ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຖ້າສົມມຸດວ່າ ມະຫາປະຖະພີອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນທັງໝົດ ; ບຸຣຸສຜູ້ໜຶ່ງ ຖິ້ມບອກ (ໄມ້ໄຜ່ ?) ຊຶ່ງມີຮູເຈາະໄດ້ພຽງຮູດຽວ ລົງໄປໃນນໍ້ານັ້ນ ; ລົມຕາເວັນອອກພັດໃຫ້ລອຍໄປທາງທິສຕາເວັນຕົກ, ລົມຕາເວັນຕົກ ພັດໃຫ້ລອຍໄປທາງທິສຕາເວັນອອກ, ລົມທິສເໜືອພັດໃຫ້ລອຍໄປທາງທິສໃຕ້, ລົມທິສໃຕ້ພັດໃຫ້ລອຍໄປທາງທິສເໜືອ, ຢູ່ດັ່ງນີ້. ໃນນໍ້ານັ້ນ ມີເຕົ່າໂຕໜຶ່ງຕາບອດຜ່ານໄປຮ້ອຍໆ ປີ ມັນຈະຜຸດໂຜ່ຂຶ້ນມາຄັ້ງໜຶ່ງໆ. ພິກຂຸ ທ. ! ເຈົ້າ ທ. ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດ ຮ້ອຍປີຈຶ່ງຈະໂປໂລຂຶ້ນຈັກຄັ້ງໜຶ່ງ ຈະຍ່ອມປ່ອນຄໍເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວໃນບອກນັ້ນ ?
“ຂໍ້ນີ້ ຍາກທີ່ຈະເປັນໄປໄດ້ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນ ຮ້ອຍປີໂຜ່ຜຸດຂຶ້ນພຽງຄັ້ງດຽວ ຈະຍ່ອມປ່ອນຄໍເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວໃນບອກນັ້ນ”.
໑. ບາລີ ມຫາວາຣ. ສັງ. ໑໙/໕໖໘/໑໗໔໔. ຕຣັດແກ່ພິກຂຸທັງຫຼາຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໖໑
ພິກຂຸ ທ. ! ຍາກທີ່ຈະເປັນໄປໄດ້ ເຊັ່ນດຽວກັນ ທີ່ ໃຜໆ ຈະຍ່ອມໄດ້ຄວາມເປັນມະນຸສ ; ຍາກທີ່ຈະເປັນໄປໄດ້ ເຊັ່ນດຽວກັນ ທີ່ ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະຈະເກີດຂຶ້ນໃນໂລກ ; ຍາກທີ່ຈະເປັນໄປໄດ້ ເຊັ່ນດຽວກັນ ທີ່ ທັມວິນັຍອັນຕະຖາຄົຕປະກາດແລ້ວ ຈະຮຸ່ງເຮືອງໄປທົ່ວໂລກ. ພິກຂຸ ທ. ! ແຕ່ວ່າບັດນີ້ຄວາມເປັນມະນຸສ ກໍໄດ້ແລ້ວ ; ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະກໍບັງເກີດຂຶ້ນໃນໂລກແລ້ວ ; ແລະ ທັມວິນັຍອັນຕະຖາຄົຕປະກາດແລ້ວ ກໍຈະເຣີນຮຸ່ງເຮືອງໄປທົ່ວໂລກແລ້ວ.
ພິກຂຸ ທ. ! ເພາະເຫດນັ້ນ ໃນກໍລະນີນີ້ ພວກເຈົ້າຈົ່ງປະກອບ ໂຍຄະກັມເພື່ອໃຫ້ຮູ້ ວ່າ “ນີ້ ທຸກຂ໌ ; ນີ້ ເຫດໃຫ້ເກີດທຸກຂ໌ ; ນີ້ ຄວາມດັບແຫ່ງທຸກຂ໌ ; ນີ້ ຫົນທາງໃຫ້ເຖິງຄວາມດັບແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
ການເກີດຂອງພຣະອົງຄ໌ ບໍ່ກະທົບກະເທືອນເຖິງກົດທັມມະຊາດ
(໑. ການທົງສະແດງໄຕຣລັກສນ໌ ໑)
ພິກຂຸ ທ. ! ເພາະຕະຖາຄົຕເກີດຂຶ້ນ ຫຼືເພາະຕະຖາຄົຕບໍ່ໄດ້ເກີດຂຶ້ນ ກໍຕາມ, ສິ່ງທີ່ຊົງໂຕຢູ່ໄດ້ເອງ (ທັມມະທາຕຸ) ຊຶ່ງເປັນຄວາມຕັ້ງຢູ່ຕາມທໍາມະດາ ຄືຄວາມເປັນກົດຕາຍໂຕຂອງທໍາມະດາ, ນັ້ນ ຍ່ອມຕັ້ງຢູ່ຢ່າງຄົງໂຕ ວ່າ “ສັງຂາຣທັງຫຼາຍທັງປວງບໍ່ທ່ຽງ”. ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງສິ່ງນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມວາງຫຼັກເກນ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ເພື່ອໃຫ້ຮູ້ທົ່ວກັນວ່າ “ສັງຂາຣທັງຫຼາຍທັງປວງ ບໍ່ທ່ຽງ” ດັ່ງນີ້.
໑. ບາລີ ໂຢທາຊີວັຄ ຕິກ. ອັງ. ໒໐/໓໖໘/໕໗໖. ຕຣັດແກ່ພິກຂຸທັງຫຼາຍ.
໔໖໒ ພຸດທະປະວັດຈາກພຣະໂອຖ - ພາກ ໔
ພິກຂຸ ທ. ! ເພາະຕະຖາຄົຕເກີດຂຶ້ນ ຫຼືເພາະຕະຖາຄົຕບໍ່ໄດ້ເກີດຂຶ້ນ ກໍຕາມ, ສິ່ງທີ່ຊົງໂຕຢູ່ໄດ້ເອງ (ທັມມະທາຕຸ) ຊຶ່ງເປັນຄວາມຕັ້ງຢູ່ຕາມທໍາມະດາ ຄືຄວາມເປັນກົດຕາຍໂຕຂອງທໍາມະດາ, ນັ້ນ ຍ່ອມຕັ້ງຢູ່ຢ່າງຄົງໂຕ ວ່າ “ສັງຂາຣທັງຫຼາຍທັງປວງ ເປັນທຸກຂ໌”. ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງສິ່ງນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັດ ຍ່ອມວາງຫຼັກເກນ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ເພື່ອໃຫ້ຮູ້ທົ່ວກັນວ່າ “ສັງຂາຣທັງຫຼາຍທັງປວງ ເປັນທຸກຂ໌” ດັ່ງນີ້.








