ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ສັງໂຍຊນ໌ສາມ ອັນພິກຂຸ ທ. ເຫຼົ່າໃດລະໄດ້ຂາດແລ້ວ ; ພິກຂຸ ທ. ເຫຼົ່ານັ້ນທັງໝົດ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທໍາມະດາ ເປັນຜູ້ທ່ຽງແທ້ ມີສັມໂພທິຍານເປັນທີ່ໄປໃນເບື້ອງໜ້າ. (ນີ້ຄືຜົລອັນດັບທີສີ່).
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ເກີດມີພິກຂຸ ທ. ເຫຼົ່າໃດ ເປັນທັມມານຸສາຣີ ເປັນ ສັດທານຸສາຣີ ; ພິກຂຸ ທ. ! ເຫຼົ່ານັ້ນທັງໝົດ ມີສັມໂພທິຍານເປັນທີ່ໄປໃນເບື້ອງໜ້າ. (ນີ້ຄືຜົລອັນດັບທີຫ້າ).
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ຄຸນນະທັມສັກແຕ່ວ່າສັດທາ ສັກວ່າຄວາມຮັກ ຂອງບຸກຄົນ ທ. ເຫຼົ່າໃດ ເກີດຂຶ້ນໃນເຮົາ ; ບຸກຄົນ ທ. ເຫຼົ່ານັ້ນທັງໝົດ ມີສະຫວັນເປັນທີ່ໄປໃນເບື້ອງໜ້າ. (ນີ້ຄືຜົລອັນດັບທີຫົກ).
໒໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ສິ່ງທີ່ຕຣັສຮູ້ແຕ່ບໍ່ທົງເອົາມາສອນ
ມີຫຼາຍກວ່າທີ່ທົງເອົາມາສອນຫຼາຍຍິ່ງແທ້ ໑
ພຣະຜູ້ມີພຣະພາຄເຈົ້າ ທົງກໍາໃບໄມ້ສີສະປາ ທີ່ຫຼົ່ນຢູ່ຕາມພື້ນດິນຂຶ້ນມາໜ້ອຍໜຶ່ງແລ້ວ ຕຣັດແກ່ພິກຂຸທັງຫຼາຍວ່າ :-
ພິກຂຸ ທ. ! ເຈົ້າທັງຫຼາຍເຂົ້າໃຈວ່າແນວໃດ : ໃບໄມ້ສີສະປາທີ່ເຮົາກໍາຂຶ້ນໜ້ອຍໜຶ່ງນີ້ຫຼາຍ ຫຼືວ່າໃບໄມ້ສີສະປາ ທີ່ຍັງຢູ່ເທິງຕົ້ນນັ້ນຫຼາຍ ?
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ໃບໄມ້ທີ່ພຣະຜູ້ມີພຣະພາຄທົງກໍາຂຶ້ນໜ້ອຍໜຶ່ງນັ້ນ ເປັນຂອງໜ້ອຍ ສ່ວນໃບໄມ້ທີ່ຍັງຢູ່ເທິງຕົ້ນສີສະປາ ເຫຼົ່ານັ້ນຍ່ອມມີຫຼາຍ”.
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທັມສ່ວນທີ່ເຮົາຮູ້ຍິ່ງດ້ວຍປັນຍາອັນຍິ່ງແລ້ວບໍ່ກ່າວສອນ ນັ້ນ ມີຫຼາຍກວ່າສ່ວນທີ່ເອົາມາກ່າວສອນ. ພິກຂຸ ທ. ! ເຫດໃດໜໍ ເຮົາຈຶ່ງບໍ່ກ່າວສອນທັມສ່ວນນັ້ນໆ ? ພິກຂຸ ທ. ! ເພາະເຫດວ່າ ທັມສ່ວນນັ້ນໆ ບໍ່ປະກອບຢູ່ດ້ວຍປະໂຍຊນ໌ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ, ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ບໍ່ເປັນໄປເພື່ອຄວາມຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ບໍ່ເປັນໄປເພື່ອຄວາມສະງົບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ບໍ່ເປັນໄປເພື່ອຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ, ສະນັ້ນ ເຮົາຈຶ່ງບໍ່ກ່າວສອນ.
ພິກຂຸ ທ. ! ທັມອັນໃດໜໍ ເປັນທັມທີ່ເຮົາກ່າວສອນ ? ພິກຂຸ ທ. ! ທັມທີ່ເຮົາກ່າວສອນ ຄືຂໍ້ທີ່ວ່າ ຄວາມທຸກຂ໌ ເປັນແນວນີ້ໆ, ເຫດເປັນທີ່ເກີດຂອງຄວາມທຸກຂ໌ ເປັນແນວນີ້ໆ, ຄວາມດັບສະນິດຂອງຄວາມທຸກຂ໌ ເປັນແນວນີ້ໆ, ຂໍ້ປະຕິບັດເພື່ອເຖິງ ຄວາມດັບສະນິດຂອງຄວາມທຸກຂ໌ ເປັນແນວນີ້ໆ.
໑. ບາລີ ມຫາວາຣ. ສັງ. ໑໙/໕໔໘/໑໗໑໒. ຕຣັດແກ່ພິກຂຸທັງຫຼາຍ ທີ່ປ່າສີສະປາ ໃກ້ເມືອງໂກສັມພີ.
ໄມ້ສີສະປານີ້ ແປກັນມາວ່າໄມ້ດູ່ລາຍ. ປະທານຸກົມສັນສະກິດແປວ່າຕົ້ນອະໂສກ, ແລະບາງສະບັບ
ໃຫ້ຄໍາແປໄວ້ວ່າ Dalvergia Sissoo.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໘໕








