ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນໄຮ້ໂພຄະ” ນັ້ນ, ມີຢູ່. ພຣາມ ! ຄືວ່າ ໂພຄະ ກ່າວຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ເຫຼົ່າໃດ ໂພຄະເຫຼົ່ານັ້ນ ຕະຖາຄົຕລະໄດ້ຂາດແລ້ວ ໆລໆ ເຮັດບໍ່ໃຫ້ມີ ບໍ່ໃຫ້ເກີດອີກຕໍ່ໄປ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນກ່າວແຕ່ການບໍ່ເຮັດບໍ່ສ້າງ” ນັ້ນ, ມີຢູ່. ພຣາມ ! ຈິງແທ້ ຄືວ່າເຮົາກ່າວການບໍ່ເຮັດບໍ່ສ້າງກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ກ່າວການບໍ່ເຮັດສິ່ງທີ່ເປັນບາບ ເປັນອະກຸສົລ ມີປະການຕ່າງໆ ຕ່າງຫາກ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
໑. ບາລີ ມຫາວັກຄະ ອັຕຖກ. ອັງ. ໒໓/໑໗໕/໑໐໑. ຕຣັດແກ່ເວຣັນຊະພຣາມ ທີ່ໃກ້ເຫງົ້າຕົ້ນກະເດົາ
ຊື່ນະເລຣຸ ເມືອງເວຣັນຊາ.
໔໔໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນກ່າວແຕ່ຄວາມຂາດສູນ” ນັ້ນ, ມີຢູ່. ພຣາມ ! ຈິງແທ້ ຄືວ່າເຮົາກ່າວຄວາມຂາດສູນແຫ່ງ ຣາຄະ ໂທສະ ໂມຫະ, ກ່າວຄວາມຂາດສູນແຫ່ງສິ່ງທີ່ເປັນບາບ ເປັນອະກຸສົລ ມີປະການຕ່າງໆ ຕ່າງຫາກ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນມັກລັງກຽດ” ນັ້ນ, ມີຢູ່. ພຣາມ ! ຈິງແທ້ ເຮົາກ່າວຄວາມລັງກຽດດ້ວຍກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ກ່າວຄວາມລັງກຽດເພາະເຖິງພ້ອມດ້ວຍສິ່ງທີ່ເປັນບາບອະກຸສົລ ມີປະການຕ່າງໆ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນນໍາພາໄປເຮັດໃຫ້ວິນາດ” ນັ້ນ, ມີຢູ່. ພຣາມ ! ຈິງແທ້, ເຮົາສະແດງທັມ ເພື່ອນໍາພາໄປເຮັດໃຫ້ວິນາດເສຍ ຊຶ່ງຣາຄະ ໂທສະ ໂມຫະ, ສະແດງທັມ ເພື່ອນໍາພາໄປເຮັດໃຫ້ພິນາດເສຍ ຊຶ່ງສິ່ງທີ່ເປັນບາບອະກຸສົລມີປະການຕ່າງໆ, ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນເຜົາຜານ” ນັ້ນ, ມີຢູ່. ພຣາມ ! ຈິງແທ້, ເຮົາກ່າວຄວາມຄວນແກ່ການເຜົາຜານ ໃນສິ່ງທີ່ເປັນບາບອະກຸສົລ ມີປະການຕ່າງໆ ຄື ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ພຣາມ ! ບາບອະກຸສົລຄວນເຜົາຜານເສຍ ອັນຜູ້ໃດເຜົາຜານໄດ້ແລ້ວ ເຮົາເອີ້ນຜູ້ນັ້ນວ່າ ຜູ້ເຜົາຜານ (ຕະປັສສີ). ພຣາມ ! ບາບ ອະກຸສົລທີ່ຄວນເຜົາຜານນັ້ນ ຕະຖາຄົຕລະໄດ້ຂາດແລ້ວ ຖອນຂຶ້ນໝົດທັງຮາກ ເຮັດໃຫ້ເປັນເໝືອນຕານຍອດເນົ່າ ບໍ່ໃຫ້ມີບໍ່ໃຫ້ເກີດອີກຕໍ່ໄປ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງແລ້ວກ່າວ ກໍບໍ່ແມ່ນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໔໙
ພຣາມ ! ແງ່ທີ່ເມື່ອຜູ້ໃດຈະຍ່ອມກ່າວຫາເຮົາໂດຍຖືກຕ້ອງວ່າ “ພຣະສະມະນະໂຄດົມ ເປັນຄົນບໍ່ມີທີ່ຜຸດທີ່ເກີດ” ນັ້ນ, ມີຢູ່. ພຣາມ ! ຄືວ່າ ການຕ້ອງນອນໃນຄັນຄັ້ງຕໍ່ໄປ ການຕ້ອງເກີດອີກໃນພົບໃໝ່ ອັນຜູ້ໃດລະໄດ້ຂາດແລ້ວ ເຮົາເອີ້ນຜູ້ນັ້ນວ່າ ຄົນບໍ່ຮູ້ຈັກຜຸດຈັກເກີດ (ອັບປະຄັບໂພ). ພຣາມ ! ການຕ້ອງນອນໃນຄັນຄັ້ງຕໍ່ໄປ ແລະການຕ້ອງເກີດອີກໃນພົບໃໝ່ ສໍາລັບຕະຖາຄົຕນັ້ນ ຕະຖາຄົຕລະໄດ້ຂາດແລ້ວ ຖອນຂຶ້ນໝົດທັງຮາກ ເຮັດໃຫ້ເປັນເໝືອນຕານຍອດເນົ່າເສຍແລ້ວ ບໍ່ໃຫ້ມີບໍ່ໃຫ້ເກີດອີກຕໍ່ໄປ. ນີ້ແລເປັນແງ່ ໆລໆ, ຫາກໄດ້ເປັນດັ່ງທີ່ທ່ານໝາຍເຖິງ ແລ້ວກ່າວ ກໍບໍ່ແມ່ນ.








