ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ພິກຂຸຜູ້ສະຫຼາດໃນຖານະ ແລະ ອະຖານະນັ້ນ ຍ່ອມຮູ້ວ່າຂໍ້ນີ້ບໍ່ແມ່ນຖານະ ຂໍ້ນີ້ບໍ່ແມ່ນໂອກາດທີ່ຈະມີ ຄືຂໍ້ທີ່ໃນໂລກະທາດອັນດຽວ ຈະມີພຣະຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະສອງອົງຄ໌ ເກີດຂຶ້ນພ້ອມກັນ ບໍ່ກ່ອນບໍ່ຫຼັງກັນ. ນັ້ນບໍ່ແມ່ນຖານະທີ່ຈະມີໄດ້.

ສ່ວນຖານະ ອັນທີ່ມີໄດ້ນັ້ນ ຄືຂໍ້ທີ່ໃນໂລກະທາດອັນດຽວ ມີພຣະຕະຖາຄົຕ ຜູ້ອະຣະຫັນສັມມາສັມພຸດທະອົງດຽວ ເກີດຂຶ້ນ. ນັ້ນເປັນຖານະ ທີ່ຈະມີໄດ້.

໑. ບາລີ ພະຫຸທາຕຸກະສູຕ ອຸປຣິ. ມ. ໑໔/໑໗໑/໒໔໕. ຕຣັດແກ່ພຣະອານົນທ໌ ທີ່ເຊຕະວັນ.

໘ ພຸດທະປະວັດຈາກພຣະໂອຖະ - ພາກນໍາ

ການປາກົດຂອງພຣະຕະຖາຄົຕ ມີໄດ້ຍາກໃນໂລກ ໑

ພິກຂຸ ທ. ! ການມາປາກົດຂອງບຸກຄົນເອກ (ບໍ່ມີໃຜຊໍ້າສອງ) ມີໄດ້ຍາກໃນໂລກ. ໃຜໜໍ ເປັນບຸກຄົນເອກ ? ຕະຖາຄົຕ ຜູ້ເປັນພຣະອະຣະຫັນຕະ ຕຣັສຮູ້ຊອບເອງ ເປັນບຸກຄົນເອກ (ບໍ່ມີໃຜຊໍ້າສອງ). ການມາປາກົດຂອງບຸກຄົນເອກນີ້ແລ ມີໄດ້ຍາກໃນໂລກ.

ໂລກທີ່ກໍາລັງມົວເມົາ ກໍຍັງສົນໃຈໃນທັມຂອງພຣະຕະຖາຄົຕ ໒

ພິກຂຸ ທ. ! ເພາະເຫດທີ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເກີດຂຶ້ນ ຈຶ່ງເກີດມີຂອງເປັນໜ້າອັດສະຈັນບໍ່ເຄີຍມີ ສີ່ຢ່າງນີ້ປາກົດຂຶ້ນ. ສີ່ຢ່າງແນວໃດໜໍ ?

໑. ພິກຂຸ ທ. ! ປະຊາຊົນທັງຫຼາຍ ພໍໃຈໃນກາມະຄຸນ ຍິນດີໃນກາມະຄຸນ ບັນເທີງ ຢູ່ໃນກາມະຄຸນ ຄັນຕະຖາຄົຕສະແດງ ທັມທີ່ບໍ່ກ່ຽວຂ້ອງກັບກາມະຄຸນ ປະຊາຊົນເຫຼົ່ານັ້ນກໍຟັງ ງ່ຽງຫູຟັງ ຕັ້ງໃຈຟັງ ເພື່ອໃຫ້ເຂົ້າໃຈທົ່ວເຖິງ. ພິກຂຸ ທ. ! ນີ້ຄືຂອງ ໜ້າອັດສະຈັນ ບໍ່ເຄີຍມີຢ່າງທີໜຶ່ງ, ມີຂຶ້ນມາ ເພາະການບັງເກີດຂອງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ.

໒. ພິກຂຸ ທ. ! ປະຊາຊົນທັງຫຼາຍ ພໍໃຈໃນການຖືໂຕ ຍີນດີໃນການຖືໂຕ ບັນເທີງຢູ່ໃນການຖືໂຕ, ຄັນຕະຖາຄົຕສະແດງ ທັມທີ່ກໍາຈັດການຖືໂຕ ປະຊາຊົນເຫຼົ່ານັ້ນກໍຟັງ ງ່ຽງຫູຟັງ ຕັ້ງໃຈຟັງ ເພື່ອໃຫ້ເຂົ້າໃຈທົ່ວເຖິງ. ພິກຂຸ ທ. ! ນີ້ຄືຂອງໜ້າ ອັດສະຈັນ ບໍ່ເຄີຍມີຢ່າງທີສອງ, ມີຂຶ້ນມາ ເພາະການບັງເກີດຂອງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ.

໑. ບາລີ ເອກ. ອັງ. ໒໐/໒໙/໑໔໐. ຕຣັດແກ່ພິກຂຸທັງຫຼາຍ.

໒. ບາລີ ຈຕຸກກ. ອັງ. ໒໑/໑໗໗/໑໒໘. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ.

ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຸດທະປະວັດ ໙

໓. ພິກຂຸ ທ. ! ປະຊາຊົນທັງຫຼາຍ ພໍໃຈໃນຄວາມວຸ່ນວາຍບໍ່ສະງົບ ຍິນດີໃນຄວາມວຸ່ນວາຍບໍ່ສະງົບ ບັນເທີງຢູ່ໃນຄວາມວຸ່ນວາຍບໍ່ສະງົບ, ຄັນຕະຖາຄົຕສະແດງ ທັມທີ່ເປັນໄປເພື່ອຄວາມສະງົບ ປະຊາຊົນເຫຼົ່ານັ້ນກໍຟັງ ງ່ຽງຫູຟັງ ຕັ້ງໃຈຟັງ ເພື່ອໃຫ້ເຂົ້າໃຈທົ່ວເຖິງ. ພິກຂຸ ທ. ! ນີ້ຄືຂອງໜ້າອັດສະຈັນ ບໍ່ເຄີຍມີຢ່າງທີສາມ, ມີຂຶ້ນມາເພາະການບັງເກີດຂອງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ.

໔. ພິກຂຸ ທ. ! ປະຊາຊົນທັງຫຼາຍ ປະກອບຢູ່ດ້ວຍອະວິຊຊາ ເປັນຄົນບອດ ຖືກຄວາມມືດຄອບງໍາເອົາແລ້ວ, ຄັນຕະຖາຄົຕສະແດງ ທັມທີ່ກໍາຈັດ ອະວິຊຊາ ປະຊາຊົນເຫຼົ່ານັ້ນກໍຟັງ ງ່ຽງຫູຟັງ ຕັ້ງໃຈຟັງ ເພື່ອໃຫ້ເຂົ້າໃຈທົ່ວເຖິງ. ພິກຂຸ ທ. ! ນີ້ຄືຂອງໜ້າອັດສະຈັນ ບໍ່ເຄີຍມີຢ່າງທີສີ່, ມີຂຶ້ນມາເພາະການບັງເກີດຂອງ ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ.

ການມີທັມຂອງພຣະຕະຖາຄົຕຢູ່ໃນໂລກ ຄືຄວາມສຸຂຂອງໂລກ ໑

ພິກຂຸ ທ. ! ເມື່ອພຣະສຸຄົຕກໍດີ ລະບຽບວິນັຍຂອງພຣະສຸຄົຕກໍດີ ຍັງຄົງມີຢູ່ໃນໂລກພຽງໃດ ອັນນັ້ນກໍຍັງເປັນໄປເພື່ອຄວາມເກື້ອກູນແກ່ຄົນທັງຫຼາຍ ເພື່ອຄວາມສຸຂຂອງຄົນສ່ວນຫຼາຍ ເພື່ອອະນຸເຄາະແກ່ໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາ ແລະມະນຸສທັງຫຼາຍ, ຢູ່ພຽງນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ