ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຄາມະນິ ! ຊົນເຫຼົ່າໃດທີ່ກ່າວວ່າ ພຣະສະມະນະໂຄດົມທົງຮູ້ຊຶ່ງມາຍາ ນັ້ນຊື່ວ່າເປັນການກ່າວຕາມທີ່ເຮົາກ່າວ ບໍ່ໄດ້ກ່າວຕູ່ເຮົາດ້ວຍຄໍາບໍ່ຈິງ ເຂົາກ່າວຖືກຕາມທັມ ແລະສະຫະທັມມິກບາງຄົນທີ່ກ່າວຕາມ ກໍຈະບໍ່ພອຍກາຍເປັນຜູ້ທີ່ຄວນຖືກຕິຕຽນໄປດ້ວຍ

“ຂ່າວເລົ່າລືນັ້ນມີຈິງ ພຣະໂຄດົມຜູ້ຈະເຣີນ ! ແຕ່ພວກຂ້ານ້ອຍບໍ່ເຊື່ອສະມະນະພຣາມເຫຼົ່ານັ້ນ ທີ່ກ່າວວ່າພຣະສະມະນະໂຄດົມທົງຮູ້ຊຶ່ງມາຍາ ດັ່ງນີ້ ; ແຕ່ຍັງມີຜູ້ທີ່ກ່າວວ່າ “ທ່ານຜູ້ຈະເຣີນ ! ພຣະສະມະນະໂຄດົມ ເປັນຜູ້ມີມາຍາ” ດັ່ງນີ້.”

ຄາມະນິ ! ຜູ້ໃດກ່າວວ່າເຮົາຮູ້ມາຍາ ແລ້ວກໍເປັນອັນກ່າວວ່າເຮົາເປັນຜູ້ມີມາຍາດ້ວຍ ດັ່ງນັ້ນຫຼື ?

“ຂ້າແຕ່ພຣະຜູ້ມີພຣະພາຄ ! ຂໍ້ນັ້ນ ມັນເປັນແນວນັ້ນ. ຂ້າແຕ່ພຣະສຸຄົຕ ! ຂໍ້ນັ້ນ ມັນເປັນແນວນັ້ນ.”

ຄາມະນິ ! ຖ້າດັ່ງນັ້ນ ເຮົາຂໍຢ້ອນຖາມທ່ານໃນເລື່ອງນີ້ອີກ ທ່ານຈົ່ງຕອບຕາມທີ່ຄວນ :

ຄາມະນິ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ທ່ານຮູ້ຈັກພວກຂຸນນາງ ຜົມຍ້ອຍຂອງກະສັດພວກໂກລິຢະຫຼືບໍ່ ? “ຮູ້ຈັກ ຂ້ານ້ອຍ !”

ຄາມະນິ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ພວກຂຸນນາງ ຜົມຍ້ອຍຂອງກະສັດພວກໂກລິຢະ ມີໜ້າທີ່ອັນໃດ ? “ຂ້າແຕ່ພຣະອົງຜູ້ຈະເຣີນ ! ມີໜ້າທີ່ປ້ອງກັນໂຈຣໃຫ້ແກ່ພວກກະສັດໂກລິຢະດ້ວຍ ມີໜ້າທີ່ກໍາຈັດຈາຣະຊົນໃຫ້ແກ່ພວກກະສັດໂກລິຢະດ້ວຍ. ພວກຂຸນນາງຜົມຍ້ອຍຂອງກະສັດພວກໂກລິຢະ ມີໜ້າທີ່ເຊັ່ນນີ້ ຂ້ານ້ອຍ !”

໔໔໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຄາມະນິ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ທ່ານຮູ້ບໍ່ວ່າພວກຂຸນນາງເຫຼົ່ານັ້ນ ເປັນຄົນມີສີລຫຼືເປັນຄົນທຸສີລ ? “ຂ້າແຕ່ພຣະອົງຄ໌ຜູູ້ຈະເຣີນ ! ຂ້ານ້ອຍຮູ້ມາວ່າຂຸນນາງເຫຼົ່ານັ້ນ ເປັນຄົນທຸສີລ ມີທັມອັນຊົ່ວ, ລວມຢູ່ໃນບັນດາພວກຄົນທຸສີີີລ ມີທັມອັນຊົ່ວທີ່ມີຢູ່ໃນໂລກ ຂ້ານ້ອຍ !”

ຄາມະນິ ! ຜູ້ໃດກ່າວວ່າ ປາຕະລິຢະຄາມະນິ ຮູ້ຈັກພວກຂຸນນາງຜົມຍ້ອຍຂອງກະສັດພວກໂກລິຢະ ວ່າເປັນຄົນທຸສີລ ມີທັມອັນຊົ່ວ ແລ້ວຈະເປັນວ່າ ປາຕະລິຢະຄາມະນິ ເປັນຄົນທຸສີລ ມີທັມອັນຊົ່ວໄປດ້ວຍ ດັ່ງນັ້ນຫຼື, ຜູ້ກ່າວເຊັ່ນນັ້ນ ຊື່ວ່າ ເປັນຜູ້ກ່າວໂດຍຖືກຕ້ອງຫຼື ? “ຂໍ້ນັ້ນ ຫາບໍ່ໄດ້ຂ້ານ້ອຍ ! ຂ້າແຕ່ພຣະອົງຜູ້ຈະເຣີນ ! ພວກຂຸນນາງຜົມຍ້ອຍຂອງກະສັດພວກໂກລິຢະ ເປັນແບບໜຶ່ງ, ຂ້ານ້ອຍເປັນອີກແນວໜຶ່ງ; ພວກຂຸນນາງຜົມຍ້ອຍຂອງກະສັດພວກໂກລິຍະ ມີທັມເປັນແບບໜຶ່ງ, ຂ້ານ້ອຍມີທັມເປັນເປັນອີກແນວໜຶ່ງ ຂ້ານ້ອຍ !”

ຄາມະນິ ! ທ່ານນັ້ນແຫຼະ ຈະໄດ້ໃນຂໍ້ນີ້ວ່າ ປາຕະລິຢະຄາມະນິຮູ້ວ່າ ພວກຂຸນນາງເຫຼົ່ານັ້ນ ເປັນຄົນທຸສີລ ມີທັມອັນຕໍ່າ ແຕ່ປາຕະລິຢະຄາມະນິ ຫາກໄດ້ເປັນຄົນທຸສີລ ມີທັມອັນຕໍ່າໄປດ້ວຍກໍບໍ່ ດັ່ງນີ້. ເພາະເຫດນັ້ນ ຕະຖາຄົຕກໍຈະເປັນໄປໄດ້ໃນຂໍ້ທີ່ວ່າ ຕະຖາຄົຕຮູ້ຊຶ່ງມາຍາ ແຕ່ຕະຖາຄົຕຈະໄດ້ເປັນຜູ້ມີມາຍາໄປດ້ວຍກໍບໍ່ແມ່ນ ດັ່ງນີ້.

(ຕໍ່ຈາກນັ້ນ ໄດ້ຕຣັດເຖິງອະກຸສົລກັມມະບົດ ໑໐ ໃນຖານະເປັນມາຍາ ; ແລະຕຣັດອະບາຍທຸຄະຕິວິນິບາຕນະຣົກ ໃນຖານະເປັນວິບາກຂອງມາຍາ.)

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໔໗

ແງ່ທີ່ເຂົາກ່າວຫາພຣະອົງຄ໌ຢ່າງຜິດໆ ໑

ພຣາມ ! ແງ່ (ປະຣິຍາຍ) ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ມີຄວາມບໍ່ມີຣົສເປັນຮູບ (ຄືເປັນທີ່ສັງເກດ)” ນັ້ນ, ມີຢູ່. ພຣາມ ! ຄືວ່າ ຄວາມຍິນດີໃນ ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ເຫຼົ່າໃດ ຄວາມຍິນດີເຫຼົ່ານັ້ນ ຕະຖາຄົຕລະໄດ້ຂາດແລ້ວ ຖອນຂຶ້ນໝົດທັງຮາກ ເຮັດໃຫ້ເປັນເໝືອນ ຕົ້ນຕານບໍ່ມີວັດຖຸ (ຄືໜໍ່ຍອດສໍາລັບປົ່ງອີກຕໍ່ໄປ) ບໍ່ໃຫ້ມີບໍ່ໃຫ້ເກີດອີກຕໍ່ໄປ. ນີ້ແລເປັນແງ່ທີ່ຜູ້ໃດ ເມື່ອຈະກ່າວຫາເຮົາໂດຍຖືກຕ້ອງ ວ່າ ພຣະສະມະນະໂຄດົມ ມີຄວາມ ບໍ່ມີຣົສເປັນຮູບ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ