ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ພຣະສຸຄົຕນັ້ນຄືໃຜໜໍ ? ຄືຕະຖາຄົຕ ບັງເກີດຂຶ້ນໃນໂລກນີ້ ເປັນ ພຣະອໍຣະຫັນຕ໌ຜູ້ຕຣັສຮູ້ຊອບເອງ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝືກຄົນຄວນຝືກບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາ ແລະມະນຸສ ເປັນຜູ້ເບີກບານແລ້ວ ຈໍາແນກທັມອອກສອນສັຕ ; ນີ້ຄື ພຣະສຸຄົຕ.

ພິກຂຸ ທ. ! ລະບຽບວິນັຍຂອງພຣະສຸຄົຕນັ້ນ ຄືອັນໃດໜໍ ? ຄືຕະຖາຄົຕນັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ແລະ ທີ່ສຸດ, ປະກາດພຣົມມະຈັນ

໑. ບາລີ ຈຕຸກກ. ອັງ. ໒໑/໑໙໗/໑໖໐.

໑໐ ພຸດທະປະວັດຈາກພຣະໂອຖະ - ພາກນໍາ

ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ທັມທີ່ຕະຖາຄົຕສະແດງ ພຣົມມະຈັນທີ່ຕະຖາຄົຕປະກາດນີ້ແລ ຄື ລະບຽບວິນັຍຂອງພຣະສຸຄົຕ.

ພິກຂຸ ທ. ! ເມື່ອພຣະສຸຄົຕກໍດີ ລະບຽບວິນັຍຂອງພຣະສຸຄົຕກໍດີ ຍັງຄົງມີຢູ່ໃນໂລກພຽງໃດ ອັນນັ້ນກໍຍັງເປັນໄປເພື່ອຄວາມເກື້ອກູນແກ່ຊົນສ່ວນໃຫຍ່ ເພື່ອຄວາມສຸຂຂອງຊົນສ່ວນຫຼາຍ ເພື່ອອະນຸເຄາະແກ່ໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາ ແລະມະນຸສທັງຫຼາຍ, ຢູ່ພຽງນັ້ນ.

ພຣະຕະຖາຄົຕເກີດຂຶ້ນເພື່ອຄວາມສຸຂຂອງໂລກ ໑

ພຣາມເອີຍ ! ສະມະນະພຣາມພວກໜຶ່ງ ກາງຄືນແທ້ໆ ກໍເຂົ້າໃຈໄປວ່າກາງເວັນ໒ ກາງເວັນແທ້ໆ ກໍເຂົ້າໃຈໄປວ່າ ກາງຄືນ. ຂໍ້ນີ້ ເຮົາກ່າວວ່າ ເປັນເພາະສະມະນະພຣາມເຫຼົ່ານັ້ນ ເປັນຜູ້ຢູ່ດ້ວຍຄວາມຫຼົງ.

ພຣາມເອີຍ ! ສ່ວນເຮົາຕະຖາຄົຕ ຍ່ອມເຂົ້າໃຈກາງຄືນເປັນກາງຄືນ ກາງເວັນເປັນກາງເວັນ.

ພຣາມເອີຍ ! ເມື່ອໃຜຈະຮຽກຜູ້ໃດໃຫ້ເປັນການຖືກຕ້ອງວ່າ ເປັນສັຕຜູ້ມີຄວາມບໍ່ຫຼົງຢູ່ເປັນປົກກະຕິ ແລະເກີດຂຶ້ນເພື່ອຄວາມເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພືືື່ອຄວາມສຸຂ ຂອງເທວະດາແລະມະນຸສທັງຫຼາຍແລ້ວ ; ເຂົາເມື່ອຈະຮຽກໃຫ້ຖືກຕ້ອງເຊັ່ນນັ້ນ ຈົ່ງຮຽກເຮົາຕະຖາຄົຕນີ້ແລ ວ່າເປັນສັຕຜູ້ມີຄວາມບໍ່ຫຼົງຢູ່ເປັນປົກກະຕິ ແລະເກີດຂຶ້ນເພື່ອຄວາມເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ, ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພືືື່ອຄວາມສຸຂ ຂອງເທວະດາແລະມະນຸສທັງຫຼາຍ.

໑. ບາລີ ພະຢະເພຣະວະສູຕ ມູ. ມ. ໑໒/໓໗/໔໖. ຕຣັດແກ່ຊານຸດໂສນີພຣາມ ທີ່ເຊຕະວັນ.

໒. ຄໍາວ່າ ກາງຄືນ ກາງເວັນ ໃນບ່ອນນີ້ ບໍ່ໄດ້ໝາຍຄວາມຕາມໂຕໜັງສື.

ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຸດທະປະວັດ ໑໑

ພຣະຕະຖາຄົຕເກີດຂຶ້ນໃນໂລກ

ເພື່ອສະແດງແບບແຫ່ງການຄອງຊີວິຕອັນປະເສີດແກ່ໂລກ ໑

ພິກຂຸ ທ. ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສ ເປັນຜູ້ເບີກບານແລ້ວ ຈໍາແນກທັມອອກສັ່ງສອນສັຕ.

ພິກຂຸ ທ. ! ຕະຖາຄົຕນັ້ນ ໄດ້ເຮັດໃຫ້ແຈ້ງເຊິ່ງໂລກນີ້ ກັບທັງເທວະດາ ມາຣ ພຣົມ ເຊິ່ງໝູ່ສັຕກັບທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ແຈ້ງຕາມ.

ຕະຖາຄົຕນັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ແລະທີ່ສຸດ ປະກາດ ພຣົມມະຈັນ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ.

ຄະຫະບໍດີ ຫຼືລູກຂອງຄະຫະບໍດີ ຫຼືຄົນທີ່ເກີດໃນຕະກູນອື່ນໃດໃນພາຍຫຼັງ ຍ່ອມຟັງທັມນັ້ນ. ຄັນຟັງແລ້ວ ຍ່ອມເກີດສັດທາໃນຕະຖາຄົຕ. ກຸລະບຸຕນັ້ນ ຜູ້ປະກອບຢູ່ດ້ວຍສັດທາ ຍ່ອມພິຈາຣະນາເຫັນວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ ; ສ່ວນບັນພະຊາ ເປັນໂອກາດວ່າງ. ມັນບໍ່ເປັນໄປໄດ້ໂດຍງ່າຍທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ. ຖ້າຈັ່ງໃດເຮົາຄວນໂກນຜົມແລະໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນໄປ, ບວດເປັນຜູ້ບໍ່ມີເຮືອນເຖີ້ນ”....

໑. ບາລີ ມູ. ມ. ໑໒/໔໘໙/໔໕໔. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ, ແລະບາລີອື່ນໆອີກ ສ່ວນຫຼາຍ.

໑໒ ພຸດທະປະວັດຈາກພຣະໂອຖະ - ພາກນໍາ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ