ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(ບາລີແຫ່ງອື່ນ (ມຫາວາຣ. ສັງ. ໑໙/໔/໙) ກ່າວເຖິງ ພຣະສາຣີບຸຕຂາບທູນວ່າ ຄວາມມີກັລລະຍານະມິຕ ເປັນພຣົມມະຈັນນີ້ທັງຜອງ, ພຣະອົງຄ໌ທົງຮັບຮອງ ດ້ວຍຖ້ອຍຄໍາມີໃຈຄວາມແນວດຽວກັນກັບຂໍ້ຄວາມເບື້ອງເທິງນີ້ ຜິດກັນພຽງແຕ່ພຣະອານົນທ໌ຂາບທູນວ່າ ເປັນເຄິ່ງໜຶ່ງຂອງພຣົມມະຈັນເທົ່ານັ້ນ.)
(ກ່ຽວກັບລັດທິອື່ນໆ ໑໖ ເລື່ອງ)
ພໍດວງອາທິຕຂຶ້ນ ຫິງຫ້ອຍກໍອັບແສງ ໑
ເປັນເຊັ່ນນັ້ນ ອານົນທ໌ ! ເປັນເຊັ່ນນັ້ນ ອານົນທ໌ ! ຕະຫຼອດເວລາທີ່ຕະຖາຄົຕ ຜູ້ເປັນອະຣະຫັນຕະຕຣັສຮູ້ຊອບເອງ ຍັງບໍ່ເກີດຂຶ້ນໃນໂລກຢູ່ພຽງໃດ, ເຫຼົ່າປະຣິບພາຊົກຜູ້ເປັນເດຍຣະຖີອື່ນ໒ ກໍຍັງເປັນທີ່ສັກກາຣະເຄົາຣົບ ນັບຖື ບູຊາ ນອບນ້ອມ ແລະຍັງມີລາບດ້ວຍຈີວອນ ບິນດະບາຕ ເສນາສະນະ ແລະຄິລານະເພສັຊ ຢູ່ຕະຫຼອດເວລາພຽງນັ້ນ.
ອານົນທ໌ ! ໃນກາລໃດ ຕະຖາຄົຕຜູ້ເປັນອະຣະຫັນຕ໌ຕຣັສຮູ້ຊອບເອງ ເກີດຂຶ້ນໃນໂລກ, ເມື່ອນັ້ນ ເຫຼົ່າປະຣິບພາຊົກຜູ້ເປັນເດຍຣະຖີອື່ນ ກໍໝົດຄວາມເປັນທີ່ ສັກກາຣະ ເຄົາຣົບນັບຖື ບູຊາ ນອບນ້ອມ ແລະບໍ່ມີລາບດ້ວຍຈີວອນ ບິນດະບາຕ ເສນາສະນະ ແລະ ຄິລານະເພສັຊ. ແລະໃນບັດນີ້ ຕະຖາຄົຕເປັນທີ່ສັກກາຣະ ເຄົາຣົບ ນັບຖື ບູຊາ ນອບນ້ອມ ແລະມີລາບດ້ວຍຈີວອນ ບິນດະບາຕ ເສນາສະນະ ແລະຄິລານະເພສັຊ, ລວມທັງພິກຂຸສົງ ນີ້ດ້ວຍ.
໑. ບາລີ ຊັຈຈັນດະວັກຄະ ອ. ຂຸ. ໒໕/໑໙໖/໑໔໖. ຕຣັດແກ່ພຣະອານົນທ໌ ທີ່ເຊຕະວັນ.
໒. ຄໍາວ່າເດຍຣະຖີອື່ນ ໝາຍເຖິງລັດທິອື່ນຈາກພຸດທະສາສນາ ທຸກໆລັດທິ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໘໙
ພຣະຜູ້ມີພຣະພາຄທົງແຈ່ມແຈ້ງໃນຄວາມຂໍ້ນີ້ ໄດ້ທົງອຸທານຄໍາອຸທານນີ້ຂຶ້ນວ່າ :-
“ຫິງຫ້ອຍນັ້ນ ຍ່ອມສ່ອງແສງຢູ່ໄດ້ ຊົ່ວເວລາທີ່ດວງອາທິຕ ຍັງບໍ່ຂຶ້ນມາ ຄັນອາທິຕຂຶ້ນມາ ຫິງຫ້ອຍກໍໝົດແສງບໍ່ມີສະຫວ່າງອີກ. ເດຍຣະຖີທັງຫຼາຍ ກໍເປັນເຊັ່ນນັ້ນ. ໂອກາດຢູ່ໄດ້ແຕ່ເວລາທີ່ ບຸກຄົນ ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ຍັງບໍ່ເກີດຂຶ້ນໃນໂລກ. ພວກທີ່ໄດ້ແຕ່ ນຶກໆເອົາ (ຄືບໍ່ຕຣັສຮູ້) ຍ່ອມບໍຣິສຸດບໍ່ໄດ້. ເຖິງແມ່ນສາວົກຂອງເຂົາກໍເໝືອນກັນ. ຜູ້ທີ່ມີຄວາມເຫັນຜິດ ຈະບໍ່ພົ້ນທຸກຂ໌ໄປໄດ້ເລີຍ”.
ລັດທິຂອງພຣະອົງກັບຂອງຜູ້ອື່ນ ໑
ກັສສະປະ ! ມີສະມະນະພຣາມບາງພວກ ທີ່ເປັນບັນດິຕ ມີປັນຍາພໍໂຕ ເຄີຍຕັ້ງປະຣະວາທີມາແລ້ວ ມີປັນຍາແຫຼມດຸດດັ່ງແທງຖືກຂົນກວາງ, ຫາທ່ຽວທໍາລາຍຢູ່ຊຶ່ງຄວາມເຫັນຂອງຜູ້ອື່ນດ້ວຍປັນຍາຕົນ. ບັນດິຕເຫຼົ່ານັ້ນ ລົງກັນໄດ້ກັບເຮົາໃນບາງຖານະ (ບາງເລື່ອງ) ບໍ່ລົງກັນໄດ້ໃນບາງຖານະ : ບາງຢ່າງພວກນັ້ນກ່າວວ່າດີ ພວກເຮົາກໍກ່າວວ່າດີ, ບາງຢ່າງພວກນັ້ນກ່າວວ່າບໍ່ດີ ພວກເຮົາກໍກ່າວວ່າບໍ່ດີ, ບາງຢ່າງພວກນັ້ນກ່າວວ່າດີ ພວກເຮົາກໍກ່າວວ່າບໍ່ດີ, ບາງຢ່າງພວກນັ້ນກ່າວວ່າບໍ່ດີ ພວກເຮົາກໍກ່າວວ່າດີ ; ບາງຢ່າງພວກເຮົາກ່າວວ່າ ດີ ພວກນັ້ນກໍກ່າວວ່າ ດີ, ບາງຢ່າງພວກເຮົາກ່າວວ່າ ບໍ່ດີ ພວກນັ້ນກໍກ່າວວ່າ ບໍ່ດີ, ບາງຢ່າງພວກເຮົາກ່າວວ່າ ດີ ພວກນັ້ນກໍກ່າວວ່າ ບໍ່ດີ, ບາງຢ່າງພວກເຮົາກ່າວວ່າ ບໍ່ດີ ພວກນັ້ນກໍກ່າວວ່າ ດີ. ເຮົາເຂົ້າໄປຫາບັນດິຕເຫຼົ່ານັ້ນແລ້ວ ກ່າວວ່າ ແນ່ະທ່ານ ! ໃນບັນດາຖານະເຫຼົ່ານັ້ນໆ ຖານະໃດລົງກັນບໍ່ໄດ້ ຖານະນັ້ນ ຈົ່ງຍົກໄວ້ ---ໆລໆ--- (ເວົ້າກັນແຕ່ເລື່ອງທີ່ເຂົ້າກັນໄດ້).
໑. ບາລີ ມຫາສີຫະນາທະສູຕ ສີ. ທີ. ໙/໒໐໖/໒໖໑. ຕຣັດແກ່ອະເຈລະກັສສະປະ ທີ່ກັນນະກະລະ
ມິຄະທາຍະວັນ.
໓໙໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງສະແດງອັບປະມັນຍາທັມສີ່ຊະນິດ
ທີ່ສູງກວ່າເດຍຣະຖີອື່ນ ໑
(ພວກເດຍຣະຖີອື່ນຖາມພຣະພິກຂຸທີ່ເຂົ້າໄປສົນທະນາດ້ວຍວ່າ ພຣະສະມະນະໂຄດົມສະແດງທັມຕ່າງຈາກພວກເດຍຣະຖີແນວໃດ ໃນເມື່ອມີການສະແດງເລື່ອງອັບປະມັນຍາທັມສີ່ ຄືມີຈິຕແຜ່ໄປດ້ວຍເມຕຕາ ກະຣຸນາ ມຸທິຕາ ອຸເປກຂາ ສູ່ທິສທັງປວງ ດ້ວຍລະບຽບຖ້ອຍຄໍາທີ່ເທົ່າກັນ ຕົງກັນທຸກຄໍາເວົ້າ ພິກຂຸເຫຼົ່ານັ້ນໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ຂາບທູນເຖິງເລື່ອງນີ້ ຊຶ່ງໄດ້ຕຣັດອັບປະມັນຍາທັມສີ່ ໃນລະດັບທີ່ສູງຂຶ້ນໄປເຖິງລະດັບເຈໂຕວິມຸດ ມີຂໍ້ຄວາມດັ່ງຕໍ່ໄປນີ້ :-)








