ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(ຂໍ້ຄວາມຕໍ່ໄປນີ້ ໄດ້ຕຣັດເຖິງ ຊາດ-ພົບ-ອຸປາທານ-ຕັນຫາ-ເວທະນາ-ຜັສສະ-ສະລາຢະຕະນະ-ນາມຮູບ- ວິນຍານ-ສຸດລົງພຽງ-ສັງຂາຣ (ແຕ່ລະຢ່າງ) ໂດຍອາການທັງສີ່ ດັ່ງທີ່ໄດ້ຕຣັດໃນກໍລະນີແຫ່ງຊະຣາມໍຣະນະ ເໝືອນກັນທຸກໂຕອັກສອນ ເວັ້ນແຕ່ຊື່ຂອງໂຕປະຕິຈຈະສະມຸບປັນນະທັມ ນັ້ນໆ ເທົ່ານັ້ນ).

ພິກຂຸ ທ. ! ເຮົານັ້ນ ຄັນຮູ້ຍິ່ງສະເພາະແລ້ວຊຶ່ງຫົນທາງນັ້ນ, ໄດ້ບອກແລ້ວແກ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາທັງຫຼາຍ.

ພິກຂຸ ທ. ! ພຣົມມະຈັນນີ້ ທີ່ເຮົາກ່າວບອກແລ້ວນັ້ນ, ໄດ້ເປັນ ພຣົມມະຈັນຕັ້ງໝັ້ນ ແລະຮຸ່ງເຮືອງແລ້ວ ເປັນພຣົມມະຈັນແພ່ໄພສານ ເປັນທີ່ຮູ້ທົ່ວແຫ່ງຊົນສ່ວນຫຼາຍ ເປັນປຶກແຜ່ນແໜ້ນໜາ ຈົນກະທັ່ງເທວະດາ ແລະມະນຸສທັງຫຼາຍ ສາມາດປະກາດໄດ້ດ້ວຍດີແລ້ວ, ດັ່ງນີ້.

ທົງປະກາດພຣົມມະຈັນ ໜ້າດື່ມເໝືອນມັນດະ ໑

ພິກຂຸ ທ. ! ທັມ ເປັນທັມອັນເຮົາກ່າວດີແລ້ວ ເຊັ່ນນີ້ ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງຂວໍ້າທີ່ຫງາຍແລ້ວ, ເປັນທັມອັນເຮັດໃຫ້ເປັນດຸດດັ່ງຂອງປົກປິດທີ່ເປີດແລ້ວ, ເປັນທັມອັນເຮົາຕະຖາຄົຕປະກາດດັງກ້ອງແລ້ວ, ເປັນທັມ ມີສ່ວນເນົ່າເສຍ ອັນເຮົາຕະຖາຄົຕຕັດສ່ຽນອອກໝົດສິ້ນແລ້ວ.

໑. ບາລີ ທຸຕິຢະສູຕ ທະສະພະລະວັກຄະ ນິທານ. ສັງ. ໑໖/໓໔/໖໖.

໒໘໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ເມື່ອທັມນີ້ ເປັນທັມອັນເຮົາກ່າວດີແລ້ວເຊັ່ນນີ້ ໆລໆ, ຍ່ອມເປັນການສົມຄວນແລ້ວນັ້ນແລ ທີ່ກຸລະບຸຕຜູ້ບວດແລ້ວດ້ວຍສັດທາ ຈະຍ່ອມປາຣົບຄວາມພຽນ ດ້ວຍການອະທິດຖານຈິຕວ່າ “ແມ່ນວ່າ ໜັງ ເອັນ ກະດູກ ເທົ່ານັ້ນ ຈະເຫຼືອຢູ່, ຊີ້ນແລະເລືອດໃນສະຣີຣະນີ້ ຈັກເຫືອດແຫ້ງໄປກໍຕາມທ້ອນ : ປະໂຍຊນ໌ອັນໃດ ອັນບຸກຄົນຈະຍ່ອມບັນລຸເຖິງໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ຄວາມບາກບັ່ນຂອງບຸຣຸສ ; ຖ້າຍັງບໍ່ບັນລຸປະໂຍຊນ໌ນັ້ນແລ້ວ ຈະຢຸດຄວາມພຽນຂອງບຸຣຸສເສຍ ເປັນບໍ່ມີ” ດັ່ງນີ້.

ພິກຂຸ ທ. ! ພຣົມມະຈັນນີ້ ໜ້າດື່ມ ເໝືອນມັນດະຍອດໂອຊາຣົສແຫ່ງນົມງົວ ທັງພຣະສາສດາ ກໍຢູ່ ນະ ທີ່ສະເພາະຕໍ່ໜ້ານີ້ແລ້ວ. ພິກຂຸ ທ. ! ເພາະສະນັ້ນ ເຈົ້າທັງຫຼາຍ ຈົ່ງປາຣົບຄວາມພຽນເຖີ້ນ ເພື່ອການບັນລຸເຖິງເຊິ່ງທັມອັນຍັງບໍ່ບັນລຸ, ເພື່ອການເຖິງທັບເຊິ່ງທັມອັນຍັງບໍ່ເຖິງທັບ, ເພື່ອການເຮັດໃຫ້ແຈ້ງເຊິ່ງທັມອັນຍັງບໍ່ໄດ້ເຮັດໃຫ້ແຈ້ງ. ເມື່ອເປັນແນວນີ້ ບັນພະຊານີ້ຂອງເຮົາທັງຫຼາຍ ຈະເປັນບັນພະຊາບໍ່ ຕໍ່າຊາມ ຈະບໍ່ເປັນໝັນເປົ່າ ແຕ່ຈະເປັນບັນພະຊາທີ່ມີຜົລ ເປັນບັນພະຊາທີ່ມີກໍາໄລ. ພວກເຮົາທັງຫຼາຍ ບໍຣິໂພກຈີວອນ ບິນດະບາຕ ເສນາສະນະແລະເພສັຊບໍຣິຂາຣຂອງຊົນທັງຫຼາຍເຫຼົ່າໃດ, ການກະທໍານັ້ນໆ ຂອງຊົນທັງຫຼາຍເຫຼົ່ານັ້ນ ໃນເຮົາທັງຫຼາຍ ຈະເປັນການກະທໍາທີ່ມີຜົລໃຫຍ່ ມີອານິສົງໃຫຍ່ ດັ່ງນີ້. ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງຕັ້ງຄວາມສໍານຶກ ດັ່ງນີ້ແລ.

ພິກຂຸ ທ. ! ຄົນຜູ້ກຽດຄ້ານ ຍ່ອນຢູ່ເປັນທຸກຂ໌, ຄົນເລຢູ່ດ້ວຍອະກຸສົລທັມອັນລາມົກທັງຫຼາຍດ້ວຍ, ຍ່ອມເຮັດປະໂຍຊນ໌ອັນໃຫຍ່ຫຼວງຂອງຕົນເອງໃຫ້ເສື່ອມດ້ວຍ. ພິກຂຸ ທ. ! ສ່ວນບຸກຄົນຜູ້ມີຄວາມພຽນອັນປາຣົບແລ້ວ ຍ່ອມຢູ່ເປັນສຸຂ, ສະງົບແລ້ວຈາກອະກຸສົລທັມອັນລາມົກທັງຫຼາຍດ້ວຍ, ຍ່ອມສ້າງປະໂຍຊນ໌ອັນໃຫຍ່ຫຼວງຂອງຕົນໃຫ້ບໍຣິບູນດ້ວຍ. ພິກຂຸ ທ. ! ການບັນລຸທັມອັນເລີດ ດ້ວຍການປະພຶດອັນຕໍ່າ ຍ່ອມມີບໍ່ໄດ້ເລີຍ ; ແຕ່ການບັນລຸທັມອັນເລີດ ດ້ວຍການປະພຶດທີ່ເລີດ ຍ່ອມມີໄດ້ ແລ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໘໑

ທົງສະແດງຫົນທາງທີ່ຜູ້ປະຕິບັດຕາມແລ້ວ

ຈະເຫັນໄດ້ເອງວ່າຖືກຕ້ອງ ໑

ກັສສະປະ ! ຫົນທາງມີຢູ່ ປະຕິປະທາມີຢູ່ ຊຶ່ງຜູ້ປະຕິບັດຕາມນັ້ນແລ້ວ ຈະຮູ້ໄດ້ເອງ ຈະເຫັນໄດ້ເອງແທ້ແລ ວ່າພຣະສະມະນະໂຄດົມ ເປັນຜູ້ມີປົກກະຕິກ່າວຖືກຕ້ອງຕາມກາລ ກ່າວຖືກຕ້ອງຕາມທີ່ເປັນຈິງ ກ່າວໂດຍອັດຖະ ກ່າວໂດຍທັມ ກ່າວໂດຍວິນັຍ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ