ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເມື່ອໃດຕະຖາຄົຕປະກາດອະນຸດຕະຣະທັມມະຈັກ, ເມື່ອນັ້ນໃນໂລກນີ້ ແລະເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະ ພຣາມ ເທວະດາພ້ອມທັງມນຸສ ຍ່ອມເກີດແສງສະຫວ່າງອັນຍິ່ງ ຫາປະມານບໍ່ໄດ້ ຍິ່ງກວ່າເທວານຸພາບຂອງເທວະດາ. ໃນໂລກັນຕຣິກະນະຣົກ ອັນເປີດໂລ່ງເປັນນິດ ແຕ່ມືດມິດຈົນຫາການເກີດແຫ່ງຈັກຂຸວິຍານບໍ່ໄດ້ ອັນແສງແຫ່ງດວງຈັນແລະດວງອາທິຕທີ່ມີຣິດອານຸພາບເຊັ່ນນີ້ສ່ອງໄປບໍ່ເຖິງ ນະ ທີ່ບ່ອນນັ້ນ ແສງສະຫວ່າງອັນຍິ່ງຈົນປະມານບໍ່ໄດ້ ຍິ່ງກວ່າເທວານຸພາບ ຍ່ອມບັງເກີດຂຶ້ນ. ສັຕທີ່ເກີດຢູ່ ນະ ທີ່ບ່ອນນັ້ນ ຮູ້ຈັກກັນໄດ້ດ້ວຍແສງສະຫວ່າງນັ້ນຮ້ອງຂຶ້ນວ່າ “ທ່ານຜູ້ຈະເຣີນທັງຫຼາຍ ! ໄດ້ຍິນວ່າສັຕອື່ນອັນເກີດຢູ່ໃນທີ່ບ່ອນນີ້ ນອກຈາກເຮົາກໍມີຢູ່” ດັ່ງນີ້.

ພິກຂຸ ທ. ! ນີ້ເປັນໜ້າອັດສະຈັນຄັ້ງທີສີ່ ທີ່ຍັງບໍ່ເຄີຍມີ ໄດ້ບັງເກີດມີຂຶ້ນ ເພາະການບັງເກີດແຫ່ງຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ.

໑. ບາລີ ອັຕຖກ. ອັງ. ໒໓/໓໒໒, ໓໒໓/໑໖໗. ຕຣັດແກ່ພຣະອານົນທ໌ ທີ່ປາວາລເຈດີ ເມືອງເວສາລີ.

໒. ບາລີ ສັຕຕະມະສູຕ. ພະຢະວັກຄະ ຕະຕິຢະປັນນາສະ ຈຕຸກກ. ອັງ. ໒໑/໑໗໗/໑໒໗.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໓໕

ຈັກຂອງພຣະອົງບໍ່ມີໃຜຕ້ານທານໄດ້ ໑

ພິກຂຸ ທ. ! ຈັກກະພັດຣາຊາທີ່ປະກອບໄປດ້ວຍອົງຄ໌ ໕ ປະການ ຍ່ອມອາດໝູນຈັກ໒ ໂດຍທັມໃຫ້ເປັນໄປໄດ້. ແລະຈັກນັ້ນ ເປັນຈັກທີ່ມະນຸສໃດໆ ຜູ້ເປັນຂ້າເສິກບໍ່ອາດຕ້ານທານໃຫ້ໝູນກັບໄດ້ດ້ວຍມື. ອົງ ໕ ປະການ ຄືອັນໃດແດ່ໜໍ ? ອົງ ໕ ປະການ ຄືຈັກກະພັດຣາຊານັ້ນ ເປັນຄົນຜູ້ຮູ້ຈັກເຫດ ຮູ້ຈັກຜົລ ຮູ້ຈັກປະມານທີ່ພໍເໝາະ ຮູ້ຈັກກາລະ ຮູ້ຈັກບໍຣິສັດ. ພິກຂຸ ທ. ! ຈັກກະພັດທີ່ປະກອບດ້ວຍອົງຫ້າເຫຼົ່ານີ້ແລ ທີ່ສາມາດໝູນຈັກໂດຍທັມໃຫ້ເປັນໄປໄດ້ ແລະເປັນຈັກທີ່ໃຜໆ ຜູ້ເປັນຂ້າເສິກ ບໍ່ອາດຕ້ານທານໃຫ້ໝູນກັບໄດ້ດ້ວຍມື, ຂໍ້ນີ້ເຊັ່ນໃດ ;

ພິກຂຸ ທ. ! ຕະຖາຄົຕຜູ້ເປັນອະຣະຫັນຕ໌ຕຣັສຮູ້ຊອບເອງ ກໍເປັນເຊັ່ນນັ້ນ. ຕະຖາຄົຕປະກອບດ້ວຍທັມ ໕ ປະການແລ້ວ ຍ່ອມໝູນ ທັມມະຈັກອັນບໍ່ມີຈັກອື່ນຍິ່ງໄປກວ່າ ໃຫ້ເປັນໄປໄດ້ໂດຍທັມ. ແລະຈັກນັ້ນ ເປັນຈັກທີ່ສະມະນະຫຼື ພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ສາມາດຕ້ານທານໃຫ້ໝູນກັບໄດ້. ທັມ ໕ ປະການນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ຕະຖາຄົຕຜູ້ເປັນອະຣະຫັນຕ໌ ຕຣັສຮູ້ຊອບເອງ ຍ່ອມເປັນຜູ້ ຮູ້ຈັກເຫດ ຮູ້ຈັກຜົລ ຮູ້ຈັກປະມານທີ່ພໍເໝາະ ຮູ້ຈັກກາລະ ຮູ້ຈັກບໍຣິສັດ. ຕະຖາຄົຕປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ຈຶ່ງໝູນທັມມະຈັກ ອັນບໍ່ມີຈັກອື່ນຍິ່ງໄປກວ່າ ໃຫ້ເປັນໄປໂດຍທັມ, ແລະຈັກນັ້ນເປັນຈັກທີ່ສະມະນະ ຫຼືພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ສາມາດຕ້ານທານໃຫ້ໝູນກັບໄດ້ ດັ່ງນີ້.

໑. ບາລີ ປັນຈກ. ອັງ. ໒໒/໑໖໖/໑໓໑. ຕຣັດແກ່ພິກຂຸທັງຫຼາຍ.

໒. ຄໍາວ່າ ຈັກ ຍ່ອມໝາຍເຖິງອໍານາດຄອບງໍາ ເຊິ່ງຈະເປັນທາງກາຍຫຼືທາງຈິຕ ຍ່ອມແລ້ວແຕ່ກໍຣະນີ.

໒໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ທົງໝູນແຕ່ຈັກທີ່ມີທັມມະຣາຊາ (ເປັນເຈົ້າຂອງ) ໑

ດູຣາພິກຂຸ ທ. ! ແມ່ນວ່າພຣະເຈົ້າຈັກກະພັດຣາຊາຜູ້ຊົງທັມ ເປັນທັມມະຣາຊາຢູ່ແລ້ວ ພຣະອົງກໍຍັງບໍ່ທົງໝູນ ຈັກອັນບໍ່ມີພຣະຣາຊາ ໃຫ້ເປັນໄປ.

ຄັນພຣະຜູ້ມີພຣະພາຄເຈົ້າຕຣັດດັ່ງນີ້ ພິກຂຸອົງໜຶ່ງໄດ້ທູນຖາມຂຶ້ນວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍໃຜໜໍຈະມາເປັນພຣະຣາຊາໃຫ້ແກ່ພຣະເຈົ້າຈັກກະພັດ ຜູ້ຊົງທັມ ເປັນທັມມະຣາຊາຢູ່ເອງແລ້ວ”. ຕຣັດຕອບວ່າ :-

ພິກຂຸ ! ທັມມະຫັ້ນແຫຼະ ເປັນພຣະຣາຊາໃຫ້ແກ່ພຣະເຈົ້າຈັກກະພັດຣາຊາ ຜູ້ຊົງທັມ ເປັນທັມມະຣາຊາຢູ່ເອງແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ