ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຣາຊະກຸມາຣ ! ເຫຼົ່ານີ້ແລ ເປັນອົງອັນຄວນແກ່ການປະກອບຄວາມພຽນ ໕ ອົງ. ຣາຊະກຸມາຣ ! ພິກຂຸຜູ້ປະກອບດ້ວຍອົງ ໕ ອົງເຫຼົ່ານີ້, ເມື່ອໄດ້ຕະຖາຄົຕເປັນຜູ້ນໍາ ກໍຍ່ອມເຮັດໃຫ້ບັນລຸແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນ ອັນເປັນສິ່ງທີ່ບໍ່ມີອັນໃດອື່ນຍິ່ງໄປກວ່າ ອັນເປັນທີ່ປາຖນາຂອງກຸລະບຸຕທັງຫຼາຍ ຜູ້ອອກຈາກເຮືອນໄປບວດ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຖືກຕ້ອງ, ໄດ້ໃນພົບອັນຕົນເຫັນແລ້ວນີ້ ດ້ວຍປັນຍາອັນຍິ່ງຂອງຕົນເອງ ເຂົ້າເຖິງແລ້ວແລຢູ່ໄດ້, ຊົ່ວເວລາ ໗ ປີ.
ຣາຊະກຸມາຣ ! ໗ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໖ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໕ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໔ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໓ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໒ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໑ ປີຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໗ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໖ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໕ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໔ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໓ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໒ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໑ ເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ເຄິ່ງເດືອນຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໗ ວັນ ໗ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໖ ວັນ ໖ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
໒໗໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ຣາຊະກຸມາຣ ! ໕ ວັນ ໕ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໔ ວັນ ໔ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໓ ວັນ ໓ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໒ ວັນ ໒ ຄືນ ຈົ່ງຍົກໄວ້ກໍໄດ້ ...ໆລໆ...
ຣາຊະກຸມາຣ ! ໑ ວັນ ໑ ຄືນ ຈົ່ງຍົກໄວ້, ພິກຂຸຜູ້ ປະກອບດ້ວຍອົງຄວນແກ່ການປະກອບຄວາມພຽນ ໕ ອົງເຫຼົ່ານີ້ແລ້ວ ໄດ້ຕະຖາຄົຕເປັນຜູ້ນໍາ, ອັນເຮົາກ່າວສອນແລ້ວໃນຕອນແລງ ຮຸ່ງເຊົ້າ ກໍຈະບັນລຸຄຸນວິເສດ, ອັນເຮົາກ່າວສອນແລ້ວໃນຕອນເຊົ້າ ແລງລົງ ກໍຈະບັນລຸຄຸນວິເສດ,
“ອະໂຫ ! ພຸດໂທ, ອະໂຫ ! ທັມໂມ, ອະໂຫ ! ຄວາມທີ່ພຣະທັມເປັນສິ່ງທີ່ພຣະຜູ້ມີ ພຣະພາຄຕຣັດໄວ້ຢ່າງດີແລ້ວ, ໃນເພາະເຫດທີ່ກຸລະບຸຕ ຊຶ່ງເມື່ອຜູ້ມີພຣະຜູ້ມີພຣະພາຄກ່າວສອນໃນຕອນແລງ ເຊົ້າຂຶ້ນກໍຈະບັນລຸຄຸນວິເສດ, ມີພຣະຜູ້ມີພຣະພາຄກ່າວສອນໃນຕອນເຊົ້າ ແລງລົງກໍຈະບັນລຸຄຸນວິເສດ” ໂພທິຣາຊະກຸມາຣ ທູນສະໜອງດ້ວຍຄວາມອັດສະຈັນໃຈຕົນເອງ.
ທົງປະກາດພຣົມມະຈັນ
ໃນລັກສະນະທີ່ເທວະດາມະນຸສປະກາດຕາມໄດ້ ໑
ພິກຂຸ ທ. ! ກໍຮອຍທາງເກົ່າທີ່ເຄີຍເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍໃນກາລກ່ອນເຄີຍທົງດໍາເນີນແລ້ວ ນັ້ນເປັນແນວໃດໜໍ ? ນັ້ນຄື ອະຣິຍະອັຕຖັງຄິກະມັກຄະນີ້ນັ້ນແລ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ແລ ຮອຍທາງເກົ່າທີ່ເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍ ໃນກາລກ່ອນເຄີຍທົງດໍາເນີນແລ້ວ.
໑. ບາລີ ສູຕທີ ໕ ມຫາວັກຄະ ອະພິສມຢສັງຢຸຕ ນິທານ. ສັງ. ໑໖/໑໒໘/໒໕໓. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໗໙
ເຮົານັ້ນ ໄດ້ດໍາເນີນໄປຕາມແລ້ວເຊິ່ງຫົນທາງນັ້ນ, ເມື່ອດໍາເນີນຕາມໄປຢູ່ ເຊິ່ງຫົນທາງນັ້ນ, ເຮົາໄດ້ຮູ້ຍິ່ງສະເພາະແລ້ວຊຶ່ງ ຊະຣາມໍຣະນະ, ຊຶ່ງ ເຫດໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຊຶ່ງ ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຊຶ່ງ ຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ;








