ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ປຸກກຸສະ ! ຄັ້ງໜຶ່ງເຮົາຢູ່ທີ່ໂຮງຕໍາເຂົ້າເມືອງອາຕຸມາ. ຕອນນັ້ນກໍາລັງຝົນຕົກ ກໍາລັງຝົນຟ້າຄະນອງຢູ່ ຟ້າຜ່າລົງໃນບ່ອນບໍ່ໄກຈາກໂຮງຕໍາເຂົ້າ ຖືກຊາວນາສອງຄົນອ້າຍນ້ອງ ແລະງົວລາກແກ່ສີ່ໂຕ. ປຸກກຸສະ ! ຊາວເມືອງອາຕຸມາພາກັນອອກມາຫາບ່ອນທີ່ສອງອ້າຍນ້ອງ ແລະງົວທັງສີ່ຖືກຟ້າຜ່ານັ້ນ, ເຂົາກໍາລັງຊຸນລະມຸນກັນຢູ່ແນວນັ້ນ ເຮົາອອກຈາກໂຮງຕໍາເຂົ້າແລ້ວ ຈົງກົມຢູ່ໃນທີ່ກາງແຈ້ງບໍ່ໄກຈາກໂຮງ. ບຸຣຸສຜູ້ໜຶ່ງ ອອກມາຈາກຝູງຊົນ ເຂົ້າໄປຫາເຮົາ ອະພິວາດແລ້ວຢືນຢູ່. ປຸກກຸສະ ! ເຮົາຖາມບຸຣຸສຜູ້ຢືນຢູ່ແລ້ວນັ້ນວ່າ ໝູ່ຊົນນັ້ນ ລວມກຸ່ມກັນເຮັດຫຍັງ ? ເຂົາຕອບເຮົາວ່າ “ທ່ານຜູ້ຈະເຣີນ ! ເມື່ອຝົນຕົກຟ້າຄະນອງຢູ່ ຟ້າຜ່າລົງໃນບ່ອນບໍ່ໄກຈາກໂຮງຕໍາເຂົ້າ ຖືກຊາວນາສອງອ້າຍນ້ອງ ແລະງົວລາກແກ່ສີ່ໂຕ ຊາວເມືອງພາກັນມາປະຊຸມແລ້ວໃນບ່ອນນັ້ນ. ທ່ານຜູ້ຈະເຣີນ ! ກໍທ່ານຢູ່ເສຍບ່ອນໃດໜໍ ?” ເຮົາຢູ່ໃນໂຮງຕໍາເຂົ້ານີ້ ນີ້ເອງ. “ທ່ານຜູ້ຈະເຣີນ ! ທ່ານບໍ່ໄດ້ຍິນຫຼື ?” ເຮົາບໍ່ໄດ້ຍິນເລີຍ, ທ່ານ ! “ທ່ານຫຼັບເສຍຫຼື ? ທ່ານຜູ້ຈະເຣີນ !” ເຮົາບໍ່ໄດ້ຫຼັບເລີຍ, ທ່ານ ! “ທ່ານມີສັນຍາ (ຄືຄວາມຮູ້ສຶກ) ຢູ່ຫຼື ?” ຖືກແລ້ວ, ທ່ານ ! ເຂົາໄດ້ກ່າວສືບຕໍ່ໄປວ່າ “ທ່ານຜູ້ຈະເຣີນ ! ທ່ານມີສັນຍາຕື່ນຢູ່ ເມື່ອຝົນກໍາລັງຕົກ ຟ້າຄະນອງ ຟ້າຜ່າລົງມາ ທ່ານບໍ່ໄດ້ເຫັນ ແລະທັງບໍ່ໄດ້ຍິນ ດັ່ງນັ້ນຫຼື ?” ຖືກແລ້ວ, ທ່ານ !
ປຸກກຸສະ ! ລໍາດັບນັ້ນ ບຸຣຸສນັ້ນມີຄວາມຄິດວ່າ “ໜ້າອັດສະຈັນແທ້ ບໍ່ເຄີຍມີເລີຍ ທ່ານຜູ້ຈະເຣີນເອີຍ ! ພວກບັນພະຊິຕນີ້ ຍ່ອມຢູ່ດ້ວຍວິຫາຣທັມອັນສະງົບລະງັບແທ້ໆ ຄືທ່ານກໍເປັນຜູ້ມີສັນຍາຢູ່ ຕື່ນຢູ່ ເມື່ອຝົນກໍາລັງຕົກ ຟ້າຄະນອງ ຟ້າຜ່າຢູ່ ທ່ານຈະບໍ່ເຫັນ ແລະຈະບໍ່ໄດ້ຍິນເລີຍ”, ດັ່ງນີ້ແລ້ວ ໄດ້ປະກາດຄວາມເຫຼື້ອມໃສຢ່າງສູງໃນເຮົາ ປະກອບປະທັກຂິນ ຫຼີກໄປແລ້ວ.
໑. ບາລີ ມຫາປຣິນິບພານສູຕ ມຫາ. ທີ. ໑໐/໑໕໓/໑໒໑. ຕຣັດແກ່ປຸກກຸສະມັນລະບຸຕ ໃນລະຫວ່າງທາງໄປ
ເມືອງກຸສິນາຣາ ເນື່ອງຈາກປຸກກຸສະ ທູນເລົ່າເລື່ອງ ອາລະຣະ ກາລາມະໂຄຕ ນັ່ງສະມາທິຢູ່ຂ້າງທາງ
ກວຽນຜ່ານໄປ ໕໐໐ ເຫຼັ້ມ ບໍ່ໄດ້ຍິນເລີຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໘໗
ກັນລະຍານະມິຕຂອງພຣະອົງເອງ ໑
ອານົນທ໌ ! ພິກຂຸຜູ້ຊື່ວ່າ ມີມີຕດີ ມີສະຫາຍດີ ມີໝູ່ເພື່ອນດີ ຍ່ອມຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄປະກອບດ້ວຍອົງຄ໌ແປດ ໂດຍອາການແນວໃດໜໍ ? ອານົນທ໌ ! ພິກຂຸໃນສາສນານີ້ ຍ່ອມຈະເຣີນຝຶກໃຫ້ຫຼາຍຊຶ່ງສັມມາທິຕຖິ... ສັມມາສັງກັບປະ... ສັມມາວາຈາ... ສັມມາກັມມັນຕະ... ສັມມາອາຊີວະ... ສັມມາວາຢາມະ... ສັມມາສະຕິ... ສັມມາສະມາທິ ຊະນິດທີ່ວິເວກອາໄສແລ້ວ ຊະນິດທີ່ວິຣາຄະອາໄສແລ້ວ ຊະນິດທີ່ນິໂຣດອາໄສແລ້ວ ຊະນິດທີ່ນ້ອມໄປຮອບເພື່ອການຮື້ຖອນ. ອານົນທ໌ ! ເຊັ່ນນີ້ແລ ຊື່ວ່າພິກຂຸຜູ້ມີມີຕດີ ມີສະຫາຍດີ ມີໝູ່ເພື່ອນດີ ຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄປະກອບດ້ວຍອົງຄ໌ແປດ.
ອານົນທ໌ ! ຂໍ້ນັ້ນ ເຈົ້າຈົ່ງຮູ້ດ້ວຍປະຣິຍາຍອັນນີ້ເຖີ້ນ ຄືວ່າ ພຣົມມະຈັນນີ້ທັງໝົດນັ້ນແລ ໄດ້ແກ່ຄວາມເປັນຜູ້ມີມີຕດີ ມີສະຫາຍດີ ມີໝູ່ເພື່ອນດີ, ດັ່ງນີ້. ອານົນທ໌ ! ຈິງແທ້ແລ, ສັຕ ທ. ຜູ້ມີຄວາມເກີດເປັນທໍາມະດາ ໄດ້ອາໄສ ກັນລະຍານະມິຕຂອງເຮົາ ແລ້ວ ຍ່ອມພົ້ນໝົດ ຈາກຊາດ, ຜູ້ມີຄວາມແກ່ຊະຣາ...ຄວາມເຈັບໄຂ້... ຄວາມຕາຍ... ຄວາມໂສກ ຄວາມຄໍ່າຄວນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຫ່ຽວແຫ້ງໃຈ ເປັນທໍາມະດາ ຄັນໄດ້ອາໄສ ກັນລະຍານະມິຕ ຂອງເຮົາແລ້ວ ຍ່ອມພົ້ນໝົດ ຈາກຄວາມແກ່ຊະຣາ...ຄວາມເຈັບໄຂ້...ຄວາມຕາຍ...ຄວາມໂສກ ຄວາມຄໍ່າຄວນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຫ່ຽວແຫ້ງໃຈ.
໑. ບາລີ ໂກສະລະສັງຍຸຕ ສຄາ. ສັງ. ໑໕/໑໒໗/໓໘໓. ຕຣັດແກ່ພຣະອານົນທ໌ ແລ້ວທົງນໍາເອົາມາເລົ່າແກ່
ພຣະເຈົ້າປະເສນທິໂກສົລ.
໓໘໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ອານົນທ໌ ! ຂໍ້ນັ້ນ ເຈົ້າຈົ່ງຮັບຮູ້ດ້ວຍປະຣິຍາຍອັນນີ້ເຖີ້ນ ຄືວ່າ ພຣົມມະຈັນນີ້ທັງໝົດນັ້ນແລ ໄດ້ແກ່ຄວາມເປັນຜູ້ມີມີຕດີ ມີສະຫາຍດີ ມີໝູ່ເພື່ອນດີ, ດັ່ງນີ້.








