ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາແຕ່ສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕກໍາລັງກ້າວລົງສູ່ຄັນແຫ່ງມານດາ ໃນກາລນັ້ນເທພະບຸຕທັງຫຼາຍ ຍ່ອມຕັ້ງການອາຣັກຂາໃນທິສທັງສີ່ ແກ່ໂພທິສັຕ ໂດຍປະສົງວ່າມະນຸສຫຼືອະມະນຸສ ຫຼືໃຜໆ ກໍຕາມ ຢ່າໄດ້ບຽດບຽນໂພທິສັຕ ຫຼືມານດາແຫ່ງໂພທິສັຕເລີຍ” ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ແມ່ນວ່າຂໍ້ນີ້ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກ່ຽວກັບ ພຣະຜູ້ມີພຣະພາຄເຈົ້າ.

ການຢູ່ໃນຄັນ ໓

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ໃນກາລໃດ

໑. ບາລີ ອັຕຖກ. ອັງ. ໒໓/໓໒໒,໓໒໓/໑໖໗. ຕຣັດແກ່ພຣະອານົນທ໌ ທີ່ປາວາລເຈດີ ເມືອງເວສາລີ.

໒. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໔໙/໓໖໕.

໓. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໔໙-໒໕໑/໓໖໖-໗-໘-໙,໑໗໑.

ການເກີດແຫ່ງວົງສາກະຢະ - ອອກຜະນວດ ໒໗

ໂພທິສັຕກ້າວລົງສູ່ຄັນແຫ່ງມານດາ ໃນກາລນັ້ນ ມານດາແຫ່ງໂພທິສັຕ ຍ່ອມເປັນຜູ້ ມີສີລຢູ່ໂດຍປົກກະຕິ ເປັນຜູ້ເວັ້ນຈາກປານາຕິບາຕ ເວັ້ນຈາກອະທິນນາທານ ເວັ້ນຈາກກາເມສຸມິດສາຈາຣ ເວັ້ນຈາກມຸສາວາດ ເວັ້ນຈາກສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ” ດັ່ງນີ້.

ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕກ້າວລົງສູ່ຄັນແຫ່ງມານດາ ໃນກາລນັ້ນ ມານດາແຫ່ງໂພທິສັຕ ຍ່ອມ ບໍ່ມີຄວາມຄິດອັນເຈືອດ້ວຍກາມະຄຸນ ໃນບຸຣຸດທັງຫຼາຍ, ອັນໜຶ່ງມານດາແຫ່ງໂພທິສັຕ ຍ່ອມເປັນຜູ້ທີ່ບຸຣຸດໃດໆ ບໍ່ຄິດລ່ວງເກີນດ້ວຍຈິຕອັນກໍາໜັດ” ດັ່ງນີ້.

ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕກ້າວລົງສູ່ຄັນແຫ່ງມານດາ ໃນກາລນັ້ນ ມານດາແຫ່ງໂພທິສັຕ ເປັນຜູ້ ມີລາບ ດ້ວຍກາມະຄຸນທັງຫ້າ໑, ມານດາແຫ່ງໂພທິສັຕນັ້ນ ອີ່ມເອີບດ້ວຍກາມະຄຸນທັງຫ້າ ພຽບພ້ອມດ້ວຍກາມະຄຸນທັງຫ້າ ໃຫ້ເຂົາຖະໜອມກ່ອມລ້ຽງຢູ່” ດັ່ງນີ້.

ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕກ້າວລົງສູ່ຄັນແຫ່ງມານດາ ໃນກາລນັ້ນ ມານດາແຫ່ງໂພທິສັຕ ຍ່ອມ ບໍ່ມີອາພາດໃດໆ ມີຄວາມສຸຂ ບໍ່ອ່ອນເພຍ, ອັນໜຶ່ງ ມານດາແຫ່ງໂພທິສັຕ ຍ່ອມ ແລເຫັນໂພທິສັຕ ຜູ້ຢູ່ໃນຄັນມານດາ ມີອະວັຍຍະວະນ້ອຍໃຫຍ່ສົມບູນ ມີອິນຊີບໍ່ຕໍ່າຊາມ. ເໝືອນດັ່ງວ່າ ແກ້ວໄພທູນອັນງົດງາມ ເຮືອງຮຸ່ງສົດໃສ ເຈຍຣະໄນດີແລ້ວ ມີດ້າຍຮ້ອຍຢູ່ໃນແກ້ວນັ້ນ ສີຂຽວ ເຫຼືອງແກມຂຽວ ແດງ ຂາວ ຫຼືເຫຼືອງກໍຕາມ ບຸຣຸດທີ່ຕາຍັງດີ ເອົາແກ້ວນັ້ນວາງເທິງຝ່າມືແລ້ວ ຍ່ອມມອງເຫັນແຈ່ມແຈ້ງວ່າ ນີ້ແກ້ວໄພທູນອັນງົດງາມ ເຮືອງຮຸ່ງສົດໃສ ເຈຍຣະໄນດີແລ້ວ, ນີ້ດ້າຍ ຊຶ່ງຮ້ອຍຢູ່ໃນແກ້ວນັ້ນ ຈະເປັນສີຂຽວ ເຫຼືອງແກມຂຽວ ແດງ ຂາວ ຫຼືເຫຼືອງກໍຕາມ ; ເຊັ່ນໃດກໍເຊັ່ນນັ້ນ ທີ່ມານດາແຫ່ງໂພທິສັຕ ເປັນຜູ້ບໍ່ມີອາພາດ

໑. ກາມະຄຸນຫ້າໃນບ່ອນນີ້ ໝາຍພຽງເຄື່ອງບໍາລຸງຕາມທໍາມະດາ ບໍ່ໄດ້ໝາຍເຖິງທີ່ກ່ຽວກັບກາມາຣົມໂດຍກົງ

ເພາະມີປະຕິເສດຢູ່ໃນຂໍ້ຕົ້ນຈາກນີ້ຢູ່ແລ້ວ.

໒໘ ພຸດທະປະວັດຈາກພຣະໂອຖະ - ພາກ ໑

ມີຄວາມສະບາຍ ບໍ່ອ່ອນເພຍ ແລເຫັນໂພທິສັຕຜູ້ນັ່ງຢູ່ໃນຄັນ ມີອະວັຍຍະວະນ້ອຍໃຫຍ່ສົມບູນ ມີອິນຊີບໍ່ຕໍ່າຊາມ” ດັ່ງນີ້.

ໆລໆ “ດູຣາອານົນທ໌ ! ຍິງອື່ນໆ ອູ້ມຄັນໄວ້ເກົ້າເດືອນແດ່ ສິບເດືອນແດ່ ຈຶ່ງຈະຄອດ, ສ່ວນມານດາແຫ່ງໂພທິສັຕ ບໍ່ເປັນເຊັ່ນນັ້ນ, ຍ່ອມ ອູ້ມຄັນໄວ້ສິບເດືອນເຕັມ ຈິງແທ້ ແລ້ວຈຶ່ງຄອດ” ດັ່ງນີ້.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ແມ່ນວ່າຂໍ້ນີ້ໆ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ ກ່ຽວກັບພຣະຜູ້ມີພຣະພາຄເຈົ້າ.

ການປະສູດ ໑

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າ ໄດ້ຈໍາມາສະເພາະພຣະພັກພຣະຜູ້ມີພຣະພາຄເຈົ້າວ່າ “ດູຣາອານົນທ໌ ! ຍິງອື່ນໆ ຍ່ອມນັ່ງຄອດແດ່ ນອນຄອດແດ່. ສ່ວນມານດາແຫ່ງໂພທິສັຕ ຫາກເປັນແນວນັ້ນກໍບໍ່, ມານດາແຫ່ງໂພທິສັຕ ຍ່ອມ ຢືນຄອດ ໂພທິສັຕ” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ