ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໔໓
ທົງຖືກຕູ່ວ່າບໍ່ບັນຍັດສິ່ງຊຶ່ງທີ່ແທ້ໄດ້ທົງບັນຍັດແລ້ວ ໑
(ພຣະຜູ້ມີພຣະພາຄ ໄດ້ຕຣັດກັບພິກຂຸ ທ. ວ່າ ໃນແຄວ້ນກາສີໂກສົລ ພຣະເຈົ້າປະເສນທິໂກສົລ ປາກົດວ່າເລີດ, ແຕ່ກໍ່ຍັງມີວິປະຣິນາມະທັມ (ຄວາມແປປ່ຽນ) ; ໃນສະຫັດສະໂລກະທາຕຸ ມະຫາພຣັມມາປາກົດວ່າເລີດ, ແຕ່ກໍ່ຍັງມີວິປະຣິນາມະທັມ ; ໃນສັງວັຕຕະກັບ ອາພັດສະຣະພຣົມ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນສັນຍີສັຕທຸກພວກ ສັນຍີສັຕທີ່ເກີດຈາກວິນຍານະກະສິນ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນອະພິພາຢະຕະນະທັງແປດ ສັຕທີ່ມີສັນຍາໃນອະຮູບອັນເປັນພາຍໃນ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນບັນດາຜູ້ປະຕິບັດທັງ ໔ ພວກ ພວກສຸຂາປະຕິປະທາຂິບປາພິນຍາ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ; ໃນບັນດາສັຕທີ່ມີສັນຍາ ໔ ພວກ ພວກທີ່ມີອາກິນຈັນຍາຢະຕະນະສັນຍາ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນບັນດາທິຕຖິໃນພາຍນອກ ທ. ທິຕຖິທີ່ສະແດງຄວາມບໍ່ມີ ອັຕຕາ ໔ ຄວາມໝາຍ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນບັນດາພວກທີ່ບັນຍັດປະຣະມະຢັກຂະວິສຸດທິ ທ. ຜູ້ທີ່ຕັ້ງຢູ່ໃນເນວະສັນຍານາສັນຍາຢະຕະນະ ປາກົດວ່າເລີດ, ແຕ່ກໍຍັງມີວິປະຣິນາມະທັມ ; ໃນບັນດາພວກທີ່ບັນຍັດ ປະຣະມະທິຕຖະທັມນິບພານ ທ. ຜູ້ທີ່ມີອະນຸປາທາວິໂມກຂ໌ ປາກົດວ່າເລີດ, ດັ່ງນີ້ແລ້ວ ໄດ້ຕຣັດຂໍ້ຄວາມຕໍ່ໄປນີ້ວ່າ :-)
ພິກຂຸ ທ. ! ກັບເຮົາຜູ້ມີວາທະເຊັ່ນນີ້ ມີການກ່າວແນວນີ້ ກໍຍັງມີສະມະນະ ພຣາມບາງພວກກ່າວຕູ່ ດ້ວຍຄໍາຕົວະລ່າຍ ຄໍາເປົ່າ ຄໍາມຸສາ ຄໍາບໍ່ເປັນຈິງ ວ່າ “ພຣະສະມະນະໂຄດົມ ບໍ່ບັນຍັດຄວາມຮອບຮູ້ ຊຶ່ງກາມ ທ. ຊຶ່ງຮູບ ທ. ຊຶ່ງເວທະນາ ທ.” ດັ່ງນີ້. ພິກຂຸ ທ. ! ເຮົາບັນຍັດຄວາມຮອບຮູ້ ຊຶ່ງກາມ ທ. ດ້ວຍ ຊຶ່ງຮູບ ທ. ດ້ວຍ ຊຶ່ງເວທະນາ ທ. ດ້ວຍ ; ເປັນຜູ້ບໍ່ມີຄວາມຢາກ ດັບເຢັນໃນທິຕຖະທັມ ບັນຍັດ ອະນຸປາທາປະຣິນິບພານ, ດັ່ງນີ້ແລ.
໑. ບາລີ ທສກ. ອັງ. ໒໔/໖໒/໒໙.
໔໔໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງຖືກຕູ່ເລື່ອງສັນປາສັນຊີ້ນ໑
ຊີວະກະ ! ການທີ່ຊົນເຫຼົ່ານັ້ນມາກ່າວວ່າ “ມະຫາຊົນຂ້າສັຕມີຊີວິຕ ອຸທິສສະເພາະ ພຣະສະມະນະໂຄດົມ, ພຣະສະມະນະໂຄດົມຮູ້ຢູ່ ກໍບໍຣິໂພກຊີ້ນທີ່ເຂົາຄົວແລ້ວອຸທິສສະເພາະ” ດັ່ງນີ້ ; ຊົນພວກນັ້ນ ບໍ່ຊື່ວ່າກ່າວສິ່ງທີ່ເຮົາກ່າວ ເຂົາກ່າວຕູ່ເຮົາ ດ້ວຍສິ່ງບໍ່ມີຈິງ ບໍ່ເປັນຈິງ. ຊີວະກະ ! ເຮົາກ່າວວ່າ ຊີ້ນທີ່ບໍ່ຄວນບໍຣິໂພກ ກໍເພາະເຫດສາມຢ່າງຄື ໄດ້ເຫັນແລ້ວ ໄດ້ຟັງແລ້ວ ໄດ້ເກີດລັງກຽດໂດຍທົ່ວໆໄປແລ້ວ. ຊີວະກະ ! ເຫຼົ່ານີ້ແລ ເຫດສາມຢ່າງ ທີ່ເຮັດໃຫ້ເຮົາກ່າວວ່າ ຊີ້ນນັ້ນບໍ່ຄວນບໍຣິໂພກ.
ຊີວະກະ ! ເຮົາກ່າວວ່າຊີ້ນທີ່ຄວນບໍຣິໂພກ ກໍເພາະເຫດສາມຢ່າງຄື ບໍ່ໄດ້ເຫັນແລ້ວ ບໍ່ໄດ້ຟັງແລ້ວ ບໍ່ໄດ້ລັງກຽດໂດຍທົ່ວໆໄປແລ້ວ. ຊີວະກະ ! ເຫຼົ່ານີ້ແລ ເຫດສາມຢ່າງ ທີ່ເຮັດໃຫ້ເຮົາກ່າວວ່າ ຊີ້ນນັ້ນຄວນບໍຣິໂພກ.
ທົງຮັບວ່າທົງຮູ້ມາຍາ
ແຕ່ບໍ່ທົງມີມາຍາ ໒
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂໍ້ນີ້ ຂ້ານ້ອຍໄດ້ສະດັບມາວ່າ “ພຣະສະມະນະໂຄດົມທົງຮູ້ຊຶ່ງມາຍາ” ດັ່ງນີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພວກໃດກ່າວວ່າ ພຣະສະມະນະໂຄດົມທົງຮູ້ຊຶ່ງມາຍາ ດັ່ງນີ້, ພວກນັ້ນ ມີການກ່າວຕາມພຣະຜູ້ມີພຣະພາຄກ່າວຫຼື ບໍ່ໄດ້ກ່າວຕູ່ພຣະຜູ້ມີພຣະພາຄດ້ວຍຄໍາບໍ່ຈິງຫຼື ເຂົາກ່າວຖືກຕາມທັມຫຼື ແລະສະຫະທັມມິກບາງຄົນທີ່ກ່າວຕາມ ກໍຈະບໍ່ພອຍກາຍເປັນຜູ້ທີ່ຄວນຖືກຕິຕຽນໄປດ້ວຍຫຼື ? ພວກຂ້ານ້ອຍບໍ່ປະສົງຈະກ່າວຄໍາ ຊຶ່ງເປັນການກ່າວຕູ່ພຣະຜູ້ມີພຣະພາຄ ຂ້ານ້ອຍ !”
໑. ບາລີ ຊີວະກະສູຕ ມ. ມ. ໑໓/໔໘/໕໗. ຕຣັດແກ່ໝໍຊີວົກ ທີ່ສວນໝາກມ່ວງ ນອກເມືອງຣາຊະຄຶ.
໒. ບາລີ ສລາ. ສັງ. ໑໘/໕໑໙/໖໔໙. ຕຣັດແກ່ປາຕະລິຢະຄາມະນິ ທີ່ອຸຕຕະຣະນິຄົມ ແຄວ້ນໂກສົລ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໔໕








