ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໄມ້ອັສສັຕຖະ ຊຶ່ງເປັນໄມ້ຕະກູນໝາກເດື່ອຊະນິດໜຶ່ງ, ມີກຽດໄດ້ນາມໃໝ່ວ່າ “ຕົ້ນໂພ” ມາຈົນບັດນີ້.
ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຸດທະປະວັດ ໑໗
ພິກຂຸ ທ. ! ໃນບັດນີ້ ສາວົກສອງອົງຄ໌ມີນາມວ່າ ສາຣີບຸຕ ແລະ ໂມກຄັນລານະ ເປັນອັກຄະຣະສາວົກຄູ່ເລີດຂອງເຮົາ.
ພິກຂຸ ທ. ! ໃນບັດນີ້ ສາວົກສັນນິບາຕຂອງເຮົາ ມີພຽງຄັ້ງດຽວ ແລະມີພິກຂຸເຖິງ ໑໒໕໐ ອົງຄ໌. ສັງຄະສັນນິບາຕແຫ່ງສາວົກຂອງເຮົາໃນຄັ້ງນີ້ ຜູ້ເຂົ້າປະຊຸມ ລ້ວນແຕ່ເປັນພຣະຂີນາສົບທັງໝົດ (ສ້ຽງ).
ພິກຂຸ ທ. ! ໃນບັດນີ້ ພິກຂຸຜູ້ເປັນອຸປັຕຖາກໃກ້ຊິດຂອງເຮົາ ຄື ອານົນທ໌ ຈັດເປັນອຸປັຕຖາກທີ່ດີເລີດ.
ພິກຂຸ ທ. ! ໃນບັດນີ້ ພຣະຣາຊານາມວ່າ ສຸດໂທທະນະ ເປັນບິດາຂອງເຮົາ, ພຣະເທວີນາມວ່າ ມາຢາ ເປັນມານດາຜູ້ໃຫ້ກໍາເນີດແກ່ເຮົາ, ນະຄອນຊື່ ກະບິລະພັດ ເປັນຣາຊະທານີ (ແຫ່ງບິດາຂອງເຮົາ).
ຈົບພາກນໍາ
໑໘
໑໙
ພາກ ໑
ເລີ່ມແຕ່ການເກີດແຫ່ງສາກະຢະວົງສ໌
ເລື່ອງກ່ອນປະສູດ ຈົນເຖິງອອກຜະນວດ.
໒໐
ພາກ ໑
ມີເລື່ອງ :- ການເກີດແຫ່ງວົງສາກະຢະ -- ພວກສາກະຢະຢູ່ໃຕ້ອໍານາດພຣະເຈົ້າໂກສົລ -- ແດນສາກະຢະຂຶ້ນຢູ່ໃນແຄວ້ນໂກສົລ -- ການຢູ່ໃນດຸສິຕ -- ການຈຸຕິຈາກດຸສິຕ -- ເກີດແສງສະຫວ່າງເນື່ອງດ້ວຍການຈຸຕິ -- ແຜ່ນດິນໄຫວເນື່ອງດ້ວຍຈຸຕິ -- ການລົງສູ່ຄັນ -- ການຢູ່ໃນຄັນ -- ການປະສູດ -- ເກີດແສງສະຫວ່າງເນື່ອງດ້ວຍການປະສູດ -- ແຜ່ນດິນໄຫວເນື່ອງດ້ວຍການປະສູດ -- ທົງປະກອບດ້ວຍມະຫາປຸຣິສະລັກຂະນະສາມສິບສອງ -- ບຸຣະພະກັມຂອງການໄດ້ມະຫາປຸຣິສະລັກຂະນະ -- ປະສູດໄດ້ເຈັດວັນພຣະຊົນນີທິວົງຄົຕ -- ທົງໄດ້ຮັບການບໍາເລີໃນຣາຊະສໍານັກ -- ກາມະສຸຂກັບຄວາມໜ່າຍ -- ຫຼົງກາມແລະຫຼຸດຈາກກາມ -- ຄວາມຮູ້ສຶກທີ່ເຖິງກັບເຮັດໃຫ້ອອກຜະນວດ -- ການອອກຜະນວດ -- ອອກຜະນວດເມື່ອພຣະຊົນມາຍຸຊາວເກົ້າ.
໒໑
ພາກ ໑
ເລີ່ມແຕ່ການເກີດແຫ່ງສາກະຢະວົງສ໌
ເລື່ອງກ່ອນປະສູດ ຈົນເຖິງອອກຜະນວດ.
ການເກີດແຫ່ງວົງສາກະຢະ ໑
ອັມພັຕຖະ ! ເລື່ອງເດິກດໍາບັນ, ພຣະເຈົ້າ ອຸກກາກະຣາຊ ປາຖນາຈະຍົກ ຣາຊະສົມບັດ ປະທານແກ່ໂອຣົສຂອງພຣະມະເຫສີ ທີ່ຊື່ນຊອບຖືກພຣະທັຍ ຈຶ່ງໄດ້ທົງຂັບໄລ່ຣາຊະກຸມາຣ ຜູ້ມີພຣະຊົນແກ່ກວ່າ ຄືເຈົ້າ ອຸກກາມຸຂະ, ກະຣະກັນດຸ, ຫັຕຖິນີກະ, ສິນີປຸຣະ, ອອກຈາກຣາຊະອານາຈັກ ໄປຕັ້ງສໍານັກຢູ່ໃນ ປ່າສາກໃຫຍ່ ໃກ້ສະໂບກຂະຣະນີ ຂ້າງພູເຂົາຫິມະພານ. ເຂົາເຫຼົ່ານັ້ນ ຢ້ານເຊື້ອຊາດສັບປົນຄົນເລກັນ ຈຶ່ງສົມສູ່ກັບເອື້ອຍນ້ອງຍິງຂອງເຂົາເອງ. ຕໍ່ມາພຣະເຈົ້າອຸກກາກະຣາຊ ຕຣັດຖາມອາມາດວ່າ ‘ບັດນີ້ກຸມາຣເຫຼົ່ານັ້ນຢູ່ບ່ອນໃດ ?’
໑. ຄວາມຕອນນີ້ ຕຣັດແກ່ອັມພັຕຖະມານົບ ສິດຂອງພຣາມໂປກຂະຣະສາຕິ ທີ່ປ່າອິຈສານັງຄະລະ.
ບາລີ ອັມພັຕຖະສູຕທີ ໓ ສີ. ທີ. ໙/໑໒໐/໑໔໙.
໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ຂາບທູນວ່າ ບັດນີ້ກຸມາຣເຫຼົ່ານັ້ນສະເດັດຢູ່ ໃນປ່າສາກໃຫຍ່ ຊຶ່ງຢູ່ໃກ້ສະໂບກຂະຣະນີ ຂ້າງພູເຂົາຫິມະພານ ພຣະກຸມາຣທັງຫຼາຍຢ້ານເຊື້ອຊາດປະປົນກັນ ຈຶ່ງສົມສູ່ກັບພະຄິນີຂອງຕົນເອງ.
ຂະນະນັ້ນ ພຣະເຈົ້າອຸກກາກະຣາຊ ທົງເປັ່ງພຣະອຸທານວ່າ ‘ກຸມາຣຜູ້ອາດຫານໜໍ, ກຸມາຣຜູ້ອາດຫານຢ່າງຍິ່ງໜໍ’. ເພາະເຫດນັ້ນເປັນຕົ້ນມາ ຈຶ່ງເປັນພວກທີ່ໄດ້ຊື່ວ່າ ‘ສາກະຢະ’໑ ສືບຕໍ່ມາ....
ພວກສາກະຢະຢູ່ໃຕ້ອໍານາດພຣະເຈົ້າໂກສົລ ໒
....ວາເສຕຖະ ! ພຣະຣາຊາ ປະເສນທິໂກສົລ ຍ່ອມຊາບວ່າ ‘ພຣະສະມະນະໂຄດົມຜູ້ຍອດຢ້ຽມ ບວດແລ້ວຈາກສາກະຢະຕະກູນ’. ວາເສຕຖະ ! ກໍແຫຼະພວກສາກະຢະ ທ. ເປັນຜູ້ຢູ່ໃກ້ຊິດແລະຢູ່ໃນອໍານາດ ຂອງພຣະຣາຊາປະເສນທິໂກສົລ. ວາເສຕຖະ ! ກໍພວກສາກະຢະ ທ. ຍ່ອມໃຫ້ການຕ້ອນຮັບ, ໃຫ້ການອະພິວາດ, ລຸກຂຶ້ນຢືນຮັບ ເຮັດອັນຊະລີກັມແລະສາມີຈິກັມ ໃນພຣະຣາຊາປະເສນທິໂກສົລ. ວາເສຕຖະ ! ພວກສາກະຢະໃຫ້ການຕ້ອນຮັບເປັນຕົ້ນ ແກ່ພຣະຣາຊາປະເສນທິໂກສົລແນວໃດ, ພຣະຣາຊາປະເສນທິໂກສົລ ຍ່ອມປະກອບການຕ້ອນຮັບເປັນຕົ້ນແກ່ຕະຖາຄົຕ (ເມື່ອອອກບວດແລ້ວ) ແນວນັ້ນ໓.
໑. ຊື່ນີ້ມີມູນມາຈາກ ຕົ້ນສາກ ກໍໄດ້, ແຫ່ງຄໍາວ່າກ້າຫານກໍໄດ້, ເພາະສັກກະ = ກ້າຫານ. ສັກກະ ເຮົາເອີ້ນ








