ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ທັມອື່ນ ທີ່ເລິກເຊິ່ງ ເຫັນຍາກ ຮູ້ຍາກ ລະງັບ ປານີຕ ບໍ່ເປັນບ່ອນທ່ຽວຂອງຄວາມນຶກຕຶກ (ຕາມທໍາມະດາ) ເປັນທັມລະອຽດ ຮູ້ໄດ້ສະເພາະບັນດິຕ ເຊິ່ງຕະຖາຄົຕໄດ້ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ແຈ້ງຕາມດ້ວຍ, ເປັນຄໍາສໍາລັບຜູ້ຈະກ່າວສັນລະເສີນຕະຖາຄົຕ ໃຫ້ຖືກຕ້ອງຕົງຕາມເປັນຈິງ ມີຢູ່ ທັມນັ້ນຄືອັນໃດໜໍ ? (ຕໍ່ຈາກນີ້ ທົງສະແດງທິຕຖິ ໖໒ ປະການ ພ້ອມທັງເລື່ອງລາວຕົ້ນເຫດ, ທີ່ເປັນຫົວຂໍ້ ເປີດເບິ່ງໄດ້ ໃນພາກ ໓ ຂອງໜັງສືເຫຼັ້ມນີ້ ໂດຍຫົວຂໍ້ວ່າ “ທົງຮູ້ທິຕຖິວັດຖຸທີ່ເລິກເຊິ່ງ ໖໒”, ສ່ວນເລື່ອງລາຍລະອຽດເປີດເບິ່ງໃນພຣະບາລີເດີມ ; ຫຼືຈາກໜັງສືປະຕິຈຈະສະມຸບບາດຈາກພຣະໂອຖ ໂດຍຫົວຂໍ້ທີ່ວ່າດ້ວຍເລື່ອງນີ້).
໑. ໃນບາລີ ຈໍາແນກລາຍຊື່ຫຼວງຫຼາຍ ຈົນເກີນຄວາມຕ້ອງການທີ່ຈະຍົກເອົາມາໃສ່ໄວ້ໃນບ່ອນນີ້ ຜູ້ປະສົງ
ຈົ່ງເປີດເບິ່ງໃນທີ່ມານັ້ນໆ ຈາກພຣະບາລີ, ຫຼືຈາກເລື່ອງບຸບພະພາຄຂອງການຕາມຮອຍພຣະອະຣະຫັນຕ໌
ຕອນບາລີສາມັນຍະຜະລະສູຕກໍໄດ້, ຫຼືຈາກໜັງສືຂຸມຊັບຈາກພຣະໂອຖ ໜ້າ ໒໐໘ ເຖິງໜ້າ ໒໑໑
ທີ່ຫົວຂໍ້ຍ່ອຍວ່າ “ຜູ້ມີສີລບໍ່ເປັນໝໍທວາຍລັກສະນະສິ່ງຂອງ” ເຖິງຂໍ້ວ່າ “ຜູ້ມີສີລບໍ່ເປັນໝໍຜີແລະໝໍຢາ”
ແຫ່ງຫົວຂໍ້ໃຫຍ່ວ່າ “ພິກຂຸຜູ້ມີສີລສົມບູນແລ້ວ”.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໕໙
(ສ. ກ່ຽວກັບເຫດການພິເສດບາງເລື່ອງ ໒໒ ເລື່ອງ)
ການທົງສະແດງຄວາມພົ້ນ ເພາະດັບສິ້ນຕັນຫາ໑
ໂມກຄັນລານະ ! ເຮົາຍັງຈໍາຈື່ໄດ້ຢູ່ ທີ່ບຸບພາຣາມນີ້ເອງ, ທ້າວສັກກະຈອມເທບ ໄດ້ເຂົ້າມາຫາເຮົາເຖິງບ່ອນຢູ່ ອະພິວາດແລ້ວຢືນຢູ່ ນະ ທີ່ຄວນ ໄດ້ຖາມຄໍານີ້ກັບເຮົາວ່າ “ພຣະອົງຄ໌ຜູ້ຈະເຣີນ ! ວ່າໂດຍສັງເຂບ, ດ້ວຍຂໍ້ປະຕິບັດພຽງເທົ່າໃດ ພິກຂຸຈຶ່ງເປັນຜູ້ພົ້ນວິເສດແລ້ວ ເພາະຄວາມດັບສິ້ນໄປແຫ່ງຕັນຫາ ອອກໄປໄດ້ເຖິງທີ່ສຸດຍິ່ງ ກະເສມຈາກໂຢຄະເຖິງທີ່ສຸດຍິ່ງ ມີພຣົມມະຈັນເຖິງທີ່ສຸດຍິ່ງ ຈົບກິດເຖິງທີ່ສຸດຍິ່ງ ເປັນຜູ້ປະເສີດແຫ່ງເທບແລະມະນຸສທັງຫຼາຍ ?”.
ໂມກຄັນລານະ ! ຄັນທ້າວສັກກະກ່າວຄໍານີ້ແລ້ວ ເຮົາໄດ້ຕອບວ່າ “ທ່ານຜູ້ເປັນຈອມເທບ ! ຫຼັກຄິດທີ່ພິກຂຸໃນສາສນານີ້ໄດ້ຟັງແລ້ວ ຍ່ອມມີຢູ່ວ່າ “ສິ່ງທັງປວງບໍ່ຄວນເຂົ້າໄປຢຶດຖື” ດັ່ງນີ້. ເມື່ອເຂົາຟັງດັ່ງນີ້ແລ້ວ ຍ່ອມຮູ້ຍິ່ງຊຶ່ງທັມ (ທໍາມະດາ) ທັງປວງ, ຄັນຮູ້ຍິ່ງແລ້ວ ກໍຮອບຮູ້, ຄັນຮອບຮູ້ແລ້ວ ໄດ້ຮູ້ສຶກຄວາມຮູ້ສຶກອັນໃດອັນໜຶ່ງ ຈະເປັນສຸຂ ຫຼືທຸກຂ໌ ຫຼືບໍ່ທຸກຂ໌ບໍ່ສຸຂກໍຕາມ ເຂົາຍ່ອມມອງເຫັນຄວາມບໍ່ທ່ຽງແທ້ໃນຄວາມຮູ້ສຶກ (ເວທະນາ) ທັງຫຼາຍເຫຼົ່ານັ້ນຢູ່. ເມື່ອເຂົາມອງເຫັນຄວາມບໍ່ທ່ຽງໃນເວທະນາ ທ. ເຫຼົ່ານັ້ນ ມອງເຫັນ (ຄືຮູ້ສຶກ) ຄວາມຄາຍກໍາໜັດ ມອງເຫັນຄວາມດັບສະນິດ ມອງເຫັນຄວາມສະລັດຄືນ (ຂອງຕົນ) ຢູ່ເນື່ອງນິດ ກໍບໍ່ຢຶດຖືດ້ວຍໃຈຊຶ່ງອັນໃດໆໃນໂລກ, ເມື່ອບໍ່ຢຶດຖືກໍບໍ່ສະດຸ້ງໃຈ, ເມື່ອບໍ່ສະດຸ້ງໃຈ ຊື່ວ່າດັບເຢັນຮອບໃນພາຍໃນນັ້ນແລ, ເຂົາຍ່ອມຮູ້ສຶກຕົນແຈ່ມແຈ້ງວ່າ ຊາດດັບສິ້ນແລ້ວ ພຣົມມະຈັນໄດ້ຢູ່ຈົບແລ້ວ ກິດທີ່ຄວນເຮັດ ໄດ້ເຮັດສໍາເລັດໄປແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ ດັ່ງນີ້.
໑. ບາລີ ຈູລະຕັນຫາສັງຂະຢະສູຕ ມູ. ມ. ໑໒/໔໗໐/໔໓໙. ຕຣັດແກ່ພຣະໂມກຄັລລານະ,
ທີ່ບຸບພາຣາມ ໃກ້ເມືອງສາວັຕຖີ.
໔໖໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທ່ານຜູ້ຈອມເທບ ! ວ່າໂດຍສັງເຂບ, ດ້ວຍຂໍ້ປະຕິບັດ ພຽງເທົ່ານີ້ແລ ພິກຂຸຊື່ວ່າ ພົ້ນວິເສດແລ້ວເພາະຄວາມດັບສິ້ນຕັນຫາ, ອອກໄປໄດ້ເຖິງທີ່ສຸດຍິ່ງ ກະເສມຈາກໂຢຄະເຖິງທີ່ສຸດຍິ່ງ ມີພຣົມມະຈັນເຖິງທີ່ສຸດຍິ່ງ ຈົບກິດເຖິງທີ່ສຸດຍິ່ງ ເປັນຜູ້ປະເສີດແຫ່ງເທບແລະມະນຸສທັງຫຼາຍ”.
ໂມກຄັນລານະ ! ເຮົາຍ່ອມຈໍາຈື່ພາສິຕເລື່ອງຄວາມພົ້ນວິເສດ ເພາະຄວາມດັບສິ້ນຕັນຫາ ໂດຍຫຍໍ້ໆ ແກ່ທ້າວສັກກະຜູ້ຈອມເທບໄດ້ ດັ່ງນີ້ແລ.
ການທົງສະແດງເລື່ອງທີ່ເປັນໄປໄດ້ຍາກກ່ຽວກັບພຣະອົງຄ໌ເອງ ໑








