ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໃນສຽງພາສາພວກເຮົາວ່າ ສາກະຢະ. ເລື່ອງເກີດວົງສາກະຍະມີກ່າວໄວ້ຢ່າງພິສະດານໃນອັຕຖະກະຖາ
ຂອງອັມພັຕຖະສູຕນີ້ເອງ ເຊັ່ນເລື່ອງໄມ້ກະເບົາເປັນຕົ້ນ ຈະກ່າວໃນໂອກາດຫຼັງ.
໒. ບາລີ ອັກຄັນຍະສູຕ ປາ. ທີ. ໑໑/໙໑/໕໔. ຕຣັດແກ່ວາເສຕຖະກັບໝູ່ພວກ.
໓. ຄວາມຂໍ້ນີ້ເຮົາບໍ່ຢາກເຊື່ອກັນໂດຍສ່ວນຫຼາຍວ່າຈະເປັນແບບນີ້ ໂດຍທີ່ເຮົາບໍ່ຢາກໃຫ້ຕະກູນຂອງພຣະອົງເປັນ
ເມືອງຂຶ້ນຂອງໃຜ ແຕ່ພຣະອົງເອງກັບຕຣັດຕົງໄປບາດດຽວວ່າເປັນເມືອງຂຶ້ນຂອງໂກສົລ, ຕ້ອງນອບນ້ອມຕໍ່
ພຣະເຈົ້າປະເສນທິ. ແຕ່ເມື່ອພຣະອົງອອກບວດເປັນພຣະພຸດທະເຈົ້າແລ້ວ. ພຣະເຈົ້າປະເສນທິໂກສົລກັບປ່ຽນ
ເຮັດກົງຂ້າມ ຄືນອບນ້ອມຕໍ່ພຣະອົງ ເຊັ່ນດຽວກັບທີ່ພວກສາກະຍະເຄີຍນອບນ້ອມຕໍ່ພຣະເຈົ້າປະເສນທິ.
ບາລີບ່ອນນີ້ຄື : ຣັນໂຍ ປະເສນທິສສະ ໂກສະລັສສະ ອະນັນຕະຣາ ອະນຸຢັນຕາ. ຄໍາວ່າ ອະນຸຢັນຕາ
ອັຕຖະກະຖາແກ້ດັ່ງນີ້ ອະນຸຢັນຕາຕິ ວະສະວັຕຕິໂນ, (ສຸມັງ. ໓, ໜ. ໖໒), ແປວ່າ ຢູ່ໃນອໍານາດ.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໒໓
ແດນສາກະຢະຂຶ້ນຢູ່ໃນແຄວ້ນໂກສົລ ໑
ຕຣັດຕອບແກ່ພຣະເຈົ້າພິມພິສານວ່າ :-
“ຣາຊະ ! ຊົນນະບົດກົງຂ້າມພູເຂົາຫິມະພານ ສົມບູນດ້ວຍຄວາມພຽນເຄື່ອງຫາຊັບ ເປັນເມືອງຂຶ້ນ໒ ແຫ່ງໂກສົລ ມີພວກຊື່ ອາທິຕໂດຍໂຄຕ ຊື່ ສາກະຢະ ໂດຍຊາດ. ອາຕະມາພາບອອກບວດຈາກຕະກູນນັ້ນ ຈະປາຖນາກາມ ກໍຫາກບໍ່ແມ່ນ....”
ການຢູ່ໃນໝູ່ເທບຊັ້ນດຸສິຕ ໓
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກ(ໜ້າ)ພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາແຕ່ທີ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ບັງເກີດຂຶ້ນໃນໝູ່ ເທບຊັ້ນດຸສິຕ” ດັ່ງນີ້.
໑. ບາລີ ປັບພະຊາສູຕ ມຫາວັກຄະ ສຸ. ຂຸ. ໒໕/໔໐໗/໓໕໔.
໒. ສັບນີ້ວ່າ ນິເກຕິໂນ, ພຣະມະຫາສະມະນະເຈົ້າກຣົມພະຍາວະຊິຣະຍານະວະໂຣຣົດ ເຄີຍຊົງແປໄວ້ໃນ
ພຸດທະປະວັດເຫຼັ້ມ ໑ ວ່າ “ເປັນຖິ່ນ”, ໃນອັຕຖະກະຖາແກ້ສັບນີ້ໄວ້ ສໍ່ຄວາມວ່າເປັນເມືອງຂຶ້ນນັ້ນເອງ.
ຄໍາວ່າຖິ່ນ ກໍຄືເມືືອງຂຶ້ນເໝືອນກັນ.
໓. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໔໗/໓໖໐-໑-໒. ເປັນຄໍາທີ່ພຣະອານົນທ໌ເລົ່າແກ່
ພິກຂຸ ທ. ຕໍ່ໜ້າພຣະຜູ້ມີພຣະພາຄ ເຖິງເລື່ອງທີ່ເຄີຍໄດ້ຟັງມາຈາກພຣະຜູ້ມີພຣະພາຄເອງ. ນັບວ່າເປັນ
ຂໍ້ຄວາມຈາກພຣະໂອຖະ ສະເພາະຕອນທີ່ຢູ່ໃນອັນຍະປະເທດ.
ບາລີອັຈສະຣິຢະອັບພູຕະທັມມະສູຕວ່າດ້ວຍເລື່ອງຢູ່ໃນດຸສິຕ ເລື່ອງຈຸຕິ ເລື່ອງປະສູດ ເຫຼົ່ານີ້ຊຶ່ງລ້ວນແຕ່ເປັນປາຕິຫານ, ຈະເປັນເລື່ອງທີ່ຄວນຖືເອົາຕາມນັ້ນກົງຕາມໂຕອັກສອນໄປທັງໝົດ ຫຼືວ່າເປັນເລື່ອງທີ່ທ່ານແຝງໄວ້ໃນປຸກຄະລາທິດຖານ ຈະຕ້ອງຖອດໃຫ້ເປັນທັມມາທິດຖານເສຍກ່ອນແລ້ວຈຶ່ງຖືເອົາ ເປັນເລື່ອງທີ່ຄວນວິນິໄສກັນອີກຕໍ່ໜຶ່ງ, ຂ້າພະເຈົ້າຜູ້ລວບລວມສັງເກດເຫັນຄວາມແປກປະຫຼາດຂອງເລື່ອງເຫຼົ່ານີ້ ຕອນທີ່ບໍ່ຕຣັດເລົ່າເສຍເອງ ຍົກໃຫ້ເປັນໜ້າທີ່ຂອງພຣະອານົນທ໌ ເປັນຜູ້ເລົ່າຢືນຢັນອີກຕໍ່ໜຶ່ງ ຂໍໃຫ້ວິນິໄສກັນເບິ່ງເຖີ້ນ. ທີ່ນໍາມາລວມໄວ້ໃນບ່ອນນີ້ດ້ວຍ ກໍເພາະມີຢູ່ໃນບາລີ ເປັນພຸດທະພາສິຕເໝືອນກັນ ເຖິງແມ່ນວ່່າຈະໂດຍອ້ອມ ໂດຍຜ່ານທາງປາກຂອງພຣະອານົນທ໌ອີກຕໍ່ໜຶ່ງ ຊຶ່ງລັກສະນະເຊັ່ນນີ້ມີແຕ່ເລື່ອງຕອນນີ້ເທົ່ານັ້ນ.
໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ທີ່ພຣະໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ບັງເກີດຂຶ້ນໃນໝູ່ເທບຊັ້ນດຸສິຕ ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກຽ່ວກັບພຣະຜູ້ມີພະພາຄເຈົ້າ.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ພຣະພາຄເຈົ້າ ໄດ້ຈໍາມາແຕ່ທີ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໂພທິສັຕ ມີສະຕິ ຮູູ້ໂຕທົ່ວພ້ອມ ດໍາຣົງຢູ່ໃນໝູ່ເທບຊັ້ນດຸສິຕ” ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ທີ່ພຣະໂພທິສັຕ ມີສະຕິ ຮູ້ໂຕທົ່ວພ້ອມ ດໍາຣົງຢູ່ໃນໝູ່ເທບຊັ້ນດຸສິຕ ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກຽ່ວກັບພຣະຜູ້ມີພຣະພາຄເຈົ້າ.








