ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ກັສສະປະ ! ຫົນທາງນັ້ນເປັນແນວໃດໜໍ ? ປະຕິປະທານັ້ນເປັນແນວໃດໜໍ ? ຫົນທາງນັ້ນຄື ຫົນທາງອັນປະເສີດ ປະກອບດ້ວຍອົງແປດປະການ ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການທໍາການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ກັສສະປະ ! ນິ້ແລເປັນຫົນທາງ ເປັນປະຕິປະທາ ຊຶ່ງຜູ້ປະຕິບັດຕາມນັ້ນແລ້ວ ຈະຮູ້ໄດ້ເອງ ຈະເຫັນໄດ້ເອງແທ້ແລ ວ່າພຣະສະມະນະໂຄດົມ ເປັນຜູ້ມີປົກກະຕິ ກ່າວຖືກຕ້ອງຕາມກາລ ກ່າວຖືກຕ້ອງຕາມທີ່ເປັນຈິງ ກ່າວໂດຍອັດຖະ ກ່າວໂດຍທັມ ກ່າວໂດຍວິນັຍ ດັ່ງນີ້.
ທົງສະແດງສວາກຂາຕະທັມທີ່ມີຜົລ ໖ ອັນດັບ
(ມີສະຫວັນເປັນຢ່າງຕໍ່າສຸດ) ໒
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ
໑. ບາລີ ມຫາສີຫະນາທະສູຕ ສີ. ທີ. ໙/໒໐໙/໒໖໕. ຕຣັດແກ່ອະເຈລະກັສສະປະ
ທີ່ກັນນະກະຖະລະມິຄະທາຍະວັນ ໃກ້ເມືອງອຸຊຸນຍາ.
໒. ບາລີ ອະລະຄັດທູປະມະສູຕ ມູ. ມ. ໑໒/໒໘໐/໒໘໘. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໒໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ເກີດມີພິກຂຸເຫຼົ່າໃດ ເປັນພຣະອະຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ມີພຣົມມະຈັນຢູ່ຈົບແລ້ວ ມີກິດທີ່ຕ້ອງເຮັດອັນເຮັດສໍາເລັດແລ້ວ ມີຂອງໜັກອັນປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມບັນລຸແລ້ວ ມີສັງໂຍຊນ໌ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວດວຍປັນຍາເປັນເຄື່ອງຮູ້ໂດຍຖືກຕ້ອງ ; ວັຕຕະຂອງພິກຂຸ ທ. ເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັດອີກຕໍ່ໄປ. (ນີ້ຄືຜົລອັນດັບທີໜຶ່ງ).
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ໂອຣັມພາຄິຢະສັງໂຍຊນ໌ທັງຫ້າ ອັນພິກຂຸ ທ. ເຫຼົ່າໃດລະຂາດແລ້ວ ; ພິກຂຸ ທ. ເຫຼົ່ານັ້ນ ທັງໝົດ ເປັນຜູ້ ເປັນໂອປະປາຕິກະ ເປັນຜູ້ປະຣິນິບພານໃນພົບນັ້ນ ມີທໍາມະດາບໍ່ວຽນກັບຈາກໂລກນັ້ນ. (ນີ້ຄືຜົລອັນດັບທີສອງ).
ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວໄວ້ດີແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ ເປັນທັມມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ. ພິກຂຸ ທ. ! ໃນທັມອັນເຮົາກ່າວໄວ້ດີແລ້ວ .... ມີສ່ວນເນົ່າເສຍອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ ເຊັ່ນນີ້, ສັງໂຍຊນ໌ທັງສາມ ອັນພິກຂຸທັງ ທ. ເຫຼົ່າໃດລະຂາດແລ້ວ ເປັນຜູ້ມີ ຣາຄະ ໂທສະ ໂມຫະ ເບົາບາງ ; ພິກຂຸ ທ. ເຫຼົ່ານັ້ນ ທັງໝົດ ເປັນຜູ້ ເປັນສະກະທາຄາມີ ມາສູ່ໂລກນີ້ຄັ້ງດຽວເທົ່ານັ້ນ ແລ້ວຈັກເຮັດທີ່ສຸດແຫ່ງທຸກຂ໌ໄດ້. (ນີ້ຄືຜົລອັນດັບທີສາມ).
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໘໓








