ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ດູຣາພິກຂຸ ! ຈັກກະພັດຣາຊາຜູ້ປະກອບໃນທັມ ເປັນທັມມະຣາຊາ ຍ່ອມອາໄສທັມຢ່າງດຽວ ສັກກາຣະທັມ ເຄົາຣົບທັມ ນອບນ້ອມທັມ ມີທັມເປັນທຸງໄຊ ມີທັມເປັນຍອດ ມີທັມເປັນອະທິປະຕັຍ ຍ່ອມຈັດການອາຣັກຂາ ປ້ອງກັນ ແລະຄຸ້ມຄອງໂດຍທ່ຽງທັມ ໃນໝູ່ຊົນ ໃນຣາຊະສໍານັກ ໃນກະສັຕທີ່ເປັນເມືອງອອກ ໃນໝູ່ພົນ ໃນພຣາມແລະຄະຫະບໍດີ ໃນຣາຊະດອນຊາວໄພ່ຟ້າແລະຊົນນະບົດ ໃນສະມະນະແລະພຣາມ ທັງໃນຄະນາເນື້ອແລະນົກທັງຫຼາຍ. ດູຣາພິກຂຸ ! ຈັກກະພັດຣາຊາຜູ້ປະກອບໃນທັມ ເປັນທັມມະຣາຊາ ຜູ້ເປັນເຊັ່ນນີ້ແລ ຊື່ວ່າເປັນຜູ້ໝູນຈັກໃຫ້ເປັນໄປໂດຍທັມ. ຈັກນັ້ນ ເປັນຈັກທີ່ມະນຸສໃດໆ ຜູ້ເປັນຂ້າເສິກ ບໍ່ອາດຕ້ານທານໃຫ້ໝູນກັບໄດ້ດ້ວຍມື ; ຂໍ້ນີ້ເຊັ່ນໃດ ;

ດູຣາພິກຂຸ ! ຕະຖາຄົຕກໍເຊັ່ນນັ້ນເໝືອນກັນ, ຕະຖາຄົຕເປັນອະຣະຫັນຕ໌ຕຣັສຮູ້ຊອບເອງ ເປັນທັມມະຣາຊາຜູ້ປະກອບດ້ວຍທັມ ອາໄສທັມຢ່າງດຽວ ສັກກາຣະທັມ ເຄົາຣົບທັມ ນອບນ້ອມທັມ ມີທັມເປັນທຸງໄຊ ມີທັມເປັນຍອດທຸງ ມີທັມເປັນອະທິປະຕັຍ ຍ່ອມຈັດການອາຣັກຂາ ປ້ອງກັນ ແລະຄຸ້ມຄອງໂດຍຊອບທັມ

໑. ບາລີ ປັນຈກ. ອັງ. ໒໒/໑໖໘/໑໓໓. ຕຣັດແກ່ພິກຂຸອົງໜຶ່ງ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໓໗

ໃນໝູ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ໂດຍການໃຫ້ໂອວາດວ່າ ກາຍະກັມ ວະຈີກັມ ມະໂນກັມ ແນວນີ້ໆ ຄວນປະພຶດ, ແບບນີ້ໆ ບໍ່ຄວາມປະພຶດ ; ວ່າ ອາຊີວະ ແນວນີ້ໆ ຄວນດໍາເນີນ, ເຊັ່ນນີ້ໆ ບໍ່ຄວນດໍາເນີນ, ແລະວ່າ ຄາມະນິຄົມເຊັ່ນນີ້ໆ ຄວນຢູ່ອາໄສ, ເຊັ່ນນີ້ໆ ບໍ່ຄວນຢູ່ອາໄສ ດັ່ງນີ້. ດູຣາພິກຂຸ ! ຕະຖາຄົຕຜູ້ເປັນອະຣະຫັນຕ໌ ຕຣັສຮູ້ຊອບເອງ ເປັນທັມມະຣາຊາຜູ້ປະກອບດ້ວຍທັມ ຜູ້ເປັນເຊັ່ນນີ້ແລ ຊື່ວ່າຍ່ອມຍັງທັມມະຈັກ ອັນບໍ່ມີຈັກອື່ນຍິ່ງໄປກວ່າໃຫ້ເປັນໄປໂດຍທັມນັ້ນແລ. ຈັກນັ້ນ ເປັນຈັກທີ່ສະມະນະຫຼືພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ອາດຕ້ານທານໃຫ້ໝູນກັບໄດ້ສະນັ້ນ.

ການປາກົດຂອງພຣະອົງຄືການປາກົດ

ແຫ່ງດວງຕາອັນໃຫຍ່ຫຼວງຂອງໂລກ ໑

ພິກຂຸ ທ. ! ຄວາມປາກົດແຫ່ງບຸກຄົນເອກ ຍ່ອມເປັນຄວາມປາກົດແຫ່ງດວງຕາອັນໃຫຍ່ຫຼວງ ເປັນຄວາມປາກົດແຫ່ງຄວາມສະຫວ່າງອັນໃຫຍ່ຫຼວງ ເປັນຄວາມປາກົດແຫ່ງຄວາມສຸຂອັນໃຫຍ່ຫຼວງ ເປັນຄວາມປາກົດແຫ່ງອະນຸດຕະຣິຍະທັມ ໖ ເປັນການເຮັດໃຫ້ແຈ້ງຊຶ່ງປະຕິສັມພິທາ ໔ ເປັນການແທງຕະຫຼອດອະເນກະທາດ ເປັນການແທງຕະຫຼອດນານາທາດ ເປັນການເຮັດໃຫ້ແຈ້ງຊຶ່ງທັມ ມີວິຊຊາ ແລະວິມຸດເປັນຜົລ ເປັນການເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິຜົລ ເປັນການເຮັດໃຫ້ແຈ້ງຊຶ່ງສະກະທາຄາມິຜົລ ເປັນການເຮັດໃຫ້ແຈ້ງຊຶ່ງອະນາຄາມິຜົລ ເປັນການເຮັດໃຫ້ແຈ້ງ ຊຶ່ງອະຣະຫັຕຕະຜົລ. ໃຜກັນໜໍເປັນບຸກຄົນເອກ ? ຕະຖາຄົຕຜູ້ເປັນອະຣະຫັນຕ໌ ຕຣັສຮູ້ຊອບເອງ ນີ້ແລ ເປັນບຸກຄົນເອກ.

໑. ບາລີ ເອກ. ອັງ. ໒໐/໓໐/໑໔໔. ຕຣັດແກ່ພິກຂຸທັງຫຼາຍ.

໒໓໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພິກຂຸ ທ. ! ນີ້ແລ ຄວາມປາກົດແຫ່ງບຸກຄົນເອກ ອັນເປັນຄວາມປາກົດແຫ່ງດວງຕາອັນໃຫຍ່ຫຼວງ ເປັນຄວາມປາກົດແຫ່ງຄວາມສະຫວ່າງອັນໃຫຍ່ຫຼວງ ເປັນ ຄວາມປາກົດແຫ່ງຄວາມສຸຂອັນໃຫຍ່ຫຼວງ ເປັນຄວາມປາກົດແຫ່ງອະນຸດຕະຣິຍະທັມ ໖ ເປັນການເຮັດໃຫ້ແຈ້ງຊຶ່ງປະຕິສັມພິທາ ໔ ເປັນການແທງຕະຫຼອດອະເນກະ ທາດ ເປັນການແທງຕະຫຼອດນານາທາດ ເປັນການເຮັດໃຫ້ແຈ້ງຊຶ່ງທັມ ມີວິຊຊາແລະວິມຸດປັນຜົລ ເປັນການເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິຜົລ ເປັນການເຮັດໃຫ້ແຈ້ງຊຶ່ງສະກະທາຄາມິຜົລ ເປັນການເຮັດໃຫ້ແຈ້ງຊຶ່ງອະນາຄາມິຜົລ ເປັນການເຮັດໃຫ້ແຈ້ງຊຶ່ງອະຣະຫັຕຕະຜົລ ແລ.

ໂລກຍັງບໍ່ມີແສງສະຫວ່າງ ຈົນກວ່າພຣະອົງຈະເກີດຂຶ້ນ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ