ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣາມເອີຍ ! ອາສະວະ ເຫຼົ່າໃດ ທີ່ຈະເຮັດໃຫ້ເຮົາເປັນ ເທວະດາ ເພາະຍັງລະບໍ່ໄດ້, ອາສະວະເຫຼົ່ານັ້ນເຮົາລະໄດ້ຂາດ ຖອນຂຶ້ນໝົດທັງຮາກແລ້ວ ເຮັດໃຫ້ເປັນ ເໝືອນຕົ້ນຕານຍອດກຸດ ບໍ່ໃຫ້ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປແລ້ວ. ພຣາມເອີຍ ! ອາສະວະເຫຼົ່າໃດ ທີ່ຈະເຮັດໃຫ້ເຮົາເປັນ ຄົນທັນ ເປັນ ຍັກ ເປັນ ມະນຸສ ເພາະຍັງລະມັນບໍ່ໄດ້, ອາສະວະເຫຼົ່ານັ້ນ ເຮົາລະໄດ້ຂາດ ຖອນຂຶ້ນໝົດທັງຮາກແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານຍອດກຸດ ບໍ່ໃຫ້ມີ ບໍ່ໃຫ້ເກີດຂຶ້ນອີກຕໍ່ໄປແລ້ວ.

ພຣາມເອີຍ ! ປຽບເໝືອນດອກບົວຂຽວ ບົວຫຼວງ ຫຼືບົວຂາວ, ມັນເກີດໃນນໍ້າ ຈະເຣີນໃນນໍ້າ ໂຜ່ຂຶ້ນພົ້ນນໍ້າຕັ້ງຢູ່ ນໍ້າບໍ່ປຽກຕິດມັນໄດ້ ເຊັ່ນໃດກໍເຊັ່ນນັ້ນລະພຣາມ ! ເຮົານີ້ເກີດໃນໂລກ ຈະເຣີນໃນໂລກກໍຈິງ ແຕ່ເຮົາຄອບງໍາໂລກເສຍໄດ້ແລ້ວ ແລະຢູ່ໃນໂລກ ໂລກບໍ່ແປດທາເປິເປື້ອນເຮົາໄດ້.

ພຣາມ ! ທ່ານຈົ່ງຈໍາເຮົາໄວ້ວ່າເປັນ “ພຸດທະ” ດັ່ງນີ້ເຖີ້ນ.

ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຸດທະປະວັດ ໑໕

ເລື່ອງຫຍໍ້ທີ່ຄວນຮັບຮູ້ກ່ອນ ໑

ບັດນີ້ ເຮົາຜູ້ ໂຄຕະມະໂຄຕ ຈະເຣີນແລ້ວ ໃນ ສາກະຢະຕະກູນ ເຄີຍຕັ້ງຄວາມພຽນໄວ້ ໄດ້ບັນລຸສັມມາສັມໂພທິຍານອັນສູງສຸດ ເປັນພຣະສັມມາສັມພຸດທະເຈົ້າ.....

ນະຄອນຂອງເຮົາຊື່ ກະບິລະພັດ, ບິດາຂອງເຮົາເປັນຣາຊາຊື່ ສຸດໂທທະນະ, ມານດາຜູ້ໃຫ້ກໍາເນີດເຮົາຊື່ ມາຢາເທວີ. ເຮົາຢູ່ຄອງເຮືອນ ໒໙ ປີ ມີຜາສາດສູງສຸດ ໓ ຫຼັງ ຊື່ ສຸຈັນທະ ໂກກະນຸທະ ແລະໂກນຈະ ມີຍິງປະດັບດີແລ້ວສີ່ໝື່ນນາງ, ນາຣີຜູ້ເປັນຊາຍາເຮົາຊື່ ຢະໂສທະຣາ, ລູກເຮົາຊື່ ຣາຫຸລະ.

ເພາະໄດ້ເຫັນ ນິມິຕທັງສີ່ ເຮົາຈຶ່ງໜີອອກດ້ວຍມ້າເປັນພາຫະນະ ປາຣົບຄວາມພຽນເຖິງຫົກປີ, ເຮົາໄດ້ເຮັດສິ່ງທີ່ໃຜໆເຮັດໄດ້ໂດຍຍາກ. ເຮົາເປັນ ຊິນະ (ຜູ້ຊະນະ) ປະກາດ ທັມມະຈັກ ທີ່ປ່າ ອິສິປະຕະນະ ທີ່ເມືອງ ພາຣານະສີ, ເປັນສັມມາສັມພຸດທະເຈົ້າ ຊື່ ໂຄຕະມະ ເປັນທີ່ເພິ່ງຂອງສັຕທັງຫຼາຍ.

ພິກຂຸຜູ້ເປັນອັກຄະຣະສາວົກສອງອົງຄ໌ ຊື່ ໂກລິຕະ ແລະ ອຸປະຕິສສະ, ອຸປັຕຖາກ ຜູ້ໃກ້ຊິດຂອງເຮົາຊື່ ອານົນທ໌, ພິກຂຸນີຜູ້ເປັນອັກຄະຣະສາວິກາສອງອົງຄ໌ຊື່ ເຂມາ ແລະ ອຸບົລວັນນາ, ອຸບາສົກຜູ້ເປັນອັກຄະຣະອຸປັຕຖາກສອງຄົນ ຊື່ ຈິຕຕະ ແລະຫັຕຖາລະວະກະ, ອຸປາສິກາຜູເປັນອັກຄະຣະອຸປັຕຖາຍິກາສອງຄົນຊື່ ນັນທະມາຕາ ແລະ ອຸຕຕະຣາ. ເຮົາໄດ້ບັນລຸສັມມາສັມໂພທິຍານອັນສູງສຸດ ນະ ທີ່ພຸ່ມໄມ້ ອັສສັຕຖະ....

໑. ບາລີ ພຸດທວ. ຂຸ. ໓໓/໕໔໓/໒໖.

໑໖ ພຸດທະປະວັດຈາກພຣະໂອຖະ - ພາກນໍາ

ເລື່ອງສັ້ນໆ ທີ່ຄວນຮັບຮູ້ກ່ອນ ໑

(ອີກໝວດໜຶ່ງ)

ພິກຂຸ ທ. ! ໃນພັດທະກັບນີ້ ໃນບັດນີ້ ເຮົາຜູ້ເປັນອະຣະຫັນຕະສັມມາສັມພຸດທະ ໄດ້ບັງເກີດຂຶ້ນແລ້ວໃນໂລກ.

ພິກຂຸ ທ. ! ໃນບັດນີ້ ເຮົາຜູ້ເປັນອະຣະຫັນຕະສັມມາສັມພຸດທະ ເປັນກະສັດໂດຍຊາດ ບັງເກີດແລ້ວໃນຂັຕຕິຢະສະກຸນ.

ພິກຂຸ ທ. ! ໃນບັດນີ້ ເຮົາຜູ້ເປັນອະຣະຫັນຕະສັມມາສັມພຸດທະ ໂດຍໂຄຕເປັນ ໂຄຕະມະໂຄຕ.

ພິກຂຸ ທ. ! ໃນບັດນີ້ ປະມານອາຍຸຂັຍ (ແຫ່ງສັຕໃນຍຸກ) ຂອງເຮົາສັ້ນຫຼາຍ : ຜູ້ທີ່ເປັນຢູ່ໄດ້ດົນ ກໍພຽງຮ້ອຍປີເປັນຢ່າງຍິ່ງ, ທີ່ເກີນຮ້ອຍປີຂຶ້ນໄປມີໜ້ອຍແທ້.

ພິກຂຸ ທ. ! ໃນບັດນີ້ ເຮົາຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ຕຣັສຮູ້ ນະທີ່ພຸ່ມແຫ່ງໄມ້ ອັສສັຕຖະ໒.

໑. ບາລີ ມະຫາປະທານະສູຕ ມຫາ. ທີ. ໑໐/໒-໘/໑-໙. ຕຣັດແກ່ພິກຂຸ ທ. ໃນທີ່ກຸດີໃກ້ໄມ້ກຸ່ມ ໃນອາຣາມ

ເຊຕະວັນ. ເປັນຂໍ້ຄວາມທີ່ຕຣັດປຽບທຽບເລື່ອງລາວຂອງພຣະອົງເອງ ກັບພຣະພຸດທະເຈົ້າອົງອື່ນອີກ ໖

ພຣະອົງ.

໒. ຄືໄມ້ Ficus religiosa ເຊິ່ງຮຽກກັນໃນບັດນີ້ ຕາມມູນເຫດທີ່ພຣະອົງໄດ້ຕຣັສຮູ້ເທິງເຫງົ້າຂອງມັນ ວ່່າ :

“ຕົ້ນໂພທິ” ໃນບ່ອນນີ້ ທີ່ທົງຮຽກວ່າໄມ້ອັສສັຕຖະນັ້ນ ຮຽກຕາມຊື່ພື້ນເມືອງດັ້ງເດີມ. ຕົ້ນໄມ້ຈະເປັນໄມ້

ປະເພດໃດກໍຕາມ ຫາກມີພຣະພຸດທະເຈົ້າອົງໃດ ໃຊ້ເປັນຕົ້ນຕຣັສຮູ້ແລ້ວ ໄມ້ປະເພດນັ້ນກໍເລີຍໄດ້ກຽດ

ນາມໃໝ່ ໃນພຸດທະກາລຂອງພຣະພຸດທະເຈົ້າອົງຄ໌ນັ້ນ ວ່າ “ໄມ້ໂພ” ທັງໝົດ. ໃນພຸດທະກາລນີ້

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ