ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑. ບາລີ ໂລຫິຈຈສູຕ ສີ. ທີ. ໙/໒໙໓/໓໖໓. ຕຣັດແກ່ໂລຫິຈຈະພຣາມ ທີ່ນິເວດຂອງໂລຫິຈຈະພຣາມ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໗໓

ທົງສາມາດໃນການສອນ ໑

ນິໂຄຣທະ ! ເຮົາກ່າວຢູ່ແນວນີ້ວ່າ ຈົ່ງມາເຖີ້ນ ບຸຣຸສຜູ້ເປັນວິນຍູຊົນ ບໍ່ໂອ້ອວດ ບໍ່ມີມານຍາ ມີສັນຊາດແຫ່ງຄົນຊື່ຕົງ, ເຮົາພໍ່າສອນຢູ່ ສະແດງທັມຢູ່ ເຂົາປະຕິບັດຕາມຢູ່ດັ່ງທີ່ເຮົາສອນ ກໍຈະເຮັດໃຫ້ແຈ້ງຊຶ່ງທີ່ສຸດແຫ່ງພຣົມມະຈັນ (ຄືອະຣະຫັນຕະຜົລ) ອັນບໍ່ມີອັນໃດຍິ່ງໄປກວ່າ ອັນເປັນສິ່ງທີ່ກຸລະບຸຕ ທ. ຜູ້ອອກຈາກເຮືອນ ບວດ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ປາຖນາຢູ່, ໄດ້ຢູ່ໃນພົບອັນຕົນເຫັນແລ້ວນີ້ ດ້ວຍປັນຍາອັນຍິ່ງຂອງຕົນເອງ ເຂົ້າເຖິງແລ້ວແລຢູ່ໄດ້, ໃນຊົ່ວເວລາ ໗ ປີ.

ນິໂຄຣທະ ! ໗ ປີຍົກໄວ້ກໍໄດ້ ...ໆລໆ...໒ ໄດ້, ໃນຊ່ວງເວລາ ໖ ປີ.

ນິໂຄຣທະ ! ໖ ປີ, - ໕ ປີ, - ໔ ປີ, - ໓ ປີ, - ໒ ປີ, - ໑ ປີ ຍົກໄວ້ກໍໄດ້ ...ໆລໆ...

ນິໂຄຣທະ ! ໗ ເດືອນ, - ໖ ເດືອນ, - ໕ ເດືອນ, - ໔ ເດືອນ, - ໓ ດືອນ, - ໒ ດືອນ, - ໑ ເດືອນ, - ເຄິ່ງເດືອນ ຍົກໄວ້ກໍໄດ້.

ນິໂຄຣທະ ! ຈົ່ງມາເຖີ້ນ ບຸຣຸສຜູ້ເປັນວິນຍູຊົນ ບໍ່ໂອ້ອວດ ບໍ່ມີມານຍາ ມີສັນຊາດແຫ່ງຄົນຊື່ຕົງ, ເຮົາພໍ່າສອນຢູ່ ສະແດງທັມຢູ່ ເຂົາປະຕິບັດຕາມຢູ່ດັ່ງທີ່ເຮົາສອນ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນ (ຄືອະຣະຫັນຕະຜົລ) ອັນບໍ່ມີອັນໃດຍິ່ງໄປກວ່າ ອັນເປັນສິ່ງທີ່ກຸລະບຸຕ ທ. ຜູ້ອອກຈາກເຮືອນ ບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ປາຖນາຢູ່, ໄດ້ຢູ່ໃນພົບອັນຕົນເຫັນແລ້ວນີ້ ດ້ວຍປັນຍາອັນຍິ່ງຂອງຕົນເອງ ເຂົ້າເຖິງແລ້ວແລຢູ່ໄດ້, ໃນຊົ່ວເວລາ ໗ ວັນ.

໑. ບາລີ ອຸທຸມພຣິກສູຕ ປາ. ທີ. ໑໑/໕໘/໓໑. ຕຣັດແກ່ນິໂຄຣທະປະຣິບພາຊົກ

ທີ່ອຸທຸມພຣິກາປະຣິບພາຊິກາຣາມ ໃກ້ເມືອງຣາຊະຄຶ.

໒. ຕາມສໍານວນພາສາບາລີແມ່ນເຕັມ ຕຣັດອັນລະຢ່າງຊໍ້າກັນ ຕ່າງກັນແຕ່ຫຼຸດຈໍານວນລົງມາເທົ່ານັ້ນ.

໒໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງສະແດງສະຕິປັຕຖານສີ່ເພື່ອກໍາຈັດທິຕຖິນິສສັຍທັງສອງປະເພດ ໑

ຈຸນທະ ! ສະຕິປັຕຖານ ທ. ໔ ປະການ ເຮົາສະແດງແລ້ວ ບັນຍັດແລ້ວແນວນີ້ ເພື່ອລະເສຍ ເພື່ອກ້າວຂ້າມເສຍ ຊຶ່ງທິຕຖິນິສສັຍ ທ. ທັງປະເພດທີ່ສະຫະຣະຄະຕະ ດ້ວຍປຸບພັນຕະຂັນທ໌ ແລະປະເພດທີ່ສະຫະຣະຄະຕະດ້ວຍ ອະປະຣັນຕະຂັນທ໌໒ ເຫຼົ່ານັ້ນ.

ສະຕິປັຕຖານ ທ. ສີ່ປະການເຫຼົ່າໃດໜໍ ? ຈຸນທະ ! ສີ່ປະການຄື ພິກຂຸໃນທັມວິນັຍນີ້ ເປັນຜູ້ມີປົກກະຕິຕາມເຫັນກາຍໃນກາຍຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ; ເປັນຜູ້ມີປົກກະຕິຕາມເຫັນເວທະນາໃນເວທະນາທັງຫຼາຍຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ; ເປັນຜູ້ມີປົກກະຕິຕາມເຫັນຈິຕໃນຈິຕຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ; ເປັນຜູ້ມີປົກກະຕິຕາມເຫັນທັມໃນທັມ ທ. ຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ;

ຈຸນທະ ! ສະຕິປັຕຖານ ທ. ໔ ປະການເຫຼົ່ານີ້ແລ ອັນເຮົາສະແດງແລ້ວ ບັນຍັດແລ້ວ ເພື່ອລະເສຍ ເພື່ອກ້າວຂ້າມເສຍ ຊຶ່ງທິຕຖິນິສສັຍ ທ. ທັງປະເພດທີ່ສະຫະຣະຄະຕະດ້ວຍ ປຸບພັນຕະຂັນທ໌ ແລະ ປະເພດທີ່ສະຫະຣະຄະຕະດ້ວຍ ອະປະຣັນຕະຂັນທ໌ ເຫຼົ່ານັ້ນ ດ້ວຍອາການດັ່ງນີ້.

ໝາຍເຫດ : ພິກຂຸຜູ້ມີສະຕິປັຕຖານທັງ ໔ ຢູ່ ຍ່ອມບໍ່ມີຄວາມຮູ້ສຶກວ່າມີສັຕ ບຸກຄົນ ຕົວຕົນເຮົາເຂົາ ; ດັ່ງນັ້ນຈຶ່ງບໍ່ມີທາງທີ່ຈະເກີດຄວາມເຫັນວ່າ ອັຕຕາແລະໂລກເປັນຂອງທ່ຽງ ດັ່ງນີ້ເປັນຕົ້ນ. - ຜູ້ລວບລວມ.

໑. ບາລີ ປາສາທິກະສູຕ ປາ. ທີ. ໑໑/໑໕໕/໑໒໘. ຕຣັດແກ່ຈຸນທະສະມະນຸດເທດ ທີ່ອັມພະວັນ

ຜາສາດຂອງເຈົ້າສາກະຢະພວກເວທັນຍາ.

໒. ຄໍາວ່າ “ປຸບພັນຕະຂັນທ໌” ແລະ “ອະປະຣັນຕະຂັນທ໌” ເບິ່ງລາຍລະອຽດທີ່ຄໍາວ່າ “ພວກປາຣົບຂັນທ໌ໃນ

ອະດີຕະກາລ” ແລະ “ພວກປາຣົບຂັນທ໌ໃນອະນາຄົຕຕະກາລ”, ແຫ່ງຫົວຂໍ້ທີ່ວ່າ “ທົງຊາບທິຕຖິວັດຖຸ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ