ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(໒) ແລ້ວໃຊ້ເວລາຄັ້ງຕໍ່ໆໄປ ພຽງແຕ່ເປີດເບິ່ງສະເພາະປະທານຸກົມທ້າຍເຫຼັ້ມໄປເທື່ອລະຄໍາ ຕາມລໍາດັບຂອງປະທານຸກົມ ເມື່ອເບິ່ງເຖິງຄໍາໃດ ຕ້ອງໃຫ້ເນື້ອຄວາມ ຫຼືຄວາມໝາຍຂອງຄໍາຄໍານັ້ນ ປາກົດແຈ່ມແຈ້ງແກ່ທ່ານທັງຫຼາຍຢ່າງທົ່ວເຖິງ ແລະຖືກຕ້ອງທັນທີ, ເພາະທ່ານເຄີຍສຶກສາທັມມະມາຫຼາຍແລ້ວ ຖ້າເນື້ອຄວາມບໍ່ປາກົດແຈ່ມແຈ້ງອອກມາໄດ້ ຊຶ່ງຈະເປັນໃນຕອນທໍາອິດ ກໍໝາຍຄວາມວ່າ ທ່ານຍັງບໍ່ຄຸ້ນເຄີຍກັບໜັງສືເຫຼັ້ມນີ້ກໍໄດ້ ຫຼືເພາະທ່ານຍັງບໍ່ຮູ້ຄວາມໝາຍແຫ່ງຄໍາຄໍານັ້ນກໍໄດ້ ທ່ານຕ້ອງເປີດເບິ່ງເນື້ອເລື່ອງໃນເຫຼັ້ມຕາມໂຕເລກ ຊຶ່ງບອກໜ້າໜັງສືຢູ່ທ້າຍຄໍານັ້ນແລ້ວ. ບາງຄໍາຈະເຖິງກັບເຮັດໃຫ້ທ່ານສະຫງົນຊຶ້ງຄິດບໍ່ອອກ ເຊັ່ນ ຄໍາວ່າການໄຖນາ, ເຄື່ອງດັກປາ, ຄວາມມີຂົນນອນຫຼູບຮາບແລ້ວ, ປູ, ປູກ້າມຫັກ, ຮ້ອງຈ໊ຽບໆ, ດັ່ງນີ້ເປັນຕົ້ນ, ທ່ານບໍ່ຄວນຄິດເລີຍວ່າ ເປັນເລື່ອງບໍ່ສໍາຄັນສໍາລັບທ່ານ ທ່ານຈະຕ້ອງສຶກສາຈົນຮູ້ຄວາມໝາຍອັນລີ້ລັບຂອງຄໍາສັບໃຫ້ຈົນໄດ້, ເຊັ່ນຄໍາວ່າ ປູ ໝາຍເຖິງຄົນເຈົ້າທິຕຖິອວດດີດ້ວຍລັດທິຂອງຕົນ ໄດ້ແກ່ບາງຄົນທີ່ມີທິຕຖິໂຕນໄປໂຕນມາ ເໝືອນປູຍົກກ້າມ ດັ່ງນີ້ເປັນຕົ້ນ. ຊຶ່ງສະຫຼຸບຄວາມໄດ້ວ່າ ຄໍາວ່າປູນັ້ນ ພຣະອົງຄ໌ຕຣັດໃຊ້ເປັນຄໍາປຽບທຽບ ຮຽກຄົນມີທິຕຖິສູງ ອວດດີ ຖ້າທ່ານເບິ່ງປາທານຸກົມໄປຕາມລໍາດັບ ແລ້ວບໍ່ມີອິຫຍັງທີ່ລົບກວນປະສາດ

໒ ພຸດທະປະວັດຈາກພຣະໂອຖະ - ວິທີໃຊ້ໜັງສືເຫຼັ້ມນີ້

ຫຼື ລົບກວນຄວາມສົງໄສຂອງທ່ານ ກໍແປວ່າທ່ານມີຄວາມຮູ້ທັມມະໃນແນວນີ້ຢ່າງເລິກເຊິ່ງແລະທົ່ວເຖິງ ຊະນິດທີ່ຜູ້ຮວບຮວມຂໍຍອມເປັນສິດ.

(໓) ເມື່ອທ່ານຈະເທດ ຫຼື ຈະຂຽນບົດຄວາມບັນຍາຍທັມມະ ທ່ານອາດຈະໄປຕິດຢູ່ທີ່ຄວາມໝາຍຂອງຄໍາບາງຄໍາ ຊຶ່ງບໍ່ແນ່ໃຈວ່າຈະມີຄວາມໝາຍອັນແທ້ຈິງຈັ່ງໃດ ທ່ານອາດໃຊ້ການຄົ້ນເບິ່ງໄດ້ງ່າຍໆ ຈາກປາທານຸກົມນີ້, ຫຼື ເມື່ອທ່ານສົງໄສວ່າຄໍາຄໍານັ້ນ ຫຼື ເລື່ອງໆນັ້ນ ມີທີ່ມາໃນເລື່ອງຫຍັງ ຫຼື ສູຕໃດກັນແທ້ ທັງທີ່ທ່ານເຂົ້າໃຈຄວາມໝາຍດີແລ້ວ ແຕ່ຢາກຈະໄດ້ທີ່ມາອັນເປັນຫຼັກຖານ ຫຼື ຢາກຮູ້ວ່າ ພຣະອົງຄ໌ໄດ້ຕຣັດໄວ້ເອງແນວໃດ ທ່ານສົມຄວນທີ່ຈະເປີດເບິ່ງຈົນພົບທີ່ມາ ຫຼື ພົບພຣະພຸດທະພາສິຕ ເລື່ອງນັ້ນໆ, ບໍ່ດົນເທົ່າໃດ ທ່ານຈະມີຄວາມຄ່ອງແຄ່ວຕໍ່ການເທດ ຫຼື ການຂຽນທີ່ມີຫຼັກຖານ.

(ຂ) ສໍາລັບຜູ້ທີ່ເປັນນັກປະຕິບັດທັມທາງໃຈໂດຍສະເພາະ ທ່ານມີວິທີໃຊ້ໜັງສືເຫຼັ້ມນີ້ ຊະນິດທີ່ເພື່ອນຝູງຂອງທ່ານໄດ້ເຄີຍໃຊ້ເປັນປະໂຍຊນ໌ມາແລ້ວ ດັ່ງນີ້ຄື :

(໑) ເລືອກອ່ານສະເພາະເລື່ອງ ທີ່ທ່ານເຫັນວ່າເປັນເລື່ອງການປະຕິບັດທັມ ຕາມຮອຍພຣະຍຸຄົນບາດໂດຍກົງ ໃຫ້ທົ່ວເຖິງທຸກເລື່ອງ ດ້ວຍຄວາມສົນໃຈເປັນພິເສດເສຍຖ້ຽວໜຶ່ງກ່ອນ ເພາະຢ່າງໜ້ອຍຈະຕ້ອງມີເລື່ອງທີ່ທ່ານບໍ່ເຄີຍໄດຍິນໄດ້ຟັງຢູ່ບາງເລື່ອງ.

(໒) ໃຊ້ເວລາເປັນປະຈໍາວັນ ທົບທວນຄວາມຈໍາ ແລະຄວາມເຂົ້າໃຈ ຂອງທ່ານໂດຍໃຊ້ຄໍາໃນປາທານຸກົມເປັນຫຼັກ ແຕ່ຕ້ອງເປັນຄໍາສະເພາະຂອງເລື່ອງທີ່ກ່ຽວກັບການຈະເລີນພາວະນາໂດຍກົງ. ຊຶ່ງອາດຈະຈັດເຮັດ ໃນຮູບການສາກັດສາ ຫຼື ໃຫ້ຜູ້ອື່ນຊ່ວຍຕັ້ງຄໍາຖາມ ແລ້ວໃຫ້ທ່ານຕອບ.

ວິທີໃຊ້ໜັງສືເຫຼັ້ມນີ້ ໓

ເຊັ່ນວ່າເຂົາຈະເປີດປະທານນຸກົມແລ້ວ ເລືອກຄໍາຂຶ້ນຖາມທ່ານວ່າ ຄໍາເຫຼົ່ານີ້ໝາຍຄວາມວ່າແນວໃດ : ການກໍານົດຮູ້ກາມສັນຍາ, ຂໍ້ປະຕິບັດເພື່ອຄວາມຈະເຣີນແຫ່ງອິດທິບາດ, ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ, ຄວາມເພັ່ງຮູບຈົນເກີນໄປ, ຄວາມມີອໍານາດເໜືອຈິຕໃນຄອງແຫ່ງວິຕົກທັງຫຼາຍ, ຈົງກົມແກ້ຄວາມຢ້ານ, ຈໍາແສງສະຫວ່າງໄດ້ແຕ່ບໍ່ເຫັນຮູບ, ຈັບນົກກະຈາບຫຼົມມືໂພດ, ຕຶກຕາມຕອງຕາມດົນເກີນໄປ, “ຈັບນົກຕາຍໃນມື”, ສະມາທິເຄື່ອນ, ສະມາທິໜ້ອຍ, ອຸບພິລະ, ສັມພິຕັຕຕະ, ອື່ນໆ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ