ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບການກ່າວຖ້ອຍຄໍາໂຕ້ແຍ້ງກັນຢູ່ ຄືໂຕ້ແຍ້ງກັນວ່າ “ທ່ານບໍ່ຮູ້ທົ່ວເຖິງພຣະທັມວິນັຍນີ້, ຂ້າພະເຈົ້າຮູ້ທົ່ວເຖິງພຣະທັມວິນັຍນີ້, ທ່ານຈະຮູ້ທົ່ວເຖິງແນວໃດໄດ້, ທ່ານປະຕິບັດຜິດ ຂ້າພະເຈົ້າປະຕິບັດຖືກ, ຖ້ອຍຄໍາຂອງຂ້າພະເຈົ້າເປັນປະໂຍຊນ໌, ຂອງທ່ານບໍ່ເປັນປະໂຍຊນ໌, ຄໍາຄວນເວົ້າກ່ອນທ່ານເອົາມາເວົ້າຕາມຫຼັງ ຄໍາຄວນເວົ້າຕອນຫຼັງ ທ່ານເວົ້າເສຍກ່ອນ, ຂໍ້ທີ່ທ່ານເຄີຍຊ່ຽວຊານ ໄດ້ປ່ຽນແປງໄປເສຍແລ້ວ, ຂ້າພະເຈົ້າຕັດຄໍາເວົ້າແກ່ທ່ານໄດ້ແລ້ວ ທ່ານຖືກຂ້າພະເຈົ້າຂົ່ມຂີ່ໄດ້ແລ້ວ ທ່ານຈົ່ງຖອນຄໍາເວົ້າຂອງທ່ານເສຍ ຫຼືຖ້າທ່ານສາມາດ ກໍຈົ່ງຄັດຄ້ານມາເຖີ້ນ” ດັ່ງນີ້ ຢູ່, ສ່ວນທ່ານງົດເວັ້ນຂາດຈາກການກ່າວຖ້ອຍຄໍາໂຕ້ແຍ້ງ ເຫັນປານດັ່ງນັ້ນເສຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໕໗
… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບການຮັບເປັນທູຕ, ຮັບໃຊ້ໄປໃນບ່ອນນັ້ນໆຢູ່ ຄືຮັບໃຊ້ພຣະຣາຊາ ຮັບໃຊ້ອາມາດຂອງພຣະຣາຊາ ຮັບໃຊ້ກະສັດ-ພຣາມ-ຄະຫະບໍດີ ແລະຮັບໃຊ້ເດັກນ້ອຍແດ່ ທີ່ໃຊ້ວ່າ “ທ່ານຈົ່ງໄປບ່ອນນີ້, ທ່ານຈົ່ງໄປບ່ອນນັ້ນ, ທ່ານຈົ່ງເອົາສິ່ງນີ້ໄປ, ທ່ານຈົ່ງເອົາສິ່ງນີ້ມາ” ດັ່ງນີ້ ຢູ່, ສ່ວນ ພຣະສະມະນະໂຄດົມ ທ່ານເປັນຜູ້ເວັ້ນຂາດຈາກການເປັນທູຕ ເຫັນປານດັ່ງນັ້ນເສຍ.
… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບການສະແຫວງຫາລາບ ດ້ວຍການກ່າວຄໍາລໍ້ຫຼອກ ການເວົ້າຕື້ ຍົວະອອຍ ການເວົ້າແວດລ້ອມດ້ວຍເລດ ການເວົ້າໃຫ້ທາຍົກເກີດມານະ ແດກດັນໃນການໃຫ້ ແລະການໃຊ້ຂອງທີ່ມີຄ່າໜ້ອຍຕໍ່ເອົາຂອງທີ່ມີຄ່າຫຼາຍ ຢູ່, ສ່ວນທ່ານເວັ້ນຂາດຈາກການສະແຫວງຫາລາບ ໂດຍອຸບາຍຫຼອກລວງ ເຫັນປານດັ່ງນັ້ນເສຍ.
(ເຫຼົ່ານີ້ ເປັນສ່ວນ ມັຊຊິມະສີລ)
… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບມິດສາອາຊີວະ ເຮັດເດຣັດສານວິຊາ ເຫັນປານນີ້ຢູ່ຄື ທາຍລັກສະນະໃນຮ່າງກາຍ, ນິມິຕລາງດີ-ຮ້າຍ, ດາວຕົກ, ອະສະນີບາດ, ທໍານາຍຝັນ, ຊະຕາ, ຜ້າໜູກັດ, ປະກອບພິທີພົ່ນໄຟ, ເບີກຟ້າວຽນທຽນ ຫວ່ານແກບ-ຮໍາ-ເຂົ້າສານ ໆລໆ, ຢູ່, ສ່ວນທ່ານເວັ້ນຂາດຈາກ ການປະກອບມິດສາອາຊີວະ ເຮັດເດຣັດສານວິຊາ ເຫັນປານດັ່ງນັ້ນເສຍ.
໔໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບມິດສາອາຊີວະ ເຮັດເດຣັດສານວິຊາ ເຫັນປານນີ້ຢູ່ ຄື ໆລໆ (໑ ໝວດທາຍລັກສະນະສິ່ງຂອງ ເຊັ່ນແກ້ວ, ໄມ້ເທົ້າ, ເສື້ອຜ້າ, ທາສເປັນຕົ້ນ, ໝວດທໍານາຍ ການຣົບບຸກ, ໝວດທໍານາຍທາງໂຫຣາສາດ, ໝວດທໍານາຍດິນຟ້າອາກາດ, ໝວດລ່າຍມົນພົ່ນດ້ວຍຄາຖາ, ໝວດເຮັດໃຫ້ຄົນອື່ນມີອັນເປັນໄປຕ່າງໆ ແລະໝວດເຮັດເວຊະກັມ ປະກອບຢາແກ້ໂຣຄາຕ່າງໆ) ຢູ່, ສ່ວນທ່ານເວັ້ນຂາດຈາກການປະກອບມິດສາອາຊີວະ ເຮັດເດຣັດສານວິຊາ ເຫັນປານດັ່ງນັ້ນເສຍ.
(ເຫຼົ່ານີ້ ເປັນສ່ວນ ມະຫາສີລ)
ພິກຂຸ ທ. ! ນີ້ແລ ຄໍາສໍາລັບປຸຖຸຊົນ ເວົ້າສັນລະເສີນຄຸນຂອງຕະຖາຄົຕ ຍັງໜ້ອຍ ຍັງຕໍ່າ ສັກວ່າເປັນຊັ້ນສີລເທົ່ານັ້ນ.








