ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາແຕ່ທີ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ດໍາຣົງຢູ່ໃນໝູ່ເທບຊັ້ນດຸສິຕ ຈົນກະທັ່ງຕະຫຼອດກາລແຫ່ງອາຍຸ” ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ທີ່ພຣະໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ດໍາຣົງຢູ່ໃນໝູ່ເທບຊັ້ນດຸສິຕ ຈົນກະທັ່ງຕະຫຼອດກາລແຫ່ງອາຍຸ ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກ່ຽວກັບພຣະຜູ້ມີພຣະພາຄເຈົ້າ.
ການຈຸຕິຈາກດຸສິຕລົງສູ່ຄັນ ໑
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາແຕ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໂພທິສັຕມີສະຕິ ຮູ້ໂຕທົ່ວພ້ອມ ຈຸຕິຈາກໝູ່ເທບຊັ້ນດຸສິຕ ກ້າວລົງສູ່ຄັນມານດາ” ດັ່ງນີ້. ຂ້າແຕ່ ພຣະອົງຜູ້ຈະເຣີນ ! ແມ່ນວ່າຂໍ້ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກ່ຽວກັບພຣະຜູ້ມີພຣະພາຄເຈົ້າ.
໑. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໔໘/໓໖໓.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໒໕
ເກີດແສງສະຫວ່າງເນື່ອງດ້ວຍ ການຈຸຕິຈາກດຸສິຕ ໑
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາແຕ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ຈຸຕິຈາກໝູ່ເທບຊັ້ນດຸສິຕແລ້ວ ກ້າວລົງສູ່ຄັນແຫ່ງມານດາ ໃນຂະນະນັ້ນ ແສງສະຫວ່າງອັນໂອລານຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບຂອງເທວະດາທັງຫຼາຍຈະບັນດານໄດ້ ໄດ້ປາກົດຂຶ້ນໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ເຖິງແມ່ນໃນ ໂລກັນຕຣິກະນະຣົກ ອັນເປົ່າໂລ່ງບໍ່ມີຫຍັງປິດກັ້ນ ແຕ່ມືດມິດ ຫາການເກີດຈັກຂຸວິນຍານບໍ່ໄດ້ ອັນແສງສະຫວ່າງແຫ່ງດວງຈັນແລະດວງອາທິຕ ອັນມີລິດອານຸພາບເຊັ່ນນີ້ ສ່ອງໄປບໍ່ເຖິງນັ້ນ ແມ່່ນວ່າໃນບ່ອນນັ້ນ ແສງ ສະຫວ່າງອັນໂອລານ ຈົນຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບຂອງເທວະດາທັງຫຼາຍຈະບັນດານໄດ້ ກໍໄດ້ປາກົດຂຶ້ນເໝືອນກັນ. ສັຕທີ່ເກີດນະທີ່ບ່ອນນັ້ນ ຮູ້ຈັກກັນດ້ວຍແສງສະຫ່ວາງນັ້ນ ພາກັນຮ້ອງວ່າ ‘ທ່ານຜູ້ຈະເຣີນທັງຫຼາຍເອີຍ ຜູ້ອື່ນອັນເກີດຢູ່ໃນບ່ອນນີ້ ນອກຈາກເຮົາ ກໍມີຢູ່ເໝືອນກັນ’ ດັ່ງນີ້. ແລະ ໝຶ່ນໂລກະທາດ ນີ້ ກໍຫວັ່ນໄຫວ ສັ່ນສະເທືອນສະທ້ານ. ແສງສະຫວ່າງອັນໂອລານຈົນຫາປະມານບໍ່ໄດ້ ໄດ້ປາກົດຂຶ້ນໃນໂລກ ເກີນກວ່າອານຸພາບຂອງເທວະດາທັງຫຼາຍຈະບັນດານໄດ້” ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ແມ່ນວ່າຂໍ້ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກ່ຽວກັບພຣະຜູ້ມີພຣະພາຄເຈົ້າ.
(ຂໍ້ຄວາມເຊັ່ນນີ້ ທີ່ຢູ່ໃນຮູບພຸດທະພາສິຕລ້ວນໆກໍມີ ຄື ບາລີສັຕຕະມະສູຕ ພະຢະວັກຄະ ຈຕຸກກ. ອັງ. ໒໑/໑໗໖/໑໒໗. ເປັນອັດສະຈັນຄັ້ງທີ ໑ (ຈຸຕິ), ຄັ້ງທີ ໒ (ປະສູຕ), ຄັ້ງທີ ໓ (ຕຣັສຮູ້), ໆລໆ ໄປຕາມລໍາດັບ, ສັງເກດເບິ່ງໄດ້ທີ່ຕອນຕຣັສຮູ້ເປັນຕົ້ນໄປ, ໃນບ່ອນນີ້ບໍ່ນໍາເອົາມາໃສ່ໄວ້ ເພາະໃຈຄວາມຊໍ້າກັນ)
໑. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໔໘/໓໖໔, ແລະ ຈຕຸກກ. ອັງ. ໒໑/໑໗໖/໑໒໗.
໒໖ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ແຜ່ນດິນໄຫວ ເນື່ອງດ້ວຍການຈຸຕິ ໑
ດູຣາອານົນທ໌ ! ເຫດປັຈຈັຍທີ່ເຮັດໃຫ້ປາກົດການແຜ່ນດິນໄຫວ ອັນໃຫຍ່ຫຼວງ ມີຢູ່ແປດປະການ....
ດູຣາອານົນທ໌ ! ເມື່ອໃດໂພທິສັຕ ຈຸຕິຈາກໝູ່ເທບຊັ້ນດຸສິຕ ມີສະຕິ ສັມປະຊັນຍະ ກ້າວລົງສູ່ຄັນມານດາ ເມື່ອນັ້ນ ແຜ່ນດິນຍ່ອມຫວັ່ນໄຫວ ຍ່ອມສັ່ນສະເທືອນ ຍ່ອມສັ່ນສະທ້ານ ອານົນທ໌ ! ນີ້ເປັນເຫດເປັນປັຈຈັຍເຍື່ອງທີສາມ ແຫ່ງການປາກົດການແຜ່ນດິນໄຫວອັນໃຫຍ່ຫຼວງ.
ການກ້າວລົງສູ່ຄັນ ໒








