ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ກັບຄະນາເນື້ອຝູງໃຫຍ່ຝູງນັ້ນເອງ, ເກີດມີບຸຣຸສຄົນໃດຄົນໜຶ່ງ ເຊິ່ງເປັນຜູ້ປາຖນາຄວາມປອດພັຍ ເປັນປະໂຍຊນ໌ເກື້ອກູນ. ເຂົາເປີດຫົນທາງອັນກະເສມ ສະດວກ ໄປໄດ້ຕາມພໍໃຈມັກຂອງຄະນາເນື້ອເຫຼົ່ານັ້ນ ; ປິດຫົນທາງອັນ ຕະລາຍເສຍ ; ຖອນເຫຍື່ອລໍ້ໂຕຜູ້ເສຍ ; ທໍາລາຍເຫຍື່ອລໍ້ໂຕແມ່ເສຍ : ພິກຂຸ ທ. ! ດ້ວຍການເຮັດດັ່ງນີ້ ຄະນາເນື້ອຝູງໃຫຍ່ນັ້ນ ກໍເຖິງຄວາມຈະເຣີນ ງອກງາມ ຫຼວງຫຼາຍ ໃນສະໄໝຕໍ່ມາ.
ພິກຂຸ ທ. ! ອຸປະມານີ້ ເຮົາຜູກຂຶ້ນ ເພື່ອໃຫ້ຮູ້ເນື້ອຄວາມ ຂໍ້ຄວາມຕໍ່ໄປນີ້ ເປັນເນື້ອຄວາມໃນອຸປະມານັ້ນ :
ຄໍາວ່າ : “ທົ່ງຮາບພຽງໃຫຍ່” ນັ້ນເປັນຊື່ຂອງກາມ ທ. ;
ຄໍາວ່າ : “ຝູງຄະນາເນື້ອຝູງໃຫຍ່” ນັ້ນເປັນຊື່ຂອງສັຕ ທ. ;
ຄໍາວ່າ : “ບຸຣຸສຜູ້ປາຖນາຄວາມບໍ່ປອດພັຍ ໆລໆ” ນັ້ນເປັນຊື່ຂອງມາຣຜູ້ມີບາບ ;
ຄໍາວ່າ : “ທາງອັນຕລາຍ” ນັ້ນເປັນຊື່ຂອງມິຈສາມັຄອັນປະກອບດ້ວຍອົງແປດ ກ່າວຄື ມິຈສາທິຕຖິ (ຄວາມເຫັນຜິດ), ມິຈສາສັງກັບປະ (ຄວາມດໍາຣິຜິດ), ມິຈສາວາຈາ (ການເວົ້າຈາຜິດ), ມິຈສາກັມມັນຕະ (ການທໍາການງານຜິດ), ມິຈສາອາຊີວະ
໑. ບາລີ ທະເວດາວິຕັກກສູຕ ມູ. ມ. ໑໒/໒໓໘/໒໕໔. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ ໃກ້ເມືອງສາວັຕຖີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໖໙
(ການລ້ຽງຊີວິຕຜິດ), ມິຈສາວາຢາມະ (ຄວາມພາກພຽນຜິດ), ມິຈສາສະຕິ (ຄວາມລະນຶກຜິດ), ມິຈສາສະມາທິ (ຄວາມຕັ້ງໃຈໝັ້ນຜິດ);
ຄໍາວ່າ : “ເຫຍື່ອລໍ້ໂຕຜູ້” ນັ້ນເປັນຊື່ຂອງນັນທິຣາຄະ ;
ຄໍາວ່າ : “ເຫຍື່ອລໍ້ໂຕແມ່” ນັ້ນເປັນຊື່ຂອງອະວິຊຊາ ;
ຄໍາວ່າ : “ບຸຣຸສຜູ້ປາຖນາຄວາມປອດພັຍ ໆລໆ” ນັ້ນເປັນຊື່ຂອງຕະຖາຄົຕ
ອະຣະຫັນຕະສັມມາສັມພຸດທະ ;
ຄໍາວ່າ : “ຫົນທາງອັນກະເສມ ໆລໆ” ນັ້ນເປັນຊື່ຂອງອະຣິຍະອັຕຖັງຄິກະມັຄ ກ່າວຄື ສັມມາທິຕຖິ (ຄວາມເຫັນຊອບ), ສັມມາສັງກັບປະ (ຄວາມດໍາຣິຊອບ), ສັມມາວາຈາ (ການເວົ້າຈາຊອບ), ສັມມາກັມມັນຕະ (ການທໍາການງານຊອບ), ສັມມາອາຊີວະ (ການລ້ຽງຊີວິຕຊອບ), ສັມມາວາຢາມະ (ຄວາມພາກພຽນຊອບ), ສັມມາສະຕິ (ຄວາມລະນຶກຊອບ), ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ).
ພິກຂຸ ທ. ! ດັ່ງນີ້ແລ ເປັນອັນກ່າວໄດ້ວ່າ ຫົນທາງອັນກະເສມ ສະດວກໄປໄດ້ຕາມພໍໃຈມັກ ເປັນຫົນທາງທີ່ເຮົາເປີດແລ້ວ ; ທາງອັນຕະລາຍເຮົາປິດແລ້ວ ; ເຫຍື່ອລໍ້ໂຕຜູ້ເຮົາຖອນແລ້ວ ; ເຫຍື່ອລໍ້ໂຕແມ່ເຮົາທໍາລາຍແລ້ວ.
ພິກຂຸ ທ. ! ກິດອັນໃດ ທີ່ພຣະສາສດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈະຍ່ອມປະພຶດແກ່ສາວົກ ທ. ; ກິດອັນນັ້ນ ເຮົາປະພຶດແລ້ວ ແກ່ພວກເຈົ້າ ທ. ພິກຂຸ ທ. ! ນັ້ນເຫງົ້າໄມ້ ທ. ນັ້ນເຮືອນຫວ່າງ ທ. ພິກຂຸ ທ. ! ພວກເຈົ້າ ທ. ຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ. ພວກເຈົ້າ ທ. ຢ່າໄດ້ເປັນຜູ້ທີ່ຕ້ອງຮ້ອນໃຈໃນພາຍຫຼັງເລີຍ. ນີ້ແລເປັນວາຈາເຄື່ອງພໍ່າສອນພວກເຈົ້າ ທ. ຂອງເຮົາ.
໒໗໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງຈັດພຣະອົງຄ໌ເອງໃນຖານະເປັນຜູ້ສະຫຼາດໃນເລື່ອງຫົນທາງ ໑
ດູຣາຕິສສະ ! ມີບຸຣຸສຢູ່ ໒ ຄົນ ຄົນໜຶ່ງບໍ່ສະຫຼາດໃນເລື່ອງຫົນທາງ ຄົນໜຶ່ງສະຫຼາດໃນເລື່ອງຫົນທາງ. ຄົນທີ່ບໍ່ສະຫຼາດໃນເລື່ອງຫົນທາງ ໄດ້ຖາມເລື່ອງຫົນທາງ ກັບຄົນທີ່ສະຫຼາດໃນເລື່ອງຫົນທາງ, ຄົນຜູ້ສະຫຼາດໃນເລື່ອງຫົນທາງນັ້ນ ໄດ້ກ່າວວ່າ “ບຸຣຸສຜູ້ຈະເຣີນ ! ມາເຖີ້ນ ນີ້ຫົນທາງ ທ່ານຈົ່ງໄປຕາມທາງນີ້ຈັກໜ້ອຍໜຶ່ງ ຄັນໄປຈັກໜ້ອຍໜຶ່ງແລ້ວ ຈະເຫັນທາງ ໒ ແຍກ ທ່ານຈົ່ງເວັ້ນທາງຊ້າຍເສຍ ແລ້ວໄປ ຕາມທາງຂວາ ເມື່ອໄປຕາມທາງຂວາໜ້ອຍໜຶ່ງແລ້ວ ຈະເຫັນເຂດປ່າໜາຕຶບ ໄປຕາມທາງນັ້ນອີກໜ້ອຍໜຶ່ງ ຈະເຫັນຫຼົ່ມນໍ້າໃຫຍ່ອັນມີເປືອກຕົມ ໄປຕາມທາງນັ້ນອີກໜ້ອຍໜຶ່ງແລ້ວ ທ່ານຈະເຫັນເຫວອັນສູງຊັນ ໄປຕາມທາງນັ້ນອີກໜ້ອຍໜຶ່ງແລ້ວ ທ່ານຈະເຫັນພູມພາກອັນສະໝໍ່າສະເໝີ ໜ້າພິຣົມໃຈ”.
ຕິສສະ ! ອຸປະມານີ້ ເຮົາຜູກຂຶ້ນເພື່ອໃຫ້ຮູ້ເນື້ອຄວາມ. ນີ້ຄືເນື້ອຄວາມໃນອຸປະມານັ້ນ :-
ຄໍາວ່າ “ບຸຣຸສຜູ້ບໍ່ສະຫຼາດໃນເລື່ອງທາງ” ນັ້ນ ເປັນຄໍາໝາຍເຖິງ ປຸຖຸຊົນ.
ຄໍາວ່າ “ບຸຣຸສຜູ້ສະຫຼາດໃນເລື່ອງທາງ” ນັ້ນ ເປັນຄໍາໝາຍເຖິງ ຕະຖາຄົຕຜູ້








