ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(3) ເລືອກອ່ານສະເພາະເລື່ອງ ທີ່ອາດຕອບບັນຫາທາງພາວະນາໄດ້ເປັນຢ່າງດີຢູ່ສະເໝີໆ ໂດຍສະເພາະຄືເລື່ອງຕ່າງໆ ທີ່ຊົງຂົນຂວາຍກ່ອນໜ້າການຕຣັສຮູ້ ແລະເລື່ອງຄຸນນະທັມຕ່າງໆທີ່ເກີດມີໃນພຣະອົງ. ຄໍາບັນຍັດບາງຄໍາ ເຊັ່ນຄໍາວ່າປະຖົມມະຊານເປັນຕົ້ນ ຕ້ອງອ່ານຄໍາທີ່ເປັນຄໍາອະທິບາຍດ້ວຍການນຶກຄິດໄປຢ່າງລະອຽດເທື່ອລະຄໍານັ້ນ. ມີຜູ້ອ່ານໜັງສືເຫຼັ້ມນີ້ຕາມປ່າຕາມດົງ ໄດ້ຜົນດີກວ່າການອ່ານຕາມໃນບ້ານໃນເມືອງ.
------------ ------------
(ຄ) ສໍາລັບນັກສຶກສາທົ່ວໄປ ໂດຍສະເພາະພວກທີ່ບໍ່ຄຸ້ນເຄີຍກັບວັດ ຫຼື ບໍ່ເຄີຍບວດຮຽນ ຈະຕ້ອງສຶກສາດ້ວຍວິທີດັ່ງນີ້ຄື :
(1) ສຶກສາໝວດຄວາມເລື່ອງລາວແຫ່ງພຸດທະປະວັດທົ່ວໆໄປ ຈາກໜັງສືຊັ້ນຕົ້ນໆ ເຫຼັ້ມອື່ນເສຍກ່ອນພໍສົມຄວນ, ເພາະໃນໜັງສືເຫຼັ້ມນີ້ ລຽງໄວ້ແຕ່ເລື່ອງທີ່ເປັນການຕຣັດເລົ່າປະເພດດຽວເທົ່ານັ້ນ ຖ້າທ່ານບໍ່ເຄີຍສຶກສາພຸດທະປະວັດມາກ່ອນເລີຍ ທ່ານອາດຈະງົງໄປໜ້ອຍໜຶ່ງໃນທີ່ບາງແຫ່ງ. ແຕ່ກໍບໍ່ເຫຼືອວິໄສທີ່ທ່ານຈະເຂົ້າໃຈ ຖ້າພະຍາຍາມຕໍ່ໄປອີກພຽງເລັກນ້ອຍ ໃນການສັງເກດຂໍ້ຄວາມທີ່ເນື່ອງກັນຢູ່ ຫຼື ສໍ້ຖາມຜູ້ທີ່ເຄີຍຮຽນພຸດທະປະວັດຊັ້ນຕົ້ນ ມາແລ້ວກໍໄດ້.
4 ພຸດທະປະວັດຈາກພຣະໂອຖະ - ວິທີໃຊ້ໜັງສືເຫຼັ້ມນີ້
(2) ອ່ານໜັງສືເຫຼັ້ມນີ້ຢ່າງລວກໆ ຖ້ຽວໜຶ່ງກ່ອນ ເພື່ອໃຫ້ຮູ້ແນວຄວາມຂອງເລື່ອງ ສະເພາະສ່ວນທີ່ເປັນໂຕເລື່ອງຫຼືປະວັດ ວ່າມີຢູ່ແບບໃດ. ວິທີທີ່ສະດວກກໍຄື ອ່ານສາລະບານເລື່ອງ ເບິ່ງຫຼາຍໆຖ້ຽວກ່ອນ ແລ້ວຈຶ່ງເປີດອ່ານເລື່ອງບາງເລື່ອງທີ່ຊວນສົງໄສ ເບິ່ງເລື້ອຍໆໄປ.
(3) ໃຊ້ປະທານຸກົມທ້າຍເຫຼັ້ມ ເປັນການອອກບັນຫາຖາມທ່ານເອງ ຢູ່ສະເໝີ ຄໍາໃດສົງໄສຫຼືຊວນຄິດ ກໍເປີດເບິ່ງເລື້ອຍໆ ຈົນບໍ່ມີຄໍາທີ່ຊວນສົງໄສຫຼາຍເກີນໄປ.
----------------
(ງ) ສໍາລັບອຸປາສົກອຸປາສິກາ ລຶ້ງເຄີຍກັບການຟັງເລື່ອງປະຖົມສົມໂພທິມາຫຼາຍແລ້ວ ຈະຕ້ອງອ່ານດ້ວຍໃຈທີ່ເປັນອິສະຣະພຽງພໍທີ່ຈະຟັງເລື່ອງແປກອອກໄປຈາກທີ່ຕົນເອງເຄີຍໄດ້ຍິນໄດ້ຟັງ ບໍ່ປິດປະຕູຂັງໂຕເອງຢູ່ແຕ່ໃນຫ້ອງທີ່ມີແຕ່ສິ່ງຂອງເກົ່າຊໍ້າໆກັນພຽງຢ່າງດຽວ.
(ຈ) ສໍາລັບນັກປະພັນ ທີ່ຈະຕ້ອງບັນຍາຍຊີວິຕຄົນໃນແງ່ຕ່າງໆ ຈະຕ້ອງອ່ານດ້ວຍຄວາມລະມັດລະວັງ ເພື່ອຈະໄດ້ບໍ່ລະບາຍສີທີ່ຜິດພາດລົງໄປໃນຊີວະປະວັຕຂອງພຣະພຸດທະອົງ ໃນເມື່ອຈະມີການປຽບທຽບຫຼືອ້າງອີງ ເມື່ອເຮັດໄດ້ດີທີ່ສຸດໃນເລື່ອງນີ້ແລ້ວ ນັກປະພັນຈະເປັນພວກທີ່ເຮັດໃຫ້ຄໍາສອນ ຫຼືເລື່ອງລາວຂອງພຣະອົງໃຫ້ແພ່ຫຼາຍໄດ້ດີທີ່ສຸດກວ່າພວກອື່ນ.
5
ພາກນໍາ
ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຣະພຸດທະປະວັຕ
6
ພາກນໍາ
ມີເລື່ອງ :- ໂລກະທາດໜຶ່ງມີພຣະພຸດທະເຈົ້າພຽງອົງດຽວ -- ການປາກົດຂອງ ພຣະຕະຖາຄົຕມີໄດ້ຍາກ -- ໂລກທີ່ກໍາລັງມົວເມົາ ກໍຍັງສົນໃຈໃນທັມຂອງ ຕະຖາຄົຕ -- ການມີທັມຂອງພຣະຕະຖາຄົຕຢູ່ໃນໂລກ ຄືຄວາມສຸຂຂອງໂລກ -- ພຣະຕະຖາຄົຕເກີດຂຶ້ນເພື່ອຄວາມສຸຂຂອງໂລກ -- ພຣະຕະຖາຄົຕເກີດຂຶ້ນໃນໂລກ ເພື່ອສະແດງແບບແຫ່ງການຄອງຊີວິຕອັນປະເສີດແກ່ໂລກ -- ພຣະຕະຖາຄົຕເກີດຂຶ້ນສະແດງທັມເພື່ອຄວາມລະງັບ, ດັບ, ຮູ້ -- ຜູ້ເຊື່ອຟັງພຣະຕະຖາຄົຕຈະໄດ້ຮັບປະໂຍຊນ໌ສຸຂຊົ່ວສິ້ນກາລະນານ -- ທົງຂະໜານນາມພຣະອົງຄ໌ເອງວ່າ “ພຸດທະ” -- ເລື່ອງຫຍໍ້ໆທີ່ຄວນຮັບຮູ້ກ່ອນ -- ເລື່ອງສັ້ນໆທີ່ຄວນຮັບຮູ້ກ່ອນ.
7
ພຸດທະປະວັຕຈາກພຣະໂອຖະ
ພາກນໍາ
ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຣະພຸດທະປະວັຕ
------------------------
ໂລກະທາດໜຶ່ງ ມີພຣະພຸດທະເຈົ້າພຽງອົງດຽວ 1








