ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອະຣະຫັນຕະສັມມາສັມພຸດທະ.

ຄໍາວ່າ “ທາງ ໒ ແຍກ” ນັ້ນ ເປັນຄໍາໝາຍເຖິງ ວິຈິກິຈສາ.

ຄໍາວ່າ “ທາງຊ້າຍ” ນັ້ນ ເປັນຄໍາໝາຍເຖິງ ມິຈສາມັກຄະອັນປະກອບດ້ວຍອົງ ໘ ກ່າວຄື ມິຈສາທິຕຖິ ມິຈສາສັງກັບປະ ມິຈສາວາຈາ ມິຈສາກັມມັນຕະ ມິຈສາອາຊີວະ ມິຈສາວາຢາມະ ມິຈສາສະຕິ ມິຈສາສະມາທິ.

ຄໍາວ່າ “ທາງຂວາ” ນັ້ນ ເປັນຄໍາໝາຍເຖິງ ອະຣິຍະອັຕຖັງຄິກະມັກຄະ ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

໑. ບາລີ ຂັນທ. ສັງ. ໑໗/໑໓໑/໑໙໗. ຕຣັດແກ່ພຣະຕິສສະ ຜູ້ບໍ່ປະສົບຄວາມສໍາເລັດໃນການປະຕິບັດ

ບໍ່ຍິນດີໃນພຣົມມະຈັນ ມີຄວາມສົງໄສຢູ່ ; ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໗໑

ຄໍາວ່າ “ເຂດປ່າໜາຕຶບ” ນັ້ນ ເປັນຄໍາໝາຍເຖິງ ອະວິຊຊາ.

ຄໍາວ່າ “ຫຼົ່ມນໍ້າໃຫຍ່ມີເປືອກຕົມ” ນັ້ນ ເປັນຄໍາໝາຍເຖິງ ກາມທັງຫຼາຍ.

ຄໍາວ່າ “ເຫວສູງຊັນ” ນັ້ນ ເປັນຄໍາໝາຍເຖິງ ຄວາມໂກດ ຄັບແຄ້ນໃຈ.

ຄໍາວ່າ “ພູມພາກອັນສະໝໍ່າສະເໝີ ໜ້າພິຣົມໃຈ” ນັ້ນ ເປັນຄໍາໝາຍເຖິງ ພຣະນິບພານ.

ຕິສສະ ! ເຈົ້າຈົ່ງຍິນດີ, ຕິສສະ ! ເຈົ້າຈົ່ງຍິນດີຕາມທີ່ເຮົາກ່າວບອກ ຕາມທີ່ເຮົາອະນຸເຄາະ ຕາມທີ່ເຮົາພໍ່າສອນເຖີ້ນ ດັ່ງນີ້.

ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັດຂໍ້ຄວາມນີ້ແລ້ວ ທ່ານພຣະຕິສສະ ມີຄວາມພໍໃຈ ຍິນດີຍິ່ງໃນຖ້ອຍຄໍາຂອງພຣະຜູ້ມີພຣະພາຄແລ້ວ ແລ.

ທົງສອນເຊັ່ນດຽວກັນກັບພຣະພຸດທະເຈົ້າທັງປວງ ໑

ກັນທຣະກະ ! ບັນດາພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ທີ່ໄດ້ມີແລ້ວໃນກາລຍືດຍາວສ່ວນອະດີຕ, ພຣະຜູ້ມີພຣະພາຄເຈົ້າເຫຼົ່ານັ້ນ ລ້ວນແຕ່ໄດ້ສອນໃຫ້ພິກຂຸສົງຄ໌ປະຕິບັດຖືກຕ້ອງແລ້ວ ມີແນວນີ້ ເປັນຢ່າງຍິ່ງ ຄືເໝືອນດັ່ງທີ່ເຮົາສອນໃຫ້ພິກຂຸສົງຄ໌ໃນບັດນີ້ ປະຕິບັດຖືກຕ້ອງຢູ່.

ກັນທຣະກະ ! ບັນດາພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ທີ່ຈະມີມາໃນກາລຍືດຍາວສ່ວນອະນາຄົຕ, ພຣະຜູ້ມີພຣະພາຄເຈົ້າເຫຼົ່ານັ້ນ ລ້ວນແຕ່ຈະໄດ້ສອນໃຫ້ພິກຂຸສົງຄ໌ປະຕິບັດຖືກຕ້ອງ ມີແນວນີ້ ເປັນຢ່າງຍິ່ງ ຄືເໝືອນດັ່ງທີ່ເຮົາສອນໃຫ້ພິກຂຸສົງຄ໌ໃນບັດນີ້ ປະຕິບັດຖືກຕ້ອງຢູ່.

໑. ບາລີ ມ. ມ. ໑໓/໒/໒. ຕຣັດແກ່ກັນທຣະກະປະຣິບພາຊົກ, ທີ່ສະຄັກຄະຣາ ນະຄອນຈໍາປາ.

໒໗໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ກັນທຣະກະ ! ເຫຼົ່າພິກຂຸຜູ້ເປັນອະຣະຫັນຕ໌ ໝົດອາສະວະ ຈົບພຣົມມະຈັນ ໝົດກິດຄວນເຮັດ ປົງພາຣະລົງໄດ້ ຜູ້ມີປະໂຍຊນ໌ຂອງຕົວເອງອັນຕາມບັນລຸໄດ້ແລ້ວ ມີສັນໂຍຊນ໌ ໃນພົບດັບສິ້ນຮອບແລ້ວ ພົ້ນວິເສດແລ້ວເພາະຮູ້ທົ່ວເຖິງໂດຍຖືກຕ້ອງ ມີຢູ່ໃນພິກຂຸສົງຄ໌ໝູ່ນີ້ ; ແລະເຫຼົ່າພິກຂຸຜູ້ເປັນເສຂະ (ຄືພຣະໂສດາ ສະກະທາຄາມີ ອະນາຄາມີ) ຜູ້ມີສີລທຸກເມື່ອ ມີວັຕທຸກເມື່ອ ມີປັນຍາ ມີຊີວິຕຢູ່ດ້ວຍປັນຍາເຄື່ອງຮັກສາຕົນ ກໍມີຢູ່ໃນພິກຂຸສົງຄ໌ ເຫຼົ່ານີ້.

ທົງເປັນສາສດາທີ່ບໍ່ມີໃຜທ້ວງຕິໄດ້ ໑

...“ຂ້າແຕ່ພຣະໂຄດົມຜູ້ຈເຣີນ ! ສາສດາທີ່ໃຜໆບໍ່ຄວນທ້ວງຕິ ໃນໂລກນີ້ ມີຢູ່ຫຼື ?”

ໂລຫິດຈະ ! ສາສດາທີ່ໃຜໆບໍ່ຄວນທ້ວງຕິ ໃນໂລກນີ້ ມີຢູ່

“ຂ້າແຕ່ພຣະໂຄດົມຜູ້ຈເຣີນ ! ກໍສາສດາເຊັ່ນັ້ນ ເປັນແນວໃດໜໍ ?”

ໂລຫິດຈະ ! ຕະຖາຄົຕບັງເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ...ໆລໆ... (ຕາມຂໍ້ຄວາມໃນສາມັນຍະຜະລະສູຕ ຈົນກະທັ່ງເຖິງ ທົງສະແດງທັມ ມີກຸລະບຸຕ ເຂົ້າມາບວດປະຕິບັດທັມຢູ່ ເບິ່ງໜັງສືເຫຼັ້ມນີ້ທີ່ໜ້າ ໔໙໓ ຕັ້ງແຕ່ແຖວທີ ໖ ໄປເຖິງໜ້າ ໔໙໔ ແຖວທີ ໑໕).

ໂລຫິດຈະ ! ພິກຂຸເປັນຜູ້ເຖິງພ້ອມດ້ວຍສີລເຊັ່ນນີ້ ...ໆລໆ... ເຂົ້າເຖິງປະຖົມມະຊານ ແລ້ວແລຢູ່. ໂລຫິດຈະ ! ສາວົກຍ່ອມເຖິງທັບຄຸນວິເສດອັນໂອລານເຫັນປານນີ້ ໃນເພາະສາສດາໃດ. ໂລຫິດຈະ ! ນີ້ແລ ຄືສາສດາທີ່ໃຜໆບໍ່ຄວນທ້ວງຕິ ໃນໂລກ. ການທ້ວງຕິຂອງສາສດາ ເຫັນປານນີ້ຂອງຜູ້ໃດກໍຕາມ ການທ້ວງຕິນັ້ນ ບໍ່ຈິງ ບໍ່ແທ້ ບໍ່ປະກອບດ້ວຍທັມ ແຕ່ປະກອບໄປດ້ວຍໂທດ.

(ໃນກໍລະນີແຫ່ງ ທຸຕິຢະຊານ ກໍດີ ຕະຕິຢະຊານ ກໍດີ ຈະຕຸຕຖະຊານ ກໍດີ ຈົນເຖິງກໍລະນີແຫ່ງຍານະທັດສະນະ ຈົນວ່າເຖິງ ອາສະວັກຂະຢະ ແຕ່ລະຕອນໆ ກໍມີຂໍ້ຄວາມແນວດຽວກັນ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ