ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງເຮັດການບໍຣິໂພກສະສົມ ຄື ສະສົມເຂົ້າ ສະສົມນໍ້າດື່ມ ສະສົມຜ້າ ສະສົມຍານພາຫະນະ ສະສົມບ່ອນນອນ ສະສົມເຄື່ອງຜັດທາ ຂອງຫອມແລະອາມິດ ຢູ່, ສ່ວນທ່ານເວັ້ນຂາດຈາກການ ສະສົມເຫັນປານດັ່ງນັ້ນເສຍ.

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງເບິ່ງການຫຼິ້ນ ຄືເບິ່ງຟ້ອນ ຟັງຂັບ ຟັງບັນເລງດົນຕຣີ ເບິ່ງໄມ້ລອຍ ຟັງນິຍາຍ ຟັງເພັງ ຕົບມື-ຕີຄ້ອງ-ຕີລະນາດ ເບິ່ງຫຸ່ນຍົນ ຟັງເພັງຂໍທານ ຟັງແຄນ ເບິ່ງການຫຼິ້ນໜ້າສົບ ເບິ່ງຊົນຊ້າງ ແຂ່ງມ້າ ຊົນຄວາຍ ຊົນງົວ-ແບ້-ແກະ-ຕີໄກ່-ຕີນົກກະທາ, ເບິ່ງຟ້ອນໄມ້ ລ່າຍລໍາມວຍ ຊົກມວຍ, ເບິ່ງເຂົາຣົບກັນ ເບິ່ງເຂົາກວດພົນ, ເບິ່ງເຂົາຕັ້ງຂະບວນທັບ ; ເບິ່ງກອງທັບທີ່ຈັດໄວ້ແລ້ວແລ້ວແດ່ ຢູ່, ສ່ວນທ່ານເປັນຜູ້ເວັ້ນຂາດຈາກການເບິ່ງ ການຫຼິ້ນເຫັນປານດັ່ງນັ້ນເສຍ.

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງຫຼິ້ນການພະນັນ ຫຼືການຫຼິ້ນອັນເປັນທີ່ຕັ້ງແຫ່ງຄວາມປະມາດ ຄືຫຼິ້ນໝາກຣຸກຊະນິດແຖວລະ ໘ ຕາແດ່ ໑໐ ຕາແດ່ ຫຼິ້ນໝາກເກັບ - ໝາກເສືອໄລ່ໝູ - ໝາກຍາດຊິງໄຮ່ນາ - ໂຍນບ້ວງ - ໝາກຕີດັ້ງ - ຟາດໃຫ້ເປັນຮູບຕ່າງໆ-ໝາກກະລ໋ອກ-ເປົ່າໃບໄມ້, ຫຼິ້ນໄຖນ້ອຍໆ-ຫຼິ້ນຕີລັງກາ-ໝາກປິ່ນ - ຕັກຕວງຊາຍດ້ວຍໃບໄມ້ - ລົດນ້ອຍໆ - ທະນູນ້ອຍໆ - ທາຍອັກສອນໃນອາກາດ-ທາຍໃຈ-ລໍ້ລຽນຄົນພິການຢູ່, ສ່ວນທ່ານເວັ້ນຂາດຈາກການພະນັນຫຼືການຫຼິ້ນອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເຫັນປານດັ່ງນັ້ນເສຍ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໕໕

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບການນອນເທິງທີ່ນອນສູງໃຫຍ່ ຄື ຕຽງຂາສູງເກີນປະມານ, ຕຽງຂາສະລັກຮູບສິງ, ຜ້າພຣົມຂົນຍາວ, ເຄື່ອງປູຂົນແກະມີລາຍເປັນກຸ່ມດອກໄມ້, ເຄື່ອງປູມີຍອງ (ຝ້າຍຫຼື້ງິ້ວ) ພາຍໃນ, ເຄື່ອງປູ ວິຈິຕດ້ວຍຮູບສັຕຮ້າຍ, ເຄື່ອງປູມີຂົນຕັ້ງຊື່ຂຶ້ນທາງເທິງ ເຄື່ອງປູມີຊາຍເສັ້ນຢ່ອນ ເຄື່ອງປູແກມຄໍາ-ເງິນ-ໄໝ ເຄື່ອງປູໃຫຍ່ (ນາງຟ້ອນໄດ້ ໑໖ ຄົນ) ໆລໆ, ຢູ່, ສ່ວນທ່ານເວັ້ນຂາດຈາກການນອນເທິງທີ່ນອນສູງໃຫຍ່ ເຫັນປານດັ່ງນັ້ນເສຍ.

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບບການປະດັບປະດາຕົກແຕ່ງຮ່າງກາຍເຫັນປານນີ້ ຄືການອົບໂຕ ການຄັ້ນໂຕ ການອາບ ການນວດໂຕ ການສ່ອງເບິ່ງເງົາ ການຢອດຕາໃຫ້ມີແວວຄົມ ການໃຊ້ດອກໄມ້ ການທາຂອງຫອມ ການຜັດໜ້າ ການທາປາກ ການໃສ່ເຄື່ອງປະດັບທີ່ມື ການໃສ່ເຄື່ອງປະດັບທີ່ ກາງກະໝ່ອມ ການຖືໄມ້ຖື ການຫ້ອຍແຂວນກ່ອງຖັກອັນວິຈິຕ ການຂັດເນັບດາບ ການຂັດເນັບງ້າວ ການໃຊ້ຄັນຮົ່ມແລະເກີບອັນວິຈິຕ ການໃສ່ກອບໜ້າ ການປັກປິ່ນ ການໃຊ້ພັດສວຍງາມ ການໃຊ້ຜ້າຂາວຊາຍຍອຍແລະອື່ນໆ ຢູ່, ສ່ວນທ່ານເວັ້ນຂາດຈາກການປະດັບປະດາຕົກແຕ່ງຮ່າງກາຍ ເຫັນປານດັ່ງນັ້ນເສຍ.

໔໕໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງປະກອບເດຣັດສານກະຖາ ຄືລົມກັນເຖິງເລື່ອງ ພຣະຣາຊາ, ໂຈຣ, ອາມາດ, ກອງທັບ, ຂອງໜ້າຫວາດສຽວ, ການຣົບ, ເລື່ອງນໍ້າ, ເລື່ອງເຂົ້າ, ຜ້າ, ທີ່ນອນ, ດອກໄມ້, ຂອງຫອມ, ຍາດ, ຍານພາຫະນະ, ບ້ານ, ແຂວງ, ເມືອງຫຼວງ, ບ້ານນອກ, ຍິງ, ຊາຍ, ຄົນກ້າ, ທາງຮ່ອມ, ທ່ານໍ້າ, ຄົນຕາຍໄປແລ້ວ, ເລື່ອງໂລກຕ່າງໆ, ເລື່ອງສະມຸດ, ເລື່ອງຄວາມຈິບຫາຍ, ເລື່ອງຄວາມອຸດົມຮັ່ງມີ, ແດ່ຢູ່, ສ່ວນທ່ານເວັ້ນຂາດຈາກການປະກອບເດຣັດສານກະຖາ ເຫັນປານດັ່ງນັ້ນເສຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ