ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເພາະເຫດໃດໜໍ ທັມເຫຼົ່ານີ້ເຮົາຈຶ່ງເອົາມາກ່າວສອນ ? ພິກຂຸ ທ. ! ເພາະວ່າທັມສ່ວນນີ້ ປະກອບຢູ່ດ້ວຍປະໂຍຊນ໌ ເປັນເບຶ້ອງຕົ້ນແຫ່ງພຣົມມະຈັນ ເປັນໄປເພື່ອຄວາມເບື່ອໜ່າຍ ເປັນໄປເພື່ອຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ເປັນໄປເພື່ອຄວາມສະງົບ ເປັນໄປເພື່ອຄວາມຮູ້ຍິ່ງ ເປັນໄປເພື່ອຄວາມຮູ້ພ້ອມ ເປັນໄປເພື່ອນິບພານ, ເພາະເຫດນັ້ນແລ ເຮົາຈຶ່ງເອົາມາກ່າວສອນ.

ຄໍາຂອງພຣະອົງ ຕົງເປັນອັນດຽວກັນໝົດ ໑

ພິກຂຸ ທ. ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ ອະນຸດຕະຣະສັມມາສັມໂພທິຍານ ຈົນກະທັ່ງເຖິງຣາຕຣີ ທີ່ຕະຖາຄົຕປະຣິນິບພານ ດ້ວຍອະນຸປາທິເສສະນິບພານທາດ, ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນ ພໍ່າສອນ ສະແດງອອກ ຊຶ່ງຖ້ອຍຄໍາໃດ ຖ້ອຍຄໍາເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ ໂດຍປະການດຽວທັງໝົດທັງສິ້ນ ບໍ່ແຍກກັນເປັນປະການອື່ນເລີຍ.

ພິກຂຸ ທ. ! (ອັນນຶ່ງ) ຕະຖາຄົຕກ່າວແນວໃດ ເຮັດແນວນັ້ນ, ເຮັດແນວໃດ ກ່າວແນວນັ້ນ.

ທົງມີການກ່າວທີ່ບໍຂັດແຍ້ງກັບບັນດິຕຊົນໃນໂລກ ໒

ພິກຂຸ ທ. ! ເຮົາຍ່ອມບໍ່ກ່າວຂັດແຍ້ງ (ວິວາດ) ກັບໂລກ ແຕ່ໂລກຕ່າງຫາກຍ່ອມກ່າວຂັດແຍ້ງຕໍ່ເຮົາ. ພິກຂຸ ທ. ! ຜູ້ເປັນທັມມະວາທີ ຍ່ອມບໍ່ກ່າວຂັດແຍ້ງກັບໃຜໆໃນໂລກ. ພິກຂຸ ທ. ! ສິ່ງໃດທີ່ບັນດິຕໃນໂລກສົມມຸດ (ຮູ້ເໝືອນໆກັນ) ວ່າບໍ່ມີ ແມ່ນວ່າເຮົາກໍກ່າວສິ່ງນັ້ນວ່າບໍ່ມີ. ພິກຂຸ ທ. ! ສິ່ງໃດທີ່ບັນດິຕໃນໂລກສົມມຸດວ່າມີ ແມ່ນວ່າເຮົາກໍກ່າວສິ່ງນັ້ນວ່າມີ.

໑. ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓. ຕຣັດແກ່ພິກຂຸທັງຫຼາຍ.

໒. ບາລີ ຂັນທ. ສັງ. ໑໗/໑໖໙/໒໓໙. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

໒໘໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ອັນໃດໜໍ ທີ່ບັນດິຕໃນໂລກສົມມຸດວ່າບໍ່ມີ ແລະເຮົາກໍກ່າວວ່າບໍ່ມີ ?

ພິກຂຸ ທ. ! ຮູບ ທີ່ທ່ຽງ ທີ່ຢັ້ງຢືນ ທີ່ທ່ຽງແທ້ ທີ່ບໍ່ມີການແປປ່ຽນເປັນທໍາມະດາ ບັນດິຕໃນໂລກສົມມຸດວ່າບໍ່ມີ ແມ່ນວ່າເຮົາກໍກ່າວວ່າບໍ່ມີ. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍຕຣັດໄວ້ໂດຍຫຼັກເກນແນວດຽວກັນກັບໃນກໍລະນີຮູບທີ່ກ່າວແລ້ວ) ພິກຂຸ ທ. ! ຂໍ້ນີ້ແລ ທີ່ບັນດິຕໃນໂລກສົມມຸດວ່າບໍ່ມີ ແລະເຮົາກໍກ່າວວ່າບໍ່ມີ.

ພິກຂຸ ທ. ! ອັນໃດໜໍ ທີ່ບັນດິຕໃນໂລກສົມມຸດວ່າມີ ແລະເຮົາກໍກ່າວວ່າມີ ?

ພິກຂຸ ທ. ! ຮູບ ທີ່ບໍ່ທ່ຽງ ເປັນທຸກຂ໌ ມີການແປປ່ຽນເປັນທໍາມະດາ ບັນດິຕໃນໂລກສົມມຸດວ່າມີ ແມ່ນວ່າເຮົາກໍກ່າວວ່າມີ. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍຕຣັດໄວ້ໂດຍຫຼັກເກນແນວດຽວກັນກັບໃນກໍລະນີຮູບທີ່ກ່າວແລ້ວ) ພິກຂຸ ທ. ! ຂໍ້ນີ້ແລ ທີ່ບັນດິຕໃນໂລກສົມມຸດວ່າມີ ແລະເຮົາກໍກ່າວວ່າມີ, ດັ່ງນິີ້.

ທົງສອນສະເພາະແຕ່ເລື່ອງທຸກຂ໌

ກັບຄວາມດັບສະນິດຂອງທຸກຂ໌ ໑

ພິກຂຸ ທ. ! ທັງທີ່ເຮົາມີຖ້ອຍຄໍາແນວນີ້ ມີການກ່າວດັ່ງນີ້ ສະມະນະແລະພຣາມບາງພວກ ຍັງກ່າວຕູ່ເຮົາດ້ວຍຄໍາບໍ່ຈິງ ເປົ່າໆ ລອຍໆ ບໍ່ມີຈິງເປັນຈິງວ່າ “ພຣະສະມະນະໂຄດົມ ຊຶ່ງເປັນຄົນຈູງຄົນໃຫ້ເດີນຜິດທາງໄປສູ່ຄວາມຈິບຫາຍ ; ຍ່ອມບັນຍັດລັດທິຄວາມສູນເປົ່າ ຄວາມວິນາດ ຄວາມບໍ່ມີ ຂອງສັຕ ຄົນ ຕົວຕົນເຮົາເຂົາ ຂຶ້ນສັ່ງສອນ” ດັ່ງນີ້.

ພິກຂຸ ທ. ! ສະມະນະແລະພຣາມບາງພວກເຫຼົ່ານັ້ນ ກ່າວຕູ່ເຮົາດ້ວຍຄໍາບໍ່ຈິງເປົ່າໆ ລອຍໆ ບໍ່ມີຈິງເປັນຈິງ ໂດຍປະການທີ່ເຮົາບໍ່ໄດ້ກ່າວ ຫຼືຈະກ່າວແນວນັ້ນກໍຫາບໍ່ໄດ້.

໑. ບາລີ ອະລະຄັທທູປະມະສູຕ ມູ. ມ. ໑໒/໒໗໘/໒໘໖. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໘໗

ພິກຂຸ ທ. ! ໃນກາລກ່ອນກໍຕາມ ໃນບັດນີ້ກໍຕາມ ເຮົາບັນຍັດຂຶ້ນສອນແຕ່ເລື່ອງຄວາມທຸກຂ໌ ແລະຄວາມດັບສະນິດບໍ່ມີເຫຼືອຂອງຄວາມທຸກຂ໌ ເທົ່ານັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ