ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ພະກະພຣົມ ໄດ້ເຫັນເຮົາຜູ້ມາຢູ່ຈາກບ່ອນໄກ ແລ້ວໄດ້ກ່າວກັບເຮົາວ່າ “ທ່ານຜູ້ນິຣະທຸກຂ໌ ! ເຂົ້າມາເຖີ້ນ, ທ່ານຜູ້ນິຣະທຸກຂ໌ ! ທ່ານມາດີແລ້ວ, ທ່ານຜູ້ນິຣະທຸກຂ໌ ! ຕັ້ງດົນໆ ທ່ານຈຶ່ງຈະມາເຖິງບ່ອນນີ້. ທ່ານຜູ້ນິຣະທຸກຂ໌ ! ພຣົມມະສະພາວະນີ້ ເປັນຂອງທ່ຽງ ຢັ້ງຢືນ ມີຢູ່ສະເໝີ ເປັນຂອງເຍືື່ອງດຽວຕະຫຼອດກາລ ມີຄວາມບໍ່ເຄື່ອນເປັນທໍາມະດາ ; ເພາະວ່າ ພຣົມມະສະພາວະນີ້ ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ; ກໍແຫລະບໍ່ມີສະພາວະອື່ນ ທີ່ເປັນນິສສະຣະນະເຄື່ອງອອກຈາກທຸກຂ໌ ຍິ່ງໄປກວ່າພຣົມມະສະພາວະນີ້” ດັ່ງນີ້.

໑. ບາລີ ພຣົມມະນິມັນຕະນິກະສູຕ ມູ. ມ. ໑໒/໕໙໐/໕໕໒. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໘໕

ພິກຂຸ ທ. ! ເມື່ອພະກະພຣົມກ່າວເຊັ່ນນີ້, ເຮົາໄດ້ກ່າວກັບລາວວ່າ “ພະກະພຣົມຜູ້ຈະເຣີນ ໄປສູ່ອະວິຊຊາເສຍແລ້ວໜໍ ! ພະກະພຣົມຜູ້ຈະເຣີນ ໄປສູ່ອະວິຊຊາເສຍແລ້ວໜໍ ! ຄືຂໍ້ທີ່ທ່ານກ່າວສິ່ງທີ່ບໍ່ທ່ຽງເລີຍ ວ່າເປັນຂອງທ່ຽງ, ກ່າວສິ່ງທີ່ບໍ່ຢັ້ງຢືນເລີຍ ວ່າຢັ້ງຢືນ, ກ່າວສິ່ງທີ່ບໍ່ມີຢູ່ສະເໝີ ວ່າເປັນຂອງມີຢູ່ສະເໝີ, ກ່າວສິ່ງທີ່ບໍ່ເປັນຂອງເຍື່ອງດຽວຕະຫຼອດກາລ ວ່າເປັນຂອງເຍື່ອງດຽວຕະຫຼອດກາລ, ກ່າວສິ່ງທີ່ມີຄວາມເຄື່ອນເປັນທໍາມະດາ ວ່າເປັນສິ່ງທີ່ບໍ່ມີຄວາມເຄື່ອນເປັນທໍາມະດາ ; ແລະຂໍ້ທີ່ກ່າວສິ່ງທີ່ເກີດ ທີ່ແກ່ ທີ່ຕາຍ ທີ່ເຄື່ອນ ທີ່ອຸບັດ ວ່າເປັນສິ່ງທີ່ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ແລະກ່າວນິສສະຣະນະອັນຍິ່ງອື່ນທີ່ມີຢູ່ ວ່າບໍ່ມີນິສສະຣະນະອັນອື່ນທີ່ຍິ່ງໄປກວ່າ” ດັງນີ້. ...

ໝາຍເຫດ : ຂໍ້ຄວາມຕອນຕໍ່ໄປຈາກເບື້ອງເທິງນີ້ ຍັງມີອີກຍືດຍາວ ; ກ່າວເຖິງມາຣມາຊ່ວຍພວກພຣົມໂຕ້ຕອບກັບພຣະອົງ ທັງຂູ່ທັງລໍ້ ເພື່ອໃຫ້ພຣະອົງທົງຍອມຕາມພວກພຣົມ. ແມ່ນແຕ່ພະກະພຣົມກໍຍັງຢືນຢັນແລະອະທິບາຍລັດທິນັ້ນ ດ້ວຍອຸປະມາທີ່ໜ້າຄ້ອຍຕາມ. ທົງແກ້ຄໍາຂອງພຣົມດ້ວຍອາການຕ່າງໆ ເຊັ່ນວ່າ ພວກພະກະພຣົມຍັງບໍ່ຮູ້ຈັກພຣົມທີ່ເໜືອຂຶ້ນໄປຈາກຕົນ ເຊັ່ນພຣົມພວກອາພັດສະຣະ-ສຸພະກິນຫະ-ເວຫັບຜະລະ ; ແລະທົງສະແດງຂໍ້ທີ່ພຣະອົງບໍ່ທົງຢຶດຖື ດິນ ນໍ້າ ລົມ ໄຟ ເປັນຕົ້ນ. ໃນທີ່ສຸດ ມີການທ້າໃຫ້ມີການຫຼິ້ນໝາກລີ້ຫາກັນ ແລະ ທົງຊະນະ ແລ້ວຕຣັດຄາຖາທີ່ເປັນຫົວໃຈແຫ່ງພຸດທະສາສນາ ທີ່ເໜືອກວ່າພຣົມ ໂດຍປະການທັງປວງ ກ່າວຄືຄວາມຮູ້ສຶກທີ່ຢູ່ເໜືອພົບແລະວິພົບ ຊຶ່ງພຸດທະບໍຣິສັດທຸກຄົນຄວນສົນໃຈຢ່າງຍິ່ງ. ພວກພຣົມຍອມແພ້ ມາຣກໍຍອມຮັບ ແຕ່ກໍຍັງໜ້າດ້ານຂໍຮ້ອງ ຢ່າໃຫ້ພຣະອົງຄ໌ທົງສອນລັດທິຂອງພຣະອົງຄ໌ເລີຍ ; ຕຣັດຕອບມາຣວ່າ ນັ້ນມັນບໍ່ເປັນຄວາມເກື້ອກູນແກ່ສັຕໂລກ ; ສັມມາສັມພຸດທະທີ່ມາຣອ້າງມານັ້ນ ເປັນສັມມາສັມພຸດທະເກ້. ຂໍ້ຄວາມທີ່ເປັນລາຍລະອຽດ ຍ່ອມຫາເບິ່ງໄດ້ຈາກ ພຣົມມະນິມັນຕະນິກະສູຕ ມູ. ມ. ເຫຼັ້ມ ໑໒ ຕັ້ງແຕ່ໜ້າ ໕໙໑ ເປັນຕົ້ນໄປ ຫຼືຕັ້ງແຕ່ຂໍ້ ໕໕໓ ເປັນຕົ້ນໄປຈົນຈົບສູຕ.

ບາລີພຣະສູຕນີ້ສໍາຄັນຫຼາຍ ໄດ້ກ່າວເຖິງຫົວໃຈຂອງພຸດທະສາສນາ ໃນຮູບປຸກຄະລາທິຕຖານ ເຖິງກັບສົມມຸດໃຫ້ເປັນການຕອບໂຕ້ກັນ ລະຫວ່າງລັດທິທີ່ມີອາຕະມັນກັບບໍ່ມີອາຕະມັນ ; ຄວນແກ່ການສຶກສາຢ່າງຍິ່ງ.

- ຜູ້ລວບລວມ.

໓໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງມີຊານສະງົບນິ້ງຊັ້ນພິເສດ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ