຄມີອົງຄ໌ແປດໃຫ້ຈະເຣີນໄດ້ ຈະເຮັດໃຫ້ຫຼາຍເຊິ່ງອະຣິຍະມັຄມີອົງຄ໌ແປດໄດ້” ດັ່ງນີ້.
ການສົນທະນາກັບ “ພຣະເໝັນຄາວ” ໑








