ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ດວງຈັນແລະດວງອາທິຕຍັງບໍ່ບັງເກີດຂຶ້ນ ໃນໂລກ ; ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງສະຫວ່າງອັນໃຫຍ່ຫຼວງ ກໍຍັງບໍ່ມີຕະຫຼອດກາລພຽງນັ້ນ. ໃນກາລນັ້ນ ມີຢູ່ແຕ່ຄວາມມືດ ເປັນ ຄວາມມືດຊຶ່ງສ້າງຄວາມບອດ. ກາງຄືນກາງເວັນກໍຍັງບໍ່ປາກົດ, ເດືອນຫຼືເຄິ່ງເດືອນກໍບໍ່ປາກົດ, ລະດູຫຼືປີ ກໍບໍ່ປາກົດກ່ອນ. ພິກຂຸ ທ. ! ແຕ່ວ່າ ໃນກາລໃດ ທີ່ດວງຈັນແລະດວງອາທິຕບັງເກີດຂຶ້ນໃນໂລກ ; ໃນກາລນັ້ນນຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງສະຫວ່າງອັນໃຫຍ່ຫຼວງ ຍ່ອມມີ. ໃນກາລນັ້ນ ຍ່ອມບໍ່ມີຄວາມມືດ ອັນເປັນຄວາມມືດຊຶ່ງສ້າງຄວາມບອດ. ລໍາດັບນັ້ນ ກາງຄືນກາງເວັນ ຍ່ອມປາກົດ, ເດືອນຫຼືເຄິ່ງເດືອນ ຍ່ອມປາກົດ, ລະດູຫຼືປີ ຍ່ອມປາກົດ, ນີ້ເຊັ່ນໃດ ;
ພິກຂຸ ທ. ! ຂໍ້ນີ້ ກໍເຊັ່ນນັ້ນ : ຕະຫຼອດກາລພຽງໃດ ທີ່ຕະຖາຄົຕຜູ້ອະຣະຫັນຕະ ສັມມາສັມພຸດທະ ຍັງບໍ່ບັງເກີດຂຶ້ນໃນໂລກ ; ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຄວາມສ່ອງສະຫວ່າງອັນໃຫຍ່ຫຼວງ ກໍຍັງບໍ່ມີຕະຫຼອດການພຽງນັ້ນ. ໃນກາລນັ້ນ ມີຢູ່ແຕ່ຄວາມມືດ ເປັນຄວາມມືດຊຶ່ງສ້າງຄວາມບອດ.
໑. ບາລີ ມຫາວາຣ. ສັງ. ໑໙/໕໕໓/໑໗໒໑. ຕຣັດແກ່ພິກຂຸທັງຫຼາຍ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໓໙
ການບອກ ການສະແດງ ການບັນຍັດ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກແຈກແຈງ ການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງອະຣິຍະສັຈທັງສີ່ ກໍຍັງບໍ່ມີກ່ອນ. ພິກຂຸ ທ. ! ແຕ່ວ່າ ໃນກາລໃດແລ ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະບັງເກີດຂຶ້ນໃນໂລກ ; ໃນກາລນັ້ນ ຄວາມປາກົດແຫ່ງແສງສະຫວ່າງອັນໃຫຍ່ຫຼວງ ຍ່ອມມີ. ໃນກາລນັ້ນ ຍ່ອມບໍ່ມີຄວາມມືດ ອັນເປັນຄວາມມືດຊຶ່ງສ້າງຄວາມບອດ. ລໍາດັບນັ້ນ ຍ່ອມມີການບອກ ການສະແດງ ການບັນຍັດ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກແຈກແຈງ ການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງອະຣິຍະສັຈທັງສີ່ ; ຊຶ່ງອະຣິຍະສັຈທັງສີ່ ເຫຼົ່າໃດໜໍ ? ຄື ຊຶ່ງທຸກຂະອະຣິຍະສັຈ ທຸກຂະສະມຸທະຢະອະຣິຍະສັຈ ທຸກຂະນິໂຣທະອະຣິຍະສັຈ ທຸກຂະນິໂຣທະຄາມິນິປະຕິປະທາອະຣິຍະສັຈ.
ພິກຂຸ ທ. ! ເພາະເຫດນັ້ນ ໃນກໍລະນີນີ້ ພວກເຈົ້າຈົ່ງປະກອບໂຢຄະກັມເພື່ອໃຫ້ຮູ້ວ່າ “ນີ້ ທຸກຂ໌, ນີ້ ເຫດໃຫ້ເກີດທຸກຂ໌, ນິີ້ ຄວາມດັບແຫ່ງທຸກຂ໌, ນີ້ ທາງໃຫ້ເຖິງຄວາມດັບແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
ຈົບພາກ ໓
__________________
໒໔໐
໒໔໑
ພາກ ໔
ເລື່ອງປີກຍ່ອຍຕອນໃຫຍ່ນ້ອຍຕ່າງໆ
ຕັ້ງແຕ່ໂຜດປັນຈະວັກຄີແລ້ວ ໄປຈົນເຖິງໃກ້ຈະປະຣິນິບພານ.
໒໔໒
ພາກ ໔
ມີເລື່ອງ :- ກ. ກ່ຽວກັບການປະກາດສາສນາ ໔໘ ເລື່ອງ
ຂ. ກ່ຽວກັບຄະນະສາວົກຂອງພຣະອົງ ໓໐ ເລື່ອງ
ຄ. ກ່ຽວກັບຄວາມເປັນຢູ່ຂອງພຣະອົງເອງ ໓໑ ເລື່ອງ
ງ. ກ່ຽວກັບລັດທິອື່ນ ໑໖ ເລື່ອງ
ຈ. ກ່ຽວກັບການທີ່ມີຜູ້ເຂົ້າໃຈຜິດ ໒໓ ເລື່ອງ
ສ. ກ່ຽວກັບເຫດການພິເສດບາງເລື່ອງ ໒໒ ເລື່ອງ
໒໔໓
ພາກ ໔
ເລື່ອງປີກຍ່ອຍຕອນໃຫຍ່ນ້ອຍຕ່າງໆ
ຕັ້ງແຕ່ໂຜດປັນຈະວັກຄີແລ້ວ ໄປຈົນເຖິງໃກ້ຈະປະຣິນິບພານ
ແລະ
ເລື່ອງບາງເລື່ອງທີ່ຄວນຜະນວກ(ເພີ່ມ)ເຂົ້າໄວ້ໃນພາກນີ້.
____________
(ກ. ກ່ຽວກັບການປະກາດພຣະສາສນາ ໔໘ ເລື່ອງ)
ການປະກາດພຣະສາສນາ ໑
ພິກຂຸ ທ. ! ເຮົາເປັນຜູ້ພົ້ນແລ້ວຈາກບ້ວງທັງປວງ ທັງທີ່ເປັນຂອງທິບແລະເປັນຂອງມະນຸສ, ແມ່ນວ່າພວກເຈົ້າທັງຫຼາຍ ກໍພົ້ນແລ້ວຈາກບ້ວງທັງປວງທັງທີ່ເປັນ ຂອງທິບແລະຂອງມະນຸສ. ພິກຂຸ ທ. ! ພວກເຈົ້າ ທ. ຈົ່ງທ່ຽວຈາຣິກໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອຄວາມເອັນດູແກ່ໂລກ ; ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສ ທ., ຢ່າໄປທາງດຽວກັນເຖິງສອງອົງຄ໌.
໑. ບາລີ ມຫາ. ວິ. ໔/໓໙/໓໒. ຕຣັດແກ່ພຣະອະຣະຫັນຕ໌ ໖໐ ອົງຊຸດທໍາອິດທີ່ອິສິປະຕະນະມິຄະທາຍະວັນ.
໒໔໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔








